ເຄນຢາ ປ່ອຍດາວທຽມປະຕິບັດການ ດວງທຳອິດຂຶ້ນສູ່ອະວະກາດ

ເຄນຢາ ປ່ອຍດາວທຽມປະຕິບັດການ ດວງທຳອິດຂຶ້ນສູ່ອະວະກາດ

ສຳນັກຂ່າວຣອຍເຕີລາຍງານ: ວັນທີ 16 ເມສາ 2023 ຜ່ານມາ, ດາວທຽມດັ່ງກ່າວເຊິ່ງພັດທະນາໂດຍວິສະວະກອນ 9 ຄົນ, ເຊິ່ງຈະມີການລວບລວມຂໍ້ມູນດ້ານການກະສິກຳ ແລະ ສິ່ງແວດລ້ອມ ລວມເຖິງຂໍ້ມູນກ່ຽວກັບນ້ຳຖ້ວມ, ໄພແລ້ງ ແລະ ໄຟປ່າ ໂດຍທາງການວາງແຜນທີ່ຈະໃຊ້ສຳລັບ ຈັດການໄພພິບັດ ແລະ ຕໍ່ສູ້ກັບຄວາມບໍ່ໝັ້ນຄົງທາງດ້ານອາຫານ….

ເທສລາ ກຽມສ້າງໂຮງງານຜະລິດແບັດເຕີຣີ່ລົດໄຟຟ້າ ເມກະແພັກ ໃນນະຄອນຊຽງໄຮ້

ເທສລາ ກຽມສ້າງໂຮງງານຜະລິດແບັດເຕີຣີ່ລົດໄຟຟ້າ ເມກະແພັກ ໃນນະຄອນຊຽງໄຮ້

ສຳນັກຂ່າວຕ່າງປະເທດລາຍງານ, ພິທີລົງນາມໂຄງການສ້າງໂຮງງານຂະໜາດໃຫຍ່ຂອງເທສລາ ຈັດຂຶ້ນທີ່ຊຽງໄຮ້, ຖືເປັນໂຮງງານຂະໜາດໃຫຍ່ຂອງເທສລາ ເພື່ອຜະລິດແບັດເຕີຣີ່ ເມກະແພັກ (Megapack) ຂອງສະຫະລັດອາເມຣິກາ ທີ່ຕັ້ງຢູ່ໃນເຂດການຄ້າເສລີຫລິນກັງຂອງຊຽງໄຮ້. ໃນໄລຍະທຳອິດ ໂຮງງານມີແຜນຈະຜະລິດແບັດເຕີຣີ່ 10,000 ຕໍ່ປີ ສາມາດເກັບພະລັງງານໄດ້ 40 ກິໂລວັດຕໍ່ຊົ່ວໂມງ ເພື່ອສົ່ງຂາຍໄປທົ່ວໂລກ ໂດຍການກໍ່ສ້າງໂຮງງານຈະເລີ່ມຂຶ້ນໃນໄຕມາດທີ 3 ຂອງປີນີ້…

ກຳປູເຈຍ ສາມາດດຶງດູດການລົງທຶນ 39 ໂຄງການ ມີມູນຄ່າປະມານ 294 ລ້ານໂດລາ

ກຳປູເຈຍ ສາມາດດຶງດູດການລົງທຶນ 39 ໂຄງການ ມີມູນຄ່າປະມານ 294 ລ້ານໂດລາ

ຂ່າວຕ່າງປະເທດລາຍງານ, ສະພາເພື່ອການພັດທະນາຂອງກຳປູເຈຍ (CDC) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ກຳປູເຈຍສາມາດດຶງດູດໂຄງການ ການລົງທຶນຊັບສິນຖາວອນ 39 ໂຄງການມູນຄ່າ 294 ລ້ານໂດລາ ໃນໄຕມາດທຳອິດຂອງປີ 2023 ຊຶ່ງມີສ່ວນຊ່ວຍສ້າງວຽກໃໝ່ປະມານ 47.000 ຕຳແໜ່ງງານ. ບົດລາຍງານລະບຸວ່າ ຈີນຍັງຄົງຄອງຕຳແໜ່ງຜູ້ລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຂອງກຳປູເຈຍດ້ວຍອັດຕາສ່ວນການລົງທຶນເກືອບ 70% ຂອງການລົງທຶນທັງໝົດໃນເດືອນມັງກອນເຖິງເດືອນມີນາ ຄິດເປັນມູນຄ່າ…

IMF  ຄາດຄະເນການຂະຫຍາຍໂຕເສດຖະກິດ ໂລກ ປີ 2023 ບໍ່ເກີນ 2,8%

IMF ຄາດຄະເນການຂະຫຍາຍໂຕເສດຖະກິດ ໂລກ ປີ 2023 ບໍ່ເກີນ 2,8%

ຂ່າວຕ່າງປະເທດລາຍງານວ່າ: ກອງທຶນເງິນຕາສາກົນ (IMF) ໄດ້ເປີດເຜີຍບົດລາຍງານການຄາດຄະເນການຂະຫຍາຍຕົວຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກໃນປີນີ້ຢູ່ທີ່ 2,8% ແລະ 3% ໃນປີ 2024. ທັງນີ້, IMF ໃຫ້ເຫດຜົນບວກກັບການປັບຫຼຸດທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດໃນປີນີ້ ແລະ ປີ 2024 ວ່າເປັນຜົນມາຈາກສະຖານະການທາງດ້ານເສດຖະກິດຂອງປະເທດຂະໜາດໃຫຍ່ຫຼາຍແຫ່ງທີ່ຂະຫຍາຍຕົວຊ້າບໍ່ວ່າຈະເປັນຍີ່ປຸ່ນ, ເຢຍລະມັນ, ອິນເດຍ…

ຍີ່ປຸ່ນ ເພີ່ມເພດານລາຍໄດ້ ເພື່ອອຸດໜູນຄ່າໃຊ້ຈ່າຍການຮຽນ

ຍີ່ປຸ່ນ ເພີ່ມເພດານລາຍໄດ້ ເພື່ອອຸດໜູນຄ່າໃຊ້ຈ່າຍການຮຽນ

ຂ່າວຕ່າງປະເທດລາຍງານ, ກະຊວງສຶກສາທິການຂອງຍີ່ປຸ່ນໄດ້ເປີດເຜີຍແຜນການເພີ່ມເພດານລາຍໄດ້ໃນແຜນການຊ່ວຍເຫລືອທາງການເງິນສາທາລະນະ ເພື່ອສະໜັບສະໜູນຄ່າໃຊ້ຈ່າຍການສຶກສາໃນລະດັບຊັ້ນມັດທະຍົມປາຍ. ການດຳເນີນງານດັ່ງກ່າວມີເປົ້າໝາຍເພື່ອຂະຫຍາຍການສະໜັບສະໜູນໃຫ້ແກ່ພາກຄົວເຮືອນທີ່ມີລາຍໄດ້ປານກາງ ແລະ ມີລູກຫລາຍຄົນ ໂດຍມີກຳນົດເລີ່ມຕົ້ນໃນສົກປີງົບປະມານ 2024. ເພດານສິດທິດັ່ງກ່າວຈະເພີ່ມເກນລາຍໄດ້ພາກຄົວເຮືອນ ຈາກປັດຈຸບັນຢູ່ທີ່ 3,8 ລ້ານເຢນຕໍ່ປີ ເປັນ 6 ລ້ານເຢນຕໍ່ປີ ໂດຍຄາດວ່າ ຈຳນວນນັກຮຽນທີ່ມີຄຸນສົມບັດຮັບສິດນີ້ຈະເພີ່ມຂຶ້ນປະມານ 200.000 ຄົນ. ແຜນການດັ່ງກ່າວເປັນການປະສົມປະສານລະຫວ່າງການຫລຸດຄ່າຮຽນ…

ສະພາຊິລີອະນຸມັດຮ່າງກົດໝາຍ ຫລຸດເວລາເຮັດວຽກ ເຫລືອ “40 ຊົ່ວໂມງຕໍ່ອາທິດ”

ສະພາຊິລີອະນຸມັດຮ່າງກົດໝາຍ ຫລຸດເວລາເຮັດວຽກ ເຫລືອ “40 ຊົ່ວໂມງຕໍ່ອາທິດ”

ລັດຖະສະພາຊິລີຜ່ານຮ່າງກົດໝາຍທີ່ມີການຖົກຖຽງກັນຢ່າງໜັກ ໃນການຄ່ອຍໆຫລຸດຊົ່ວໂມງການເຮັດວຽກຕໍ່ອາທິດ ຈາກ 45 ຊົ່ວໂມງ ເປັນ 40 ຊົ່ວໂມງ ຖືເປັນໄຊຊະນະທາງກົດໝາຍຂອງປະທານາທິບໍດີ ກາບຽວ ບໍຣິກ ຜູ້ນຳຊິລີ ທ່າມກາງຄະແນນຄວາມນິຍົມຂອງທ່ານເຊິ່ງບໍ່ໝັ້ນຄົງ. ວັນທີ 12 ເມສາ, ສໍານັກຂ່າວຣອຍເຕີລາຍງານວ່າ: ທ່ານ ບໍຣິກ ຜູ້ໃຫ້ຄໍາໝັ້ນກ່ຽວກັບວາລະໃນການປະຕິຮູບສັງຄົມ…

ຈີນຢືນຢັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ “H3N8” ຄົນທໍາອິດຂອງໂລກ

ຈີນຢືນຢັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ “H3N8” ຄົນທໍາອິດຂອງໂລກ

ແມ່ຍິງຈາກທາງຕອນໃຕ້ຂອງຈີນ ເປັນຜູ້ເສຍຊີວິດຄົນທໍາອິດຂອງໂລກ ຈາກເຊື້ອໄວຣັສໄຂ້ຫວັດສັດປີກ “H3N8” ຂະນະທີ່ອົງການອະນາໄມໂລກຢືນຢັນຄວາມສ່ຽງຕໍ່ມະນຸດໂດຍທົ່ວໄປ “ຍັງຕໍ່າ”. ວັນທີ 12 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ອອກຖະແຫລງການ ເລື່ອງການພົບຜູ້ເສຍຊີວິດຈາກເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H3N8 ຄົນທໍາອິດຂອງໂລກ ເປັນແມ່ຍິງອາຍຸ 56 ປີ…

ຫລາຍພື້ນທີ່ຂອງຍີ່ປຸ່ນ ໄດ້ຮັບຜົນກະທົບຈາກພາຍຸຊາຍ ເຕືອນປະຊາຊົນຫ້າມອອກນອກເຮືອນຖ້າບໍ່ຈຳເປັນ

ຫລາຍພື້ນທີ່ຂອງຍີ່ປຸ່ນ ໄດ້ຮັບຜົນກະທົບຈາກພາຍຸຊາຍ ເຕືອນປະຊາຊົນຫ້າມອອກນອກເຮືອນຖ້າບໍ່ຈຳເປັນ

ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານວ່າ: ວັນທີ 12 ເມາສາ 2023 ຜ່ານມາ, ພົບຝຸ່ນຊາຍສີເຫລືືອງປົກຄຸມອາກາດຫລາຍພື້ນທີ່ ທາງພາກຕາເວັນຕົກຂອງປະເທດ, ໂດຍລາຍງານລະບຸວ່າ ຝຸ່ນຊາຍສີເຫລືອງດັ່ງກ່າວໄດ້ພັດມາຈາກທະເລຊາຍຂອງຈີນ ເຊິ່ງໄດ້ເຮັດໃຫ້ຟ້າມົວ ເຮັດໃຫ້ການເບິ່ງເຫັນຫລຸດລົງ. ທ່ານ ໂອນິຊິ ຄາຊູນາຣິ ສາດສະດາຈານແຫ່ງມະຫາວິທະຍາໄລນານາຊາດ ເຊນລຸດ ເປີດເຜີຍວ່າ:…

WHO ພົບຍິງຊາວຈີນເສຍຊີວິດຈາກໄຂ້ຫວັດສັດປີກ ສາຍພັນ H3N8 ຖືວ່າເປັນຄົນທຳອິດຂອງໂລກ

WHO ພົບຍິງຊາວຈີນເສຍຊີວິດຈາກໄຂ້ຫວັດສັດປີກ ສາຍພັນ H3N8 ຖືວ່າເປັນຄົນທຳອິດຂອງໂລກ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 12 ເມສາ 2023 ຜ່ານມາ, ອົງການອະນາໄມໂລກ (World Health Organization) ລາຍງານວ່າ: ພົບຍິງຊາວຈີນເສຍຊີວິດຈາກການຕິດເຊື້ອໄຂ້ຫວັດສັດປີກ ສາຍພັນ H3N8 ເຊິ່ງຖືວ່າເປັນມະນຸດຄົນທຳອິດທີ່ເສຍຊີວິດຈາກການຕິດເຊື້ອຂອງສາຍພັນນີ້ ຫລັງຈາກທີ່ຈີນຢືນຢັນພົບຄົນຕິດເຊື້ອໃນປີທີ່ຜ່ານມາ. ລາຍງານລະບຸວ່າ: ຜູ້ເສຍຊີວິດເປັນເພດຍິງ ອາຍຸ 56…

UN ປະນາມມຽນມາໂຈມຕີທາງອາກາດຖະຫລົ່ມກຸ່ມຕໍ່ຕ້ານ ເສຍຊີວິດ 50 ຄົນ

UN ປະນາມມຽນມາໂຈມຕີທາງອາກາດຖະຫລົ່ມກຸ່ມຕໍ່ຕ້ານ ເສຍຊີວິດ 50 ຄົນ

ກໍລະນີກອງທັບມຽນມາໂຈມຕີທາງອາກາດຖະຫລົ່ມເປົ້າໝາຍກຸ່ມຕໍ່ຕ້ານທີ່ເຂົ້າຮ່ວມພິທີເປີດສໍານັກງານກອງກໍາລັງພິທັກປະຊາຊົນ (People’s Defence Force: PDF) ຢູ່ບ້ານປາຊິກຢີ ໃນພາກພື້ນສະກາຍ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 50 ຄົນ ແລະ ບາດເຈັບອີກຈໍານວນຫລາຍ. ຫລ້າສຸດອົງການສະຫະປະຊາຊາດ (UN) ໄດ້ອອກມາສະແດງທ່າທີຕໍ່ເຫດການທີ່ເກີດຂຶ້ນ ໂດຍທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ເຜີຍແພ່ຖະແຫລງການຜ່ານໂຄສົກສ່ວນຕົວ…