ຈໍານວນຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງອິດສະລາແອນ-ຮາມັດ ເພີ່ມສູງເຖິງ 1.500 ຄົນແລ້ວ ບາດເຈັບປະມານ 5.000 ຄົນ

ຈໍານວນຜູ້ເສຍຊີວິດຈາກການສູ້ຮົບລະຫວ່າງອິດສະລາແອນ-ຮາມັດ ເພີ່ມສູງເຖິງ 1.500 ຄົນແລ້ວ ບາດເຈັບປະມານ 5.000 ຄົນ

ການສູ້ຮົບຄັ້ງໃຫຍ່ລະຫວ່າງອິດສະລາແອນ-ກອງກໍາລັງຕິດອາວຸດປາແລັສຕິນເຂົ້າສູ່ມື້ທີ 4 ແລ້ວ ຫລັງຈາກກຸ່ມຮາມັດຢູ່ປາແລັສຕິນເປີດສາກລະດົມຍິງຈະຫລວດ ແລະ ໂຈມຕີພາກພື້ນດິນໃສ່ຫລາຍພື້ນທີ່ສໍາຄັນຂອງອິດສະລາແອນ ນັບແຕ່ທ້າຍອາທິດຜ່ານມາ ສົ່ງຜົນໃຫ້ອິດສະລາແອນຕອບໂຕ້ຢ່າງໜັກໜ່ວງ. ຫລ້າສຸດວັນທີ 10 ຕຸລາ, ສໍານັກຂ່າວຕ່າງປະເທດ CNN ແລະ Reuters ລາຍງານວ່າ: ອິດສະລາແອນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 900 ຄົນ. ຂະນະທີ່ກະຊວງສາທາລະນະສຸກຢູ່ເຂດກາຊາລະບຸວ່າ:…

ກຳປູເຈຍພົບຜູ້ເສຍຊີວິດຈາກ ໄຂ້ຫວັດສັດປີກ H5N1 ຄົນທີ 2 ຂອງປີນີ້

ກຳປູເຈຍພົບຜູ້ເສຍຊີວິດຈາກ ໄຂ້ຫວັດສັດປີກ H5N1 ຄົນທີ 2 ຂອງປີນີ້

ວັນທີ 10 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ກະຊວງສາທາລະນະສຸກຂອງກໍາປູເຈຍ ລະບຸວ່າ: ມີຊາຍອາຍຸ 50 ປີ ຈາກແຂວງ ສວາຍຣຽງ ທາງພາກຕາເວັນອອກ ມີຜົນກວດໄຂ້ຫວັດສັດປີກສາຍພັນ H5N1 ເປັນບວກ ຄືນວັນທີ 8 ຕຸລາ, ໂດຍກ່ອນໜ້ານີ້ໄກ່ຂອງຊາວບ້ານລວມທັງໄກ່ຂອງຜູ້ເສຍຊີວິດ, ຕາຍປະມານ…

ວິກິດສົງຄາມ “ອິດສະລາແອນ-ປາແລັສຕິນ” ເຮັດໃຫ້ລາຄານ້ຳມັນໂລກເພີ່ມູສງກວ່າ 4%

ວິກິດສົງຄາມ “ອິດສະລາແອນ-ປາແລັສຕິນ” ເຮັດໃຫ້ລາຄານ້ຳມັນໂລກເພີ່ມູສງກວ່າ 4%

ລາຄານ້ຳມັນດິບໃນຕະຫລາດໂລກປັບສູງຂຶ້ນກວ່າ 4% ຜົນຈາກການສູ້ຮົບຢ່າງດຸເດືອດທີ່ສຸດໃນຮອບຫລາຍທົດສະວັດ ລະຫວ່າງອິດສະລາແອນກັບກຸ່ມຮາມັດ. ວັນທີ 9 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສັນຍາຊື້ຂາຍລ່ວງໜ້ານໍ້າມັນດິບເບຣນ ຢູ່ລະດັບ 86,65 ໂດລາສະຫະລັດຕໍ່ບາເຣລ ລະຫວ່າງການຊື້ຂາຍໄລຍະໜຶ່ງຂອງວັນທີ 9 ຕຸລາ ຕາມເວລາທ້ອງຖິ່ນໃນຕະຫລາດອາຊີ ເພີ່ມຂຶ້ນ 4,7%. ຂະນະທີ່ສັນຍາຊື້ຂາຍລ່ວງໜ້ານໍ້າມັນດິບ ເວສ…

ອິດສະລາແອນ-ຮາມັດສູ້ຮົບຢ່າງດຸເດືອດ ເສຍຊີວິດສອງຝ່າຍ 500 ກວ່າຄົນ ອິດສະລາແອນປະກາດ “ແກ້ແຄ້ນຄັ້ງໃຫຍ່”

ອິດສະລາແອນ-ຮາມັດສູ້ຮົບຢ່າງດຸເດືອດ ເສຍຊີວິດສອງຝ່າຍ 500 ກວ່າຄົນ ອິດສະລາແອນປະກາດ “ແກ້ແຄ້ນຄັ້ງໃຫຍ່”

ສະຖານະການສູ້ຮົບລະຫວ່າງອິດສະລາແອນກັບກຸ່ມຕິດອາວຸດຮາມັດຂອງປາແລັສຕິນຄັ້ງໃຫຍ່ທີ່ສຸດໃນຮອບຫລາຍທົດສະວັດ ຍັງທະວີຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ. ຫລ້າສຸດວັນທີ 8 ຕຸລາ, ມີລາຍງານຈາກທາງການອິດສະລາແອນວ່າ: ຈໍານວນຜູ້ເສຍຊີວິດຈາກການຍິງຈະຫລວດ ແລະ ສົ່ງກອງກໍາລັງເຂົ້າໂຈມຕີຂອງກຸ່ມຮາມັດເພີ່ມຂຶ້ນເປັນຢ່າງໜ້ອຍ 300 ຄົນແລ້ວ ແລະ ບາດເຈັບຫລາຍກວ່າ 1.500 ຄົນ. ນອກຈາກນີ້ ຍັງມີລາຍງານແຮງງານໄທຖືກຈັບເປັນຕົວປະກັນຫລາຍຄົນ. ຂະນະທີ່ການສູ້ຮົບຍັງມີຂຶ້ນຢ່າງຕໍ່ເນື່ອງ ໂດຍຮາມັດໄດ້ລະດົມຍິງຈະຫລວດຮອບຫລ້າສຸດໂຈມຕີນະຄອນຫລວງເທລອາວີບ ແລະ…

ເກີດແຜ່ນດິນໄຫວຂະໜາດ 6,3 ຢູ່ອັບການິດສະຖານ ມີຜູ້ເສຍຊີວິດ 120 ກວ່າຄົນ ບາດເຈັບນັບພັນ

ເກີດແຜ່ນດິນໄຫວຂະໜາດ 6,3 ຢູ່ອັບການິດສະຖານ ມີຜູ້ເສຍຊີວິດ 120 ກວ່າຄົນ ບາດເຈັບນັບພັນ

ເກີດແຜ່ນດິນໄຫວຮຸນແຮງທາງຕາເວັນຕົກຂອງປະເທດອັບການິດສະຖານ ໃກ້ຊາຍແດນອີຣານ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 120 ຄົນ ແລະ ບາດເຈັບນັບພັນ, ຂະນະທີ່ຄາດວ່າຕົວເລກຈະເພີ່ມຂຶ້ນອີກ. ແຜ່ນດິນໄຫວຂະໜາດ 6,3 ເກີດຂຶ້ນເມື່ອເວລາປະມານ 11:00 ໂມງ ຂອງວັນທີ 7 ຕຸລາຕາມເວລາທ້ອງຖິ່ນ (13:30 ໂມງ ຕາມເວລາປະເທດລາວ) ໂດຍມີສູນກາງຢູ່ຫ່າງຈາກເມືອງ…

ທະນາຄານພັດທະນາອາຊີອະນຸມັດເງິນກູ້ໃຫ້ມົງໂກລີ 100 ລ້ານໂດລາ

ທະນາຄານພັດທະນາອາຊີອະນຸມັດເງິນກູ້ໃຫ້ມົງໂກລີ 100 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ທະນາຄານພັດທະນາອາຊີ ຫຼື ADB ໄດ້ອະນຸມັດເງິນກູ້ໃຫ້ມົງໂກລີ 100 ລ້ານໂດລາ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ການຮັບມືກັບບັນຫາທາງດ້ານເສດຖະກິດ, ການເງິນ ແລະ ງົບປະມານ. ທ່ານ ຮານ ວັນ ຣີນ…

ທະນາຄານໂລກຄາດຄະເນເສດຖະກິດຫວຽດນາມ ປີ 2023 ເຕີບໃຫຍ່ 4,7%

ທະນາຄານໂລກຄາດຄະເນເສດຖະກິດຫວຽດນາມ ປີ 2023 ເຕີບໃຫຍ່ 4,7%

ລາຍງານທ່າອ່ຽງເສດຖະກິດມະຫາພາກ ແລະ ຄວາມທຸກຍາກຂອງຫວຽດນາມຈາກທະນາຄານໂລກ ລະບຸວ່າ: ເສດຖະກິດຫວຽດນາມມີທ່າອ່ຽງເຕີບໃຫຍ່ 4,7% ໃນປີ 2023 ເນື່ອງຈາກອຸປະສົງພາຍນອກ ແລະ ພາຍໃນປະເທດອ່ອນຕົວ. ວັນທີ 5 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ທະນາຄານໂລກລະບຸວ່າ: ອຸປະສົງພາຍໃນປະເທດຈະເປັນຕົວຂັບເຄື່ອນຫລັກຂອງການເຕີບໃຫຍ່ໃນປີນີ້ ເຖິງວ່າຂະຫຍາຍຕົວໃນອັດຕາຊ້າກວ່າປີກ່ອນ ແລະ ເສດຖະກິດຫວຽດນາມຈະຟື້ນຕົວກັບໄປເຕີບໃຫຍ່…

ພາຍຸໄຕ້ຝຸ່ນ Koinu ພັດຂຶ້ນຝັ່ງໄຕ້ຫວັນ ອົບພະຍົບປະຊາຊົນ-ຍົກເລີກຖ້ຽວບິນ

ພາຍຸໄຕ້ຝຸ່ນ Koinu ພັດຂຶ້ນຝັ່ງໄຕ້ຫວັນ ອົບພະຍົບປະຊາຊົນ-ຍົກເລີກຖ້ຽວບິນ

ປະຊາຊົນເກືອບ 3.000 ຄົນ ຢູ່ໄຕ້ຫວັນຕ້ອງອົບພະຍົບ ແລະ ມີການຍົກເລີກຖ້ຽວບິນ ເນື່ອງຈາກການພັດຂຶ້ນຝັ່ງຂອງພາຍຸໄຕ້ຝຸ່ນ Koinu. ວັນທີ 5 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກົມອຸຕຸນິຍົມວິທະຍາໄຕ້ຫວັນລາຍງານວ່າ: ພາຍຸໄຕ້ຝຸ່ນ Koinu ເຊິ່ງມີເສັ້ນຜ່ານສູນກາງ 250 ກິໂລແມັດ ແລະ ຄວາມໄວລົມສູງສຸດໃກ້ສູນກາງ…

ນະຄອນຫລວງວຽງຈັນ ປັບປຸງໂຄງລ່າງພື້ນຖານ ເພື່ອເປັນປະທານ ແລະ ເຈົ້າພາບກອງປະຊຸມອາຊຽນ ປີ 2024

ນະຄອນຫລວງວຽງຈັນ ປັບປຸງໂຄງລ່າງພື້ນຖານ ເພື່ອເປັນປະທານ ແລະ ເຈົ້າພາບກອງປະຊຸມອາຊຽນ ປີ 2024

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ມີຄຳເຫັນໃນເວລາພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງຄະນະຜູ້ແທນຂັ້ນສູງ ນວ ແລະ ຄະນະກໍາມະການປະຊາຊົນນະຄອນ ຫລວງຮ່າໂນ້ຍ ທີ່ນໍາໂດຍ ທ່ານ ເຈິ່ນ ສີແທ່ງ ໃນວັນທີ 4 ຕຸລາ 2023 ຢູ່ສໍານັກງານຄະນະກໍາມະການປະຊາຊົນນະຄອນຫລວງຮ່າໂນ້ຍ ວ່າ:…

ໄຕ້ຫວັນ ກຽມຮັບມືກັບພາຍຸໄຕ້ຝຸ່ນ Koinu ທີ່ຈະພັດເຂົ້າທາງຕອນໃຕ້ຂອງປະເທດ

ໄຕ້ຫວັນ ກຽມຮັບມືກັບພາຍຸໄຕ້ຝຸ່ນ Koinu ທີ່ຈະພັດເຂົ້າທາງຕອນໃຕ້ຂອງປະເທດ

ວັນທີ 4 ຕຸລາ 2023, ສູນອຸຕຸນິຍົມວິທະຍາແຫ່ງຊາດຈີນ ປະກາດເຕືອນໄພລະດັບສີເຫລືອງ ສຳຫລັບໄຕ້ຝຸ່ນ Koinu ເຊິ່ງເປັນໄຕ້ຝຸ່ນລູກທີ 14 ຂອງປີນີ້ ຄາດວ່າຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງບໍລິເວນພື້ນທີ່ແຄມຝັ່ງທະເລທາງຕາເວັນອອກສຽງໃຕ້. ຂະນະດຽວກັນມີຄຳເຕືອນໃຫ້ໜ່ວຍງານທ້ອງຖິ່ນກຽມມາດຕະການຮັບມືກັບເຫດສຸກເສີນຈາກພາຍຸໄຕ້ຝຸ່ນ ແລະ ເຝົ້າລະວັງນ້ຳຖ້ວມ ແລະ ໄພພິບັດທາງທໍລະນີວິທະຍາໃນລະດັບສູງ ເພື່ອຄວາມປອດໄພ,…