ນໍ້າລາຍເຫັບຊ່ວຍປ້ອງກັນຫົວໃຈວາຍໄດ້
ນັັກວິໄຈຈາກມະຫາວິທະຍາໄລອອກຟອດ ສະຫະລາຊະອານາຈັກ ເປີດເຜີຍຜົນການສຶກສາຫລ້າສຸດ ເຊິ່ງພົບວ່ານໍ້າລາຍຈາກໂຕເຫັບທີ່ເປັນສັດຕູດູດເລືອດຄົນ ແລະ ສັດຈາກພາຍນອກ ມີໂປຣຕິນຊ່ວຍຢັບຢັ້ງການອັກເສບ ເຊິ່ງປ້ອງກັນບໍ່ໃຫ້ຄົນເກີດອາການຫົວໃຈວາຍກະທັນຫັນທີ່ສ່ຽງອັນຕະລາຍເຖິງຊີວິດ ລວມທັງຍັງມີປະສິດທິພາບເປັນຂຸມຄຳຂອງການຜະລິດຄິດຄົ້ນຢາຊະນິດໃຫມ່ໆທີ່ຈະໃຊ້ປິ່ນປົວພະຍາດຫຼອດເລືອດສະໝອງ ແລະ ຂໍ້ອັກເສບໄດ້.
ຜົນການວິໄຈດັ່ງກ່າວ ຕີພິມເຜີຍແຜ່ໃນວາລະສານວິຊາການອອນລາຍ Scientific Reports ໂດຍອະທິບາຍວ່າ: ເຫັບນັ້ນຫາກິນໄດ້ຢ່າງເໜືອຊັ້ນກວ່າສັດດູດເລືອດຊະນິດອື່ນໆ ເພາະສາມາດດູດເລືອດຈາກເຫຍື່ອໄດ້ຕິດຕໍ່ກັນດົນ 8-10 ມື້ ໂດຍທີ່ເຫຍື່ອບໍ່ຮູ້ສຶກຕົວ ເນື່ອງຈາກໂປຣຕິນທີ່ຢູ່ໃນນໍ້າລາຍຂອງເຫັບຈະເຂົ້າໄປສະກັດບໍ່ໃຫ້ສານເຄມີຈໍາພວກ Chemokines ໃນຮ່າງກາຍເຫຍື່ອເຮັດ ເຊິ່ງຈະຊ່ວຍຢັບຢັ້ງການອັກເສບ ເຮັດໃຫ້ເຫຍື່ອບໍ່ຮູ້ສຶກເຈັບ ຫຼື ຄັນ.
ສາສະດາຈານ ໂຊໂມ ພັດທາຊາຣຍາ ຜູ້ນໍາຄະນະວິໄຈບອກວ່າ: ຫຼັກການດັ່ງກ່າວຈະຊ່ວຍປິ່ນປົວພະຍາດກ້າມຊີ້ນຫົວໃຈອັກເສບ ເຊິ່ງເກີດຂຶ້ນຈາກການທີ່ີສານເຄມີຈໍາພວກ Chemokines ໃນຫົວໃຈຫຼາຍເກີນໄປ ເຊິ່ງຈະເຮັດໃຫ້ເກີດຄວາມຜິດປົກກະຕິເຊັ່ນ: ກ້າມຊີ້ນຫົວໃຈໜາ, ພວງໃຫຍ່ ຫຼື ເສື່ອມສະພາບ ເຊິ່ງເປັນສາເຫດຂອງການເກີດຫົວໃຈວາຍກະທັນຫັນໃນໄວໜຸ່ມ ເຊິ່ງມັກບໍ່ເຄີຍມີອາການປາກົດມາກ່ອນ ໂດຍກໍລະນີເຊັ່ນນີ້ສ່ຽງອັນຕະລາຍເຖິງຊີວິດ ຫຼື ເຮັດໃຫ້ຜູ້ປ່ວຍຕ້ອງເຂົ້າຮັບການຜ່າຕັດປ່ຽນຫົວໃຈ.
ນອກຈາກນີ້ ສາສະດາຈານຄົນດັ່ງກ່າວຍັງບອກວ່າ: ໂປຣຕິນໃນນໍ້າລາຍເຫັບຍັງມີປະສິດທິພາບໃນການນໍາໄປຄິດຄົ້ນຢາຕ້ານການອັກເສບໃຫມ່ໆ ເພື່ອປິ່ນປົວພະຍາດຂໍ້ອັກເສບ, ຕັບອ່ອນອັກເສບ ແລະ ພະຍາດຫຼອດເລືອດສະໝອງໄດ້ນຳອີກ ໂດຍຂະນະນີ້ການທົດສອບໂປຣຕິນດັງກ່າວຍັງຢູ່ໃນລະດັບຫ້ອງທົດລອງ ແລະ ຕ້ອງໃຊ້ເວລາອີກຫຼາຍປີກວ່າຈະພັດທະນາເປັນຢານໍາມາໃຊ້ໃນມະນຸດ.
ສໍາລັບຜູ້ທີ່ເປັນຫ່ວງເລື່ອງຄວາມສະອາດປອດໄພຈາກການໃຊ້ຢາຈາກນໍ້າລາຍເຫັບ, ຄະນະຜູ້ວິໄຈບອກວ່າ: ໃນອະນາຄົດຈະບໍ່ໄດ້ເກັບນໍ້າລາຍຈາກໂຕເຫັບໂດຍກົງ ເນື່ອງຈາກມີປະລິມານໜ້ອຍ ແລະ ໃຊ້ທໍ່ຂະໜາດນ້ອຍເກັບນໍ້າລາຍໄດ້ລໍາບາກ ຈຶ່ງຈະມີການໃຊ້ຢີນສັງເຄາະໝາລ້ຽງໃນຢີສ ເພື່ອຜະລິດໂປຣຕິນແບບດຽວກັນທີ່ພົບໃນນໍ້າລາຍເຫັບນີ້ໃນປະລິມານຫຼາຍແທນ.
ທັງນີ້ ເຫັບມີໂປຣຕິນໃນນໍ້າລາຍສູງສຸດເຖິງ 3.000 ຊະນິດ ເຊິ່ງຂຶ້ນກັບສາຍພັນຂອງເຫັບແຕ່ລະໂຕ.

