ຂໍ້ຕົກລົງຢຸດຍິງບໍ່ມີຜົນ ກອງທັບຊູດັງ ແລະ ກອງກໍາລັງ RSF ຍັງປະທະເດືອດ ປະຊາຊົນນັບພັນໜີອອກຈາກນະຄອນຫລວງຄາທູມ

ກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ຍັງຕໍ່ສູ້ກັນໃນນະຄອນຫລວງຄາທູມ ຫລັງຈາກຂໍ້ຕົກລົງຢຸດຍິງຄັ້ງຫລ້າສຸດປະສົບຄວາມລົ້ມເຫລວ ສົ່ງຜົນໃຫ້ປະຊາຊົນນັບພັນຄົນຈໍາຕ້ອງອົບພະຍົບໜີອອກຈາກເມືອງທ່າມກາງເຫດປະທະທີ່ທະວີຄວາມຮຸນແຮງຂຶ້ນ.
ໂດຍກ່ອນໜ້ານີ້, ນາໆຊາດໄດ້ຮຽກຮ້ອງໃຫ້ກອງກໍາລັງຂອງທັງສອງຝ່າຍເຮັດຂໍ້ຕົກລົງຢຸດຍິງ 24 ຊົ່ວໂມງ ເຊິ່ງຄວນຈະມີຜົນບັງຄັບໃຊ້ໃນເວລາ 18:00 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 19 ເມສາ. ເຖິງຢ່າງໃດກໍຕາມ, ຜູ້ເຫັນເຫດການໃນນະຄອນຫລວງຄາທູມເລົ່າວ່າ: ການປະທະຍັງຮຸນແຮງຕໍ່ເນື່ອງ.
ສໍານັກຂ່າວ Reuters ລາຍງານອີກວ່າ: ໃນເຂດຈາບຣາ ເຊິ່ງຢູ່ທາງຕາເວັນອອກຂອງນະຄອນຫລວງຄາທູມກໍມີການຍິງປະທະກັນດຸເດືອດ ເນື່ອງຈາກພື້ນທີ່ດັ່ງກ່າວເປັນທີ່ພັກອາໄສຂອງ ພົນເອກ ໂມຮາເໝັດ ຮຳດັນ ດາກາໂລ ຜູ້ບັນຊາການກອງກໍາລັງເຄິ່ງທະຫານ RSF ລວມທັງຄອບຄົວຂອງທ່ານ, ແຕ່ບໍ່ແນ່ນອນວ່າຜູ້ນໍາທະຫານຄົນນີ້ຍັງອາໄສຢູ່ໃນເຂດດັ່ງກ່າວ ຫລື ບໍ່.
ອ້າງອີງ:

