ມັນລາແວເອີ້ນຄ່າໄຖ່ອອກໂຈມຕີໃນຫລາຍປະເທດອີກ

ບໍລິສັດ ແລະ ອົງການຕ່າງໆໃນຫລາຍປະເທດທົ່ວໂລກ ໂດຍສະເພາະຢ່າງຍິ່ງຢູ່ອາເມລິກາ ແລະ ເອີຣົບ ລາຍງານວ່າ: ລະບົບຄອມພິວເຕີຂອງຕົນຖືກໂຈມຕີດ້ວຍມັນລາແວເອີ້ນຄ່າໄຖ່ແບບໃໝ່ທີ່ຍັງບໍ່ເຄີຍພົບເຫັນມາກ່ອນ ໂດຍມັນລາແວເຮັດໃຫ້ລະບົບຄອມພິວເຕີຢຸດເຮັດວຽກ ແລະ ເອີ້ນຄ່າໄຖ່ເພື່ອປົດລັອກໄຟລ໌ຂໍ້ມູນທີ່ຖືກເຂົ້າລະຫັດໄວ້ ເປັນເງິນຈຳນວນ 300 ໂດລາສະຫະລັດ.
ແຄສເປີສະກີ ແລັບ ບໍລິສັດຜູ້ຜະລິດຊອບແວແອນຕີໄວຣັສ ແຈ້ງວ່າ: ພົບການໂຈມຕີດ້ວຍມັນລາແວເອີ້ນຄ່າໄຖ່ນີ້ເຖິງ 2.000 ຄັ້ງໃນຫລາຍປະເທດ ໂດຍສະເພາະຢ່າງຍິ່ງຢູ່ອູແກຣນ, ຣັດເຊຍ ແລະ ໂປໂລຍ.
+ ເຕືອນໄພ !!! ໄວຣັສຄອມພິວເຕີ WannaCry Ransomware ທີ່ພວມແຜ່ລະບາດໃນປັດຈຸບັນ
+ ໄວຣັດ WannaCry ເອີ້ນຄ່າໄຖ່ໂຈມຕີຄອມພີວເຕີ້ໄປແລ້ວ 99 ປະເທດ
ທາງບໍລິສັດຕັ້ງຊື່ມັນລາແວນີ້ວ່າ: NotPetya ເນື່ອງຈາກພົບວ່າເປັນມັນລາແວໃໝ່ທີ່ບໍ່ແມ່ນມັນລາແວ Petya ຫລື Petrwrap ເຊິ່ງຖືກພົບໃນປີຜ່ານມາ, ເຖິງວ່າຈະມີລັກສະນະຄືກັນກໍຕາມ.
ມີລາຍງານວ່າ: ອູແກຣນໄດ້ຮັບຜົນກະທົບຈາກການໂຈມຕີທາງໂລກອິນເຕີເນັດເທື່ອນີ້ຫລາຍທີ່ສຸດ ໂດຍລະບົບປະຕິບັດການຂອງທະນາຄານກາງ, ລັດວິສາຫະກິດດ້ານພະລັງງານ ລວມທັງສະໜາມບິນສຳຄັນ ແລະ ລະບົບລົດໄຟໃຕ້ດິນຕ່າງຂັດຂ້ອງ, ສ່ວນການກວດສອບລະດັບກຳມັນຕະລັງສີຢູ່ໂຮງໄຟຟ້າພະລັງງານນິວເຄຼຍເຊີໂນບິວກໍປະສົບບັນຫາເນື່ອງຈາກມັນລາແວເຊັ່ນກັນ.
ນອກຈາກນີ້ ຍັງມີລາຍງານວ່າ: ພົບການໂຈມຕີຂອງມັນລາແວດັ່ງກ່າວຢູ່ອີຕາລີ, ແອັສປາຍ, ຝຣັ່ງ, ໂຮນລັງ, ເຢຍລະມັນ, ອັງກິດ ແລະ ອາເມລິກາ.
ຜູ້ຊ່ຽວຊານຍັງບໍ່ຮູ້ເຖິງຕົ້ນຕໍຂອງມັນລາແວເອີ້ນຄ່າໄຖ່ນີ້ວ່າຖືກປ່ອຍມາຈາກແຫລ່ງໃດ, ແຕ່ຄາດວ່າມັນລາແວ NotPetya ໃຊ້ປະໂຫຍດຈາກຊ່ອງຫວ່າງໃນລະບົບປະຕິບັດການວິນໂດສໃນການເຂົ້າໂຈມຕີລະບົບຂອງບໍລິສັດ ແລະ ອົງການຕ່າງໆ ເຊັ່ນດຽວກັບມັນລາແວເອີ້ນຄ່າໄຖ່ WannaCry ທີ່ອອກໂຈມຕີໄປທົ່ວໂລກໃນສອງເດືອນຜ່ານມາ.
ສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາຖະແຫລງວ່າ: ລັດຖະບານອາເມລິກາກຳລັງສືບສວນເຫດໂຈມຕີເທື່ອນີ້ ເພື່ອນຳເອົາຜູ້ກະທຳຜິດມາລົງໂທດ, ສ່ວນກະຊວງຄວາມໝັ້ນຄົງແຫ່ງມາຕຸພູມແນະນຳວ່າ: ຜູ້ທີ່ຖືກມັນລາແວໂຈມຕີບໍ່ຄວນຈ່າຍເງິນຄ່າໄຖ່ ເພາະບໍ່ສາມາດຮັບປະກັນໄດ້ວ່າຈະໄດ້ຂໍ້ມູນຄືນພາຍຫລັງຈ່າຍເງິນໄປແລ້ວ, ສ່ວນອົງການຕຳຫລວດສາກົນກຳລັງເຝົ້າເບິ່ງສະຖານະການຢ່າງໃກ້ຊິດເຊັ່ນກັນ.

