ສະພາບອາກາດຮ້ອນ-ແຫ້ງແລ້ງ ຈະເກີດຂຶ້ນເຖິງ 70% ໃນປີນີ້

ສຳນັກຂ່າວຕ່າງປະເທດລາຍງານ, ວັນ​ທີ 6​ ມິຖຸນາ​ 2023 ຜ່ານມາ, ສຳນັກງານອຸຕຸນິຍົມ​ວິ​ທະຍາ ຂອງອົດ​ສະຕຣາລີ ​ຖະ​ແຫລ​ງວ່າ: ​ໂອກາດ​ທີ່​ຈະ​ເກີດຮູບ​ແບບສະພາບ​ອາກາດ ​ເອລນີ​ໂຍ(El Niño) ​ເຮັດ​ໃຫ້​ ອາກາດ​ຮ້ອນ ​ແລະ ​ແຫ້ງ​ແລ້ງ ເໜືອ​ມະຫາ​ສະໝຸດ ປາຊີ​ຟິກ ​ເພີ່ມ​ຂຶ້ນ70% ​ເປັນ​ເກນ​ທີ່​ຕ້ອງ​ເຕືອນ​ໄພ​ຕໍ່​ປາກົດ​ການ​ດັ່ງກ່າວ ​ເນື່ອງ​ຈາກ ສະພາບ​ອາກາດຮ້ອນ ​ແລະ​ ​ແຫ້ງ​ແລ້ງຈະມີ​ຄວາມຮຸນ​ແຮງ ​ແລະ ຍາວ​ນານ ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ​ໂດຍ​ສະ​ເພາະຝັ່ງ​ຕາ​ເວັນ​ອອກ​ຂອງ​ອົດ​ສະຕຣາລີ ມີ​ໂອກາດ​ແຫ້ງ​ແລ້ງ​ເພີ່ມ​ຂຶ້ນ​ ໃນ​ພື້ນ​ທີ່ 2​ ໃນ 3 ຂອງ​ປະ​ເທດທີ່ຢູ່​ທາງ​ພາກ​ໃຕ້ມີ​ໂອກາດ​ຮ້ອນ​ຂຶ້ນ ​ແລະ ຝັ່ງ​ຕາ​ເວັນ​ອອກສຽງ​ໃຕ້ ມີ​ອັນຕະລາຍຈາກ​ໄຟ​ປ່າ ເພີ່ມ​ຂຶ້ນ​ ເຊັ່ນ​ກັນ.​ເອລນີ​ໂຍ ​ເປັນ​ຮູບ​ແບບສະພາບ​ອາກາດ​ທີ່​ມັກ​ເກີດ​ຂຶ້ນ​ພ້ອມ​ກັບ​ການ​ທີ່​ໂລກ​ຮ້ອນ​ຂຶ້ນຂະນະ​ທີ່​ບາງ​ສ່ວນ​ແຫ້ງ​ແລ້ງ ​ແລະ ບາງ​ສ່ວນ​ນ້ຳ​ຖ້ວມໂດຍ​ເກີດ​ຄັ້ງຫລ້າ​ສຸດ​ເມື່ອ​ປີ 2018-2019.