ຊູດັງປະທະເດືອດຕໍ່ເນື່ອງເປັນວັນທີ 4 ບໍ່ສົນຂໍ້ຕົກລົງຢຸດຍິງ

ການສູ້ຮົບໃນຊູດັງຍັງເປັນໄປຢ່າງດຸເດືອດ ເຖິງວ່າຈະມີການເຮັດຂໍ້ຕົກລົງຢຸດຍິງກໍຕາມ ໂດຍຝ່າຍຂອງກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ໄດ້ປະທະກັນເພື່ອຊີງສະຖານທີ່ສໍາຄັນໃນນະຄອນຫລວງຄາທູມ, ພ້ອມກ່າວຫາວ່າອີກຝ່າຍລະເມີດຂໍ້ຕົກລົງຢຸດຍິງ.

ສຽງປືນຍັງດັງສະໜັ່ນໃນນະຄອນຫລວງຄາທູມວັນທີ 18 ເມສາ ພຽງບໍ່ເທົ່າໃດນາທີຫລັງຈາກຂໍ້ຕົກລົງຢຸດຍິງຄວນມີຜົນບັງຄັບໃຊ້ໃນໄລຍະເວລາ 18:00 ໂມງ ຕາມເວລາທ້ອງຖິ່ນ.

ກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ RSF ໄດ້ອອກຖະແຫລງການກ່າວໂທດອີກຝ່າຍວ່າເປັນຜູ້ລະເມີດຂໍ້ຕົກລົງຢຸດຍິງດັ່ງກ່າວ. ຂະນະທີ່ກອງບັນຊາການລະດັບສູງຂອງກອງທັບຊູດັງກ່າວວ່າ: ທາງການຈະເດີນໜ້າປະຕິບັດການຕໍ່ໄປເພື່ອຮັກສາຄວາມປອດໄພຂອງນະຄອນຫລວງຄາທູມ ແລະ ພາກອື່ນໆ.

ອົງການສະຫະປະຊາຊາດ (UN) ກ່າວວ່າ: ສະຖານະການສູ້ຮົບໃນປະເທດເປັນສິ່ງທີ່ຈູດສະນວນໃຫ້ເກີດ “ຫາຍະນະດ້ານມະນຸດສະທໍາ” ລວມທັງລະບົບສາທາລະນະສຸກທີ່ອາດລົ້ມສະຫລາຍໄດ້ ໂດຍໂຄງການອາຫານໂລກ (World Food Programme) ຈໍາເປັນຕ້ອງໂຈະການດໍາເນີນງານຢູ່ຊູດັງ ຫລັງຈາກພະນັກງານ 3 ຄົນຂອງອົງການເສຍຊີວິດຈາກເຫດປະທະ.

ຂໍ້ມູນຈາກສໍານັກຂ່າວ AFP ລາຍງານວ່າ: ນັບແຕ່ການຍາດຊີງອໍານາດລະຫວ່າງສອງຜູ້ນໍາທະຫານຊູດັງເກີດຂຶ້ນຈົນເກີດເປັນຄວາມຂັດແຍ່ງຮຸນແຮງໃນວັນທີ 15 ເມສາ ຈົນເຖິງປັດຈຸບັນ ມີຜູ້ເສຍຊີວິດແລ້ວເກືອບ 200 ຄົນ.

ອ້າງອີງ:

https://www.reuters.com/…/sudans-rsf-leader-hemedti…/

https://www.aljazeera.com/…/heavy-gunfire-shatters…