ເຮືອຜູ້ອົບພະຍົບຂວໍ້າຢູ່ປະເທດເກຣັກ ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ສູນຫາຍອີກ 100 ກວ່າຄົນ
ເຊົ້າວັນທີ 14 ມິຖຸນາ ຕາມເວລາທ້ອງຖິ່ນ, ເກີດເຫດເຮືອຜູ້ອົບພະຍົບຂວໍ້ານອກຊາຍຝັ່ງເກຣັກ ສົ່ງຜົນໃຫ້ມີຜູ້ຈົມນໍ້າເສຍຊີວິດຢ່າງໜ້ອຍ 79 ຄົນ ແລະ ຍັງມີຜູ້ສູນຫາຍອີກ 100 ກວ່າຄົນ . ເຈົ້າໜ້າທີ່ໄດ້ສົ່ງທີມກູ້ໄພເພື່ອປະຕິບັດການຊ່ວຍເຫລືອ ແລະ ຄົ້ນຫາຜູ້ລອດຊີວິດ ໂດຍອົງການການກຸສົນທີ່ສະໜັບສະໜູນການກູ້ໄພກ່າວວ່າ: ເຮືອລໍາດັ່ງກ່າວຄາດວ່າບັນທຸກຜູ້ອົບພະຍົບເຖິງ 750 ຄົນ….










