ອິດສະລາແອນຖະຫລົ່ມໂຮງຮຽນ UN ຢູ່ກາຊາ ມີຜູ້ເສຍຊີວິດ 20 ກວ່າຄົນ ອ້າງເປັນຖານທີ່ໝັ້ນຂອງຮາມັດ

      ກອງທັບອິດສະລາແອນຢືນຢັນ ການໂຈມຕີທາງອາກາດຢູ່ໂຮງຮຽນຂອງສະຫະປະຊາຊາດ ໃນພາກກາງຂອງເຂດກາຊາ ເຊິ່ງເປັນຖານທີ່ໝັ້ນຂອງກຸ່ມຮາມັດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 20 ກວ່າຄົນ.

     ວັນທີ 6 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການວ່າ: ກອງທັບອິດສະລາແອນປະຕິບັດການໂຈມຕີທາງອາກາດ ຢູ່ໂຮງຮຽນຂອງສໍານັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາຊາດ ສໍາລັບຜູ້ລີ້ໄພປາແລັສຕິນຢູ່ຕາເວັນອອກໃກ້ (UNRWA) ໃນເມືອງນູໄຊຣັດ ທາງຕອນກາງຂອງເຂດກາຊາ ເນື່ອງຈາກມີກຸ່ມຮາມັດລີ້ຊ້ອນຢູ່ໃນພື້ນທີ່.

      ຂະນະທີ່ກະຊວງສາທາລະນະສຸກປາແລັສຕິນຢູ່ເຂດກາຊາ ລາຍງານວ່າ: ການໂຈມຕີດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ, ສ່ວນກຸ່ມຮາມັດປະນາມການໂຈມຕີດັ່ງກ່າວ “ເປັນການສັງຫານໝູ່ທີ່ສ້າງຄວາມອັບອາຍໃຫ້ແກ່ມະນຸດ”.

      ເຫດການໂຈມຕີດັ່ງກ່າວເກີດຂຶ້ນ ຂະນະທີ່ອາເມລິກາ ແລະ ກຸ່ມຮາມັດກ່າວຫາກັນໄປມາ ກ່ຽວກັບ “ການເປັນອຸປະສັກ” ຂອງການເຈລະຈາຢຸດຍິງຄັ້ງໃໝ່ ໂດຍທ່ານ ໂອຊາມາ ຮໍາດານ ໜຶ່ງໃນແກນນໍາຝ່າຍການເມືອງຂອງກຸ່ມຮາມັດ ກ່າວເຖິງກາຕາ ເຊິ່ງປະຕິບັດໜ້າທີ່ຜູ້ໄກ່ເກ່ຍ ແລະ ຄົນກາງ ການເຈລະຈາລະຫວ່າງອິດສະລາແອນກັບກຸ່ມຮາມັດ ກ່າວວ່າ: ຍັງລໍຖ້າທ່າທີ່ຊັດເຈນ” ຈາກອິດສະລາແອນ ກ່ຽວກັບຂໍ້ສະເໜີຢຸດຍິງຄັ້ງໃໝ່ ຕາມການຫາລືໃນວັນທີ 6 ພຶດສະພາຜ່ານມາ ສະທ້ອນວ່າ: ອີກຝ່າຍ “ຕ້ອງການເຈລະຈາແບບບໍ່ມີບ່ອນສິ້ນສຸດ”.