ພັກຂອງທ່ານ ຮຸນເຊນ ປະກາດຊະນະເລືອກຕັ້ງແບບແລນສະໄລ

ພັກແຄມໂບດຽນພີເພິລ (Cambodian People’s Party: CPP) ຂອງນາຍົກລັດຖະມົນຕີ ຮຸນເຊນ ແຫ່ງກໍາປູເຈຍ ປະກາດຄວ້າໄຊຊະນະແບບແລນສະໄລໃນການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນວັນທີ 23 ກໍລະກົດ ປູທາງສູ່ການຖ່າຍໂອນອຳນາດໃຫ້ທ່ານ ຮຸນ ມາເນດ ລູກຊາຍ ເຊິ່ງສາມາດຄວ້າຕຳແໜ່ງ ສສ ຈາກການເລືອກຕັ້ງຄັ້ງນີ້ໄດ້ເຊັ່ນກັນ.
ຫລັງຈາກປິດຫີບໄປໄດ້ຫລາຍຊົ່ວໂມງ, ໂຄສົກພັກ CPP ໄດ້ອອກມາເປີດເຜີຍວ່າ: “ພວກເຮົາຊະນະແບບແລນສະໄລ, ແຕ່ປັດຈຸບັນພວກເຮົາຍັງບໍ່ສາມາດຄິດໄລ່ໄດ້ວ່າພວກເຮົາໄດ້ບ່ອນນັ່ງໃນສະພາຫລາຍໜ້ອຍຊໍ່າໃດ”. ພ້ອມເປີດເຜີຍຕໍ່ສຳນັກຂ່າວ AFP ວ່າ: ພັກຂອງທ່ານຊະນະດ້ວຍຄະແນນສຽງປະມານ 78-80%. ອີກທັງຍັງກ່າວວ່າ: ປັດຈຸບັນແນ່ນອນວ່າທ່ານ ຮຸນເຊນ ສາມາດຄວ້າບ່ອນນັ່ງໃນສະພາໄດ້ສຳເລັດ ເຊິ່ງຈະສົ່ງຜົນໃຫ້ທ່ານມີໂອກາດຂຶ້ນຄອງຕຳແໜ່ງນາຍົກລັດຖະມົນຕີຄົນຕໍ່ໄປໄດ້ຖ້າສະພາລົງມະຕິເຫັນພ້ອມ.
ຄະນະກຳມະການການເລືອກຕັ້ງກຳປູເຈຍ (NEC) ປະກາດວ່າ: ການເລືອກຕັ້ງຄັ້ງນີ້ມີຜູ້ມາລົງຄະແນນສຽງ 8,1 ລ້ານຄົນ ເຊິ່ງທ່ານ ຮຸນເຊນ ກ່າວວ່າ: ການທີ່ປະຊາຊົນຊາວກຳປູເຈຍຈຳນວນຫລາຍອອກມາໃຊ້ສິດໃຊ້ສຽງນັ້ນ ພິສູດໃຫ້ເຫັນແລ້ວວ່າການທຳລາຍການເລືອກຕັ້ງຈາກຝ່າຍກົງກັນຂ້າມລົ້ມເຫລວ.
ອ້າງອີງ:
- https://www.aljazeera.com/news/2023/7/23/cambodia-votes-in-one-sided-election-with-pm-hun-sen-win-expected
- https://edition.cnn.com/2023/07/23/asia/cambodia-election-result-landslide-intl/index.html
- https://www.scmp.com/news/asia/southeast-asia/article/3228619/cambodia-votes-hun-sen-near-guaranteed-election-win

