ຊາວເຢເມນແຫ່ມາຮັບເງິນບໍລິຈາກຈົນຢຽບກັນຕາຍ ເສຍຊີວິດແລ້ວຢ່າງໜ້ອຍ 78 ຄົນ

ເກີດເຫດຢຽບກັນຕາຍໃນນະຄອນຫລວງຊານາ ເມືອງຫລວງຂອງເຢເມນ ຫລັງປະຊາຊົນຫລາຍຮ້ອຍຄົນແຫ່ໄປຮັບເງິນບໍລິຈາກຢູ່ໂຮງຮຽນແຫ່ງໜຶ່ງຢ່າງໜາແໜ້ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 78 ຄົນ.
ສະຖານີໂທລະພາບ Al Masirah TV ເຊິ່ງດໍາເນີນງານໂດຍກຸ່ມກະບົດຮູຕີ ລາຍງານຂ່າວທີ່ສະຫລົດໃຈໃນວັນທີ 20 ເມສາ ໂດຍລະບຸວ່າ: ຝູງຊົນໄດ້ແຫ່ຍາດກັນໄປຮັບເງິນຊ່ວຍເຫລືອຄົນລະ 9 ໂດລາສະຫະລັດ ທີ່ມີຜູ້ນໍາມາບໍລິຈາກເພື່ອການກຸສົນໃນມື້ສຸດທ້າຍຂອງເດືອນສັກສິດຂອງຊາວມຸດສະລິມ ຈົນເກີດເຫດບໍ່ຄາດຝັນດັ່ງກ່າວ ເຊິ່ງນອກເໜືອຈາກຜູ້ເສຍຊີວິດແລ້ວຍັງມີຜູ້ບາດເຈັບອີກຈໍານວນຫລາຍ, ຂະນະທີ່ມີຜູ້ບາດເຈັບ 13 ຄົນຢູ່ໃນສະພາບວິກິດ.
ພະຍານຜູ້ເຫັນເຫດການເລົ່າວ່າ: ສະຖານະການພາຍໃນໂຮງຮຽນທີ່ຖືກໃຊ້ເປັນສະຖານທີ່ຈັດງານນັ້ນເປັນໄປດ້ວຍຄວາມວຸ້ນວາຍ, ຝູງຊົນຕ່າງບຽດສຽດຍາດກັນມາຮັບເງິນບໍລິຈາກ ຈົນເຈົ້າໜ້າທີ່ຂອງກຸ່ມກະບົດຮູຕີຕ້ອງຍິງປືນຂຶ້ນຟ້າເພື່ອຂູ່ໃຫ້ຝູງຊົນສະຫງົບລົງ, ແຕ່ພັດກາຍເປັນວ່າລູກປືນໄປຖືກສາຍໄຟຟ້າ ແລະ ເກີດລະເບີດ ເຮັດໃຫ້ຝູງຊົນແຕກຕື່ນກວ່າເກົ່າ. ຂະນະທີ່ວິດີໂອເຜີຍແຜ່ໃນໂລກອອນລາຍເຜີຍໃຫ້ເຫັນຮ່າງຂອງປະຊາຊົນຫລາຍຄົນທີ່ນອນນິ້ງຢູ່ກັບພື້ນ ທ່າມກາງສຽງຮ້ອງຂອງຝູງຊົນ.
ກະຊວງປ້ອງກັນປະເທດຂອງເຢເມນລະບຸໃນຖະແຫລງການວ່າ: ງານດັ່ງກ່າວເປັນງານການກຸສົນທີ່ຈັດຂຶ້ນໂດຍກຸ່ມພໍ່ຄ້າ ເຊິ່ງປັດຈຸບັນທາງການໄດ້ຄວບຄຸມຕົວພໍ່ຄ້າ 2 ຄົນທີ່ມີສ່ວນຮັບຜິດຊອບໃນການຈັດງານດັ່ງກ່າວແລ້ວ ແລະ ຈະສືບສວນຕໍ່ໄປ.
ອ້າງອີງ:

