iPhone ໃນປີ 2018 ຈະປ່ຽນມາໃຊ້ຈໍສະແດງຜົນ OLED ທັງໝົດ ແລະມີດ້ວຍກັນ 3 ລຸ້ນ

ລາຍງານກ່ຽວກັບ iPhone ລຸ້ນໃຫມ່ ທີ່ຈະອອກມາໃນໄລຍະລະດູແລ້ງປີນີ້ (ກັນຍາ-ພະຈິກ) ຄາດກັນວ່າຈະມີ 3 ລຸ້ນ ໄດ້ແກ່ iPhone 8, iPhone 7s ແລະ iPhone 7s Plus, ໂດຍ iPhone 8 ຈະເປັນລຸ້ນພິເສດໃນໂອກາດທີ iPhone ມີອາຍຸຄົບຮອບ 10 ປີ ຈຶ່ງມີການອອກແບບໃຫມ່ໝົດ ແລະ ຄາດວ່າຈະໃຊ້ຈໍສະແດງຜົນ OLED ຂະໜາດ 5,8 ນິ້ວ, ສ່ວນ iPhone 7s ແລະ iPhone 7s Plus ຈະເປັນລຸ້ນອັບເກຣດ iPhone 7 ທີ່ອອກມາໃນປີກາຍ ຍັງຄົງໃຊ້ຈໍສະແດງຜົນ LCD ຂະໜາດ 4,7 ນິ້ວຕາມລໍາດັບ.
ເຖິງວ່າ Apple ຈະບໍ່ໄດ້ອອກມາໃຫ້ລາຍລະອຽດກ່ຽວກັບ iPhone ລຸ້ນໃຫມ່ທີ່ເຊື່ອກັນວ່າຈະເປີດໂຕໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້, ແຕ່ຂ່າວລືຫລ້າສຸດໄດ້ຂ້າມໄປເວົ້າເຖິງ iPhone ທີ່ຈະອອກມາໃນປີໜ້າແລ້ວ.
ແຫຼ່ງຂ່າວອ້າງວ່າ: iPhone ໃນປີ 2018 ຈະຖິ້ມຈໍສະແດງຜົນ LCD ແລ້ວປ່ຽນມາເປັນ OLED ທັງໝົດ ໂດຍມີ 3 ລຸ້ນ. ນອກຈາກນີ້ ອາດມີການປ່ຽນແປງຂະໜາດຈໍສະແດງຜົນ ເປັນຂະໜາດ 5,28 ນິ້ວ ແລະ 6,46 ນິ້ວ.
ສໍາລັບ iPhone 8 ຈະໃຊ້ຈໍສະແດງຜົນ OLED ຈາກ Samsung ແຕ່ໃນປີໜ້າ Apple ອາດປ່ຽນໄປໃຊ້ບໍລິການ LG ໂດຍມີຂ່າວລືວ່າ Apple ໄດ້ລົງທຶນກັບໂຄງການສ້າງພື້ນຖານໃນການຜະລິດແຜງ OLED ຂອງ LG.

