ລັດຖະມົນຕີອິນເດຍກ່າວ ເຫດລົດໄຟຕໍາກັນ ເຮັດໃຫ້ມີຜູ້ເສຍຊີວິດ 300 ຄົນ ເກີດຈາກສັນຍານຂັດຂ້ອງ
ຄວາມຄືບໜ້າຫລ້າສຸດຂອງເຫດລົດໄຟຕໍາກັນຢູ່ລັດໂອຣິສສາ ທາງຕາເວັນອອກຂອງອິນເດຍ ໃນວັນທີ 3 ມິຖຸນາຜ່ານມາ, ທ່ານ ອັຊວິນີ ວາອິຊນໍ ລັດຖະມົນຕີທາງລົດໄຟອິນເດຍ ຄາດຄະເນວ່າ: ເຫດສັນຍານຜິດພາດທາງເຕັກນິກທີ່ເກີດຈາກການປ່ຽນແປງການເຊື່ອມຕໍ່ທາງອາເລັກໂຕຣນິກ ອາດເປັນສາເຫດສໍາຄັນທີ່ເຮັດໃຫ້ເກີດເຫດເສົ້າສະຫລົດໃນຄັ້ງນີ້ ທີ່ມີຜູ້ເສຍຊີວິດເກືອບ 300 ຄົນ. ລັດຖະມົນຕີທາງລົດໄຟອິນເດຍ ຍັງລະບຸອີກວ່າ: ເບື້ອງຕົ້ນສາມາດລະບຸເຖິງສາເຫດ ແລະ ບຸກຄົນທີ່ມີສ່ວນກ່ຽວຂ້ອງກັບອຸບັດຕິເຫດຄັ້ງໃຫຍ່ນີ້ໄດ້ແລ້ວ,…







