ຂົວກໍາລັງກໍ່ສ້າງຂ້າມແມ່ນໍ້າຄົງຄາ ພັງຖະຫລົ່ມຮອບສອງພາຍໃນປີດຽວ

ຂົວຂ້າມແມ່ນໍ້າຄົງຄາເຊິ່ງຢູ່ລະຫວ່າງການກໍ່ສ້າງ ໃນພື້ນທີ່ທາງຕາເວັນອອກຂອງອິນເດຍ ພັງຖະຫລົ່ມແລ້ວສອງຄັ້ງ ພາຍໃນໄລຍະເວລາພຽງ 1 ປີ.

ວັນທີ 6 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທາງການລັດພິຫານ ທີ່ຢູ່ທາງຕາເວັນອອກຂອງອິນເດຍ ສັ່ງໃຫ້ມີການສືບສວນສອບສວນຢ່າງລະອຽດ ກໍລະນີຂົວຂ້າມແມ່ນໍ້າຄົງຄາ ເຊິ່ງຢູ່ລະຫວ່າງການກໍ່ສ້າງ ໃນເມືອງຄັດປຸຣະ ພັງຖະຫລົ່ມໃນວັນທີ 4 ມິຖຸນາຜ່ານມາ.

ໂຄງການກໍ່ສ້າງຂົວແຫ່ງດັ່ງກ່າວ ເລີ່ມກໍ່ສ້າງໃນປີ 2014 ແລະ ມີກໍານົດສໍາເລັດໃນປີ 2022, ແຕ່ມີການເລື່ອນຫລາຍຄັ້ງ ດ້ວຍເຫດຜົນຈາກຫລາຍປັດໄຈ ໜຶ່ງໃນນັ້ນຄືຂົວພັງຖະຫລົ່ມ ໃນວັນທີ 30 ເມສາປີຜ່ານມາ ເພາະກະແສລົມແຮງ ແລະ ຝົນທີ່ຕົກລົງມາຢ່າງໜັກ.

ທັງນີ້, ເຈົ້າໜ້າທີ່ຢືນຢັນຍັງບໍ່ພົບຜູ້ເສຍຊີວິດ ຫລື ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ ແລະ ເຊື່ອວ່າສາເຫດການພັງຖະຫລົ່ມຂອງຂົວເປັນຜົນມາຈາກ “ການກໍ່ສ້າງບໍ່ຖືກຫລັກວິສະວະກອນ”. ເຖິງຢ່າງໃດກໍຕາມ, ສື່ທ້ອງຖິ່ນຫລາຍແຫ່ງລາຍງານວ່າ: ມີຜູ້ສູນຫາຍຄົນໜຶ່ງ ເປັນເຈົ້າໜ້າທີ່ຮັກສາຄວາມປອດໄພຢູ່ຂົວແຫ່ງນີ້.