ບັງກະລາເທດຮ້ອນສຸດໃນຮອບ 65 ປີ ຕ້ອງປິດໂຮງຮຽນຫລາຍພັນແຫ່ງ-ຕັດໄຟບາງຊ່ວງເວລາ

ບັງກະລາເທດຮ້ອນສຸດໃນຮອບ 65 ປີ ຕ້ອງປິດໂຮງຮຽນຫລາຍພັນແຫ່ງ-ຕັດໄຟບາງຊ່ວງເວລາ

ພື້ນທີ່ສ່ວນຫລາຍຢູ່ບັງກະລາເທດ ຢູ່ພາຍໃຕ້ອິດທິພົນຂອງຄື້ນຄວາມຮ້ອນ ສົ່ງຜົນໃຫ້ອຸນຫະພູມເພີ່ມສູງເປັນສະຖິຕິສູງສຸດໃນຮອບ 65 ປີ ຈົນຕ້ອງມີການປິດໂຮງຮຽນ ແລະ ຕັດກະແສໄຟຟ້າໃນບາງຊ່ວງເວລາ. ວັນທີ 8 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງບັງກະລາເທດ ລາຍງານວ່າ: ອຸນຫະພູມໃນພື້ນທີ່ສ່ວນຫລາຍຂອງປະເທດຢູ່ລະດັບສູງກວ່າ 40 ອົງສາ ນັບແຕ່ຕົ້ນເດືອນນີ້ ໂດຍໃນວັນທີ 3…

ກໍາປູເຈຍຕັ້ງເປົ້າຫລຸດພົ້ນສະຖານະ “ປະເທດພັດທະນາໜ້ອຍສຸດ” ພາຍໃນປີ 2027

ກໍາປູເຈຍຕັ້ງເປົ້າຫລຸດພົ້ນສະຖານະ “ປະເທດພັດທະນາໜ້ອຍສຸດ” ພາຍໃນປີ 2027

ວັນທີ 8 ມິຖຸນາ, ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ ກ່າວວ່າ: ກໍາປູເຈຍຢູ່ໃນເສັ້ນທາງຂອງການຫລຸດພົ້ນຈາກສະຖານະປະເທດພັດທະນາໜ້ອຍທີ່ສຸດ ພາຍໃນປີ 2027 ແລະ ຈະບັນລຸເປົ້າໝາຍການເປັນປະເທດທີ່ມີລາຍໄດ້ປານກາງລະດັບສູງ ພາຍໃນປີ 2030. ຂະນະດຽວກັນ, ຜູ້ນໍາກໍາປູເຈຍກ່າວອີກວ່າ: ເສດຖະກິດຂອງປະເທດຟື້ນຕົວດີເປັນກ້າວໆ ຫລັງຜ່ານພົ້ນການລະບາດໃຫຍ່ຂອງພະຍາດໂຄວິດ-19 ໂດຍລວມຍອດຜະລິດຕະພັນພາຍໃນ…

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕ້ອນຮັບຄະນະປະເມີນເສດຖະກິດມະຫາພາກຂອງອົງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO)

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕ້ອນຮັບຄະນະປະເມີນເສດຖະກິດມະຫາພາກຂອງອົງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO)

ວັນທີ 1 ມິຖຸນາ 2023 ຜ່ານມາ, ທີ່ ທະນາຄານແຫ່ງ ສປປ ລາວ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ພ້ອມດ້ວຍຄະນະກົມພາຍໃນ ທຫລ ໄດ້ຮັບຕ້ອນ ທ່ານ…

ອັງກິດເຕືອນປະຊາຊົນເລື່ອງສະພາບອາກາດຮ້ອນອົບເອົ້າໃນທ້າຍອາທິດນີ້ ຢ້ານກະທົບກຸ່ມຜູ້ສູງອາຍຸ-ຜູ້ມີບັນຫາສຸຂະພາບ

ອັງກິດເຕືອນປະຊາຊົນເລື່ອງສະພາບອາກາດຮ້ອນອົບເອົ້າໃນທ້າຍອາທິດນີ້ ຢ້ານກະທົບກຸ່ມຜູ້ສູງອາຍຸ-ຜູ້ມີບັນຫາສຸຂະພາບ

ທາງການອັງກິດປະກາດເຕືອນປະຊາຊົນ ວ່າດ້ວຍເລື່ອງຂອງອຸນຫະພູມສະເລ່ຍໃນຫລາຍພື້ນທີ່ຢູ່ອັງກິດ ອາດເພີ່ມສູງຂຶ້ນຫລາຍຈົນເຖິງລະດັບ 30 ອົງສາ ໃນທ້າຍອາທິດນີ້ ຫລັງຈາກເລີ່ມເຂົ້າສູ່ລະດູຮ້ອນ. ໂດຍໜ່ວຍງານຄວາມໝັ້ນຄົງດ້ານສຸຂະພາບຂອງອັງກິດ (UKHSA) ລະບຸວ່າ: ໄລຍະເວລາທີ່ປະກາດເຕືອນຈະຄວບຄຸມແຕ່ເວລາ 09:00 ໂມງ ຂອງວັນທີ 9 ມິຖຸນາ 2023 ໄປຈົນຮອດເວລາ 09:00 ໂມງ…

ສະພາບອາກາດຮ້ອນ-ແຫ້ງແລ້ງ ຈະເກີດຂຶ້ນເຖິງ 70% ໃນປີນີ້

ສະພາບອາກາດຮ້ອນ-ແຫ້ງແລ້ງ ຈະເກີດຂຶ້ນເຖິງ 70% ໃນປີນີ້

ສຳນັກຂ່າວຕ່າງປະເທດລາຍງານ, ວັນ​ທີ 6​ ມິຖຸນາ​ 2023 ຜ່ານມາ, ສຳນັກງານອຸຕຸນິຍົມ​ວິ​ທະຍາ ຂອງອົດ​ສະຕຣາລີ ​ຖະ​ແຫລ​ງວ່າ: ​ໂອກາດ​ທີ່​ຈະ​ເກີດຮູບ​ແບບສະພາບ​ອາກາດ ​ເອລນີ​ໂຍ(El Niño) ​ເຮັດ​ໃຫ້​ ອາກາດ​ຮ້ອນ ​ແລະ ​ແຫ້ງ​ແລ້ງ ເໜືອ​ມະຫາ​ສະໝຸດ ປາຊີ​ຟິກ ​ເພີ່ມ​ຂຶ້ນ70% ​ເປັນ​ເກນ​ທີ່​ຕ້ອງ​ເຕືອນ​ໄພ​ຕໍ່​ປາກົດ​ການ​ດັ່ງກ່າວ…

OPEC+ ເຫັນດີເປັນເອກະພາບຫລຸດຜ່ອນປະລິມານຂຸດຄົ້ນນ້ຳມັນໃນປີ 2024

OPEC+ ເຫັນດີເປັນເອກະພາບຫລຸດຜ່ອນປະລິມານຂຸດຄົ້ນນ້ຳມັນໃນປີ 2024

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 4 ມິຖຸນາ ຜ່ານມາ ໃນກອງປະຊຸມຢູ່ວຽນນາ ປະເທດໂອຕຣິດ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ເຫັນດີເປັນເອກະພາບດັດປັບປະລິມານການຂຸດຄົ້ນນ້ຳມັນໃນລະດັບ 40,46 ລ້ານຖັງ/ວັນໃນປີ 2024. ຖະແຫຼງການຮ່ວມພາຍຫຼັງກອງປະຊຸມໄດ້ຊີ້ແຈງວ່າ: ບັນດາປະເທດເຂົ້າຮ່ວມໄດ້ຕັດສິນໃຈດັດປັບຍອດປະລິມານນ້ຳມັນດິບລວມຂອງກຸ່ມ OPEC ແລະ ບັນດາປະເທດຄູ່ຮ່ວມມືນອກ…

ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ

ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ

ທ່ານ ມູຮໍາໝັດ ຮາມານີ (Mohammad Rahmani) ຫົວໜ້າຝ່າຍສຶກສາປະຈໍາແຂວງຊາເອໂປລ ທາງຕອນເໜືອຂອງອັບການິດສະຖານ ເປີດເຜີຍຕໍ່ສໍານັກຂ່າວ CNN ວ່າ: ໃນທ້າຍອາທິດຜ່ານມາ ມີນັກຮຽນຊັ້ນປະຖົມເກືອບ 80 ຄົນຖືກວາງຢາພິດ ເຊິ່ງສ່ວນຫລາຍເປັນເດັກນ້ອຍຜູ້ຍິງ ໂດຍທຸກຄົນຖືກສົ່ງເຂົ້າຮັບການປິ່ນປົວຢູ່ໂຮງໝໍຮຽບຮ້ອຍແລ້ວ. ທ່ານ ຮາມານີ ເປີດເຜີຍວ່າ: ໜ່ວຍຂ່າວຂອງກົມຕໍາຫລວດປະຈໍາແຂວງຊາເອໂປລກໍາລັງດໍາເນີນການສືບສວນກ່ຽວກັບກໍລະນີດັ່ງກ່າວ,…

ຂົວກໍາລັງກໍ່ສ້າງຂ້າມແມ່ນໍ້າຄົງຄາ ພັງຖະຫລົ່ມຮອບສອງພາຍໃນປີດຽວ

ຂົວກໍາລັງກໍ່ສ້າງຂ້າມແມ່ນໍ້າຄົງຄາ ພັງຖະຫລົ່ມຮອບສອງພາຍໃນປີດຽວ

ຂົວຂ້າມແມ່ນໍ້າຄົງຄາເຊິ່ງຢູ່ລະຫວ່າງການກໍ່ສ້າງ ໃນພື້ນທີ່ທາງຕາເວັນອອກຂອງອິນເດຍ ພັງຖະຫລົ່ມແລ້ວສອງຄັ້ງ ພາຍໃນໄລຍະເວລາພຽງ 1 ປີ. ວັນທີ 6 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທາງການລັດພິຫານ ທີ່ຢູ່ທາງຕາເວັນອອກຂອງອິນເດຍ ສັ່ງໃຫ້ມີການສືບສວນສອບສວນຢ່າງລະອຽດ ກໍລະນີຂົວຂ້າມແມ່ນໍ້າຄົງຄາ ເຊິ່ງຢູ່ລະຫວ່າງການກໍ່ສ້າງ ໃນເມືອງຄັດປຸຣະ ພັງຖະຫລົ່ມໃນວັນທີ 4 ມິຖຸນາຜ່ານມາ. ໂຄງການກໍ່ສ້າງຂົວແຫ່ງດັ່ງກ່າວ…

ນ້ຳຖ້ວມ-ດິນເຈື່ອນຄັ້ງໃຫຍ່ຢູ່ໄຮຕິ ມີຜູ້ເສຍຊີວິດຫລາຍກວ່າ 40 ຄົນ

ນ້ຳຖ້ວມ-ດິນເຈື່ອນຄັ້ງໃຫຍ່ຢູ່ໄຮຕິ ມີຜູ້ເສຍຊີວິດຫລາຍກວ່າ 40 ຄົນ

ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 40 ຄົນ ຈາກເຫດນໍ້າຖ້ວມ ແລະ ດິນເຈື່ອນຄັ້ງໃຫຍ່ຢູ່ໄຮຕິ. ວັນທີ 6 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອາຣຽວ ອ໊ອງຣີ ນາຍົກລັດຖະມົນຕີໄຮຕິ ຈັດຕັ້ງສູນປະຕິບັດການຕອບສະໜອງແຫ່ງຊາດ ເພື່ອເລັ່ງໃຫ້ການຊ່ວຍເຫລືອປະຊາຊົນທີ່ກໍາລັງໄດ້ຮັບຄວາມເດືອດຮ້ອນຢ່າງໜັກ ຈາກນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນໃນຫລາຍພື້ນທີ່ ໂດຍເປັນຜົນມາຈາກຝົນທີ່ຕົກລົງມາຢ່າງໜັກ…

ປະທານປະເທດ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ເຫດການລົດໄຟຕຳກັນຢູ່ອິນເດຍ

ປະທານປະເທດ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ເຫດການລົດໄຟຕຳກັນຢູ່ອິນເດຍ

ວັນທີ 5 ມິຖຸນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ນາງ ດຣໍປາດິ ມູ່ມູ ປະທານາທິບໍດີ…