ຊາຍຊາວອາເມລິກາ ຕ້ອງຕັດແຂນຂາ ປິ່ນປົວຈາກອາການຕິດເຊື້ອແບັກທີເຣຍຈາກໝັດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 22 ກໍລະກົດ 2023 ຜ່ານມາມີຊາຍຊາວອາເມລິກາ ອາຍຸ 33 ປີ ອາຊີບຊ່າງບຳລຸງ ແລະ ລ້ຽງສັດ ຂອງສະຫະລັດອາເມລິກາ ໄປຢ້ຽມຢາມແມ່ ທີ່ຊານອັນໂຕນິໂອ ຕໍ່ມາເກີດອາການຮູ້ສຶກບໍ່ສະບາຍ ຄ້າຍໄຂ້ຫວັດໃຫຍ່ ແລະ ມີບັນຫາກ່ຽວກັບລະບົບທາງເດີນອາຫານ ແລະ ທຸກຄົນຄິດວ່າລາວເປັນໄຂ້ຫວັດແລ້ວຈຶ່ງພາໄປຫາໝໍ.

ມື້ຕໍ່ມາ ເລີ່ມມີອາການໜັກຂຶ້ນ ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ, ອະໄວຍະວະລົ້ມເຫລວ, ແພດວິນິດໄສວ່າ ເປັນພະຍາດ ໄທຟັສ (typhus) ຊະນິດຮຸນແຮງ ເຊິ່ງເປັນການຕິດເຊື້ອແບັກທີເຣຍທີ່ແພ່ກະຈາຍມາຈາກໝັດ.

ຜູ້ເປັນແມ່ເລົ່າຫລັງພາມາໂຮງໝໍວ່າ: ພາຍໃນບໍ່ຮອດຊົ່ວໂມງ ໝໍແຈ້ງວ່າລູກຊາຍຕິດເຊື້ອໃນກະແສເລືອດ, ມື້ຕໍ່ມາ ຕ້ອງໄດ້ເຂົ້າປິ່ນປົວໃນຫ້ອງໄອຊີຢູ, ມີອາການຊັອກຈາກການຕິດເຊື້ອ, ຕ້ອງໃສ່ທໍ່ຊ່ວຍຫາຍໃຈ CRT ແລະ ຕ້ອງຟອກໝາກໄຂ່ຫລັງ ຕະຫລອດ 24 ຊົ່ວໂມງ ແລະ ໝໍຍັງແຈ້ງວ່າໃຫ້ຕິດຕໍ່ທາງຄອບຄົວ ຍາດຕິພີ່ນ້ອງ ເພື່ອໃຫ້ຄົນເຈັບບອກລາ, ຂະນະທີ່ ໝໍພົບອະໄວຍະວະ ລົ້ມເຫລວໜັກ, ໝໍຕ້ອງໃຊ້ຢາເປັນຈຳນວນຫລາຍ ເພື່ອປິ່ນປົວ ເຊິ່ງນອນໂຮງໝໍເກືອບ 1 ເດືອນ, ວັນທີ 1 ກໍລະກົດ 2023  ຮູ້ສຶກໂຕ ແຕ່ມີອາການຫາຍໃຈຕິດຂັດ, ວັນທີ 10 ກໍລະກົດ ມືສອງເບື້ອງ ແລະ ຕີນບາງສ່ວນຖືກຕັດອອກເພື່ອປິ່ນປົວ ຈາກການຕິດເຊື້ອ, ປັດຈຸບັນກຳລັງຟື້ນຟູຮ່າງກາຍ.

ຕາມຄວາມເຫັນຂອງຄອບຄົວ ຫລັງແພດແຈ້ງສາເຫດວ່າມາຈາກໝັດ ເຊິ່ງໝັດຊະນິດນີ້ພົບເຫັນໄດ້ໃນລັດແຄລິຟໍເນຍ ແລະ ເທັກຊັສ, ເຫັບ ຫລື ໝັດບາງຕົວເປັນພາຫະນຳເຊື້ອພະຍາດຮ້າຍແຮງມາສູ່ມະນຸດ ອາການຕິດເຊື້ອຮຸນແຮງຈາກການຖືກເຫັບ ຫລື ໝັດກັດເສຍຊີວິດ, ລ່າສຸດມີລາຍງານພົບການເສຍຊີວິດທີ່ ຍີ່ປຸ່ນ ແລະ ເກົາຫລີ ວ່າມີ ໝາ, ແມວ, ກວາງ ຕາຍຍ້ອນຖືກໝັດກັດ.