ມາແລ້ວຄົນທຳອິດ, ເຊລຊີ ຄວ້າ ກາບາເຢໂຣ ແລ້ວ

ສະໂມສອນ ເຊລຊີ ປະກາດ ຄວ້າໂຕ ວິລີ ກາບາເຢໂຣ ຜູ້ຮັກ ສາປະຕູຄົນ ອາເຈນຕິນາ ມາຍັງ ຖິ່ນ ສະແຕມຟອດ ບຣິດ ແບບບໍ່ມີ ຄ່າໂຕ ໃນວັນທີ 01 ກໍລະກົດນີ້ ຫຼັງນັກເຕະທີ່ຫາກໍໝົດສັນຍາກັບ ແມນເຊສເຕີ ຢູໄນເຕັດ ຄູ່ແຂ່ງ ຮ່ວມລີກ.
ເຊລຊີ ດຶງ ກາບາເຍໂຣ ມາ ເປັນມື 2 ຂອງທີມຕໍ່ຈາກ ຕິໂບ ກູ ຕົວ ຜູ້ຮັກສາປະຕູຄົນ ເບລຢຽມ ຫຼັງຈາກປ່ອຍ ອັລເມຍ ເບໂກວິດ ໄປໃຫ້ກັບທີມ ບອນມັດ ຕັ້ງແຕ່ ໄລຍະທ້າຍເດືອນພຶດສະພາຜ່ານມາ.
ກາບາເຍໂຣ ອາຍຸ 35 ປີ ກ່າວວ່າ: “ຂ້ອຍມີຄວາມສຸກ ຫຼາຍທີ່ໄດ້ມາຮ່ວມທີມ ເຊລຊີ ແຊ໊ມຂອງ ອັງກິດ ຂ້ອຍຕັ້ງຕາລໍ ຖ້າທີ່ຈະໄດ້ພົບກັບໝູ່ຮ່ວມທີມໃໝ່ ແລະ ຊ່ວຍສະໂມສອນປະສົບ ຄວາມສຳເລັດຫຼາຍຂຶ້ນໃນລະດູ ການທີ່ກຳລັງຈະມາເຖິງ”.
ທັງນີ້ ກາບາເຢໂຣ ຖືເປັນ ນັກເຕະຄົນທຳອິດໃນລະດູການນີ້ ໂດຍ ເຊລຊີ ຕັ້ງເປົ້າຄວ້າອີກຫຼາຍ ບໍ່ວ່າຈະເປັນ ຕິູມ ກາບາເຢໂຣ, ອະເລັກຊານໂດຣ ຫຼື ອັນໂຕນິໂອ ຣູດິເກີ.

