ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ

ຍີ່ປຸ່ນ ເລີ່ມທົດລອງແລ່ນລົດເມໂດຍສານແບບອັດຕະໂນມັດ ທີ່ເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ

ຂ່າວຕ່າງປະເທດລາຍງານ ວັນທີ 11 ຕຸລາ 2023, ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໄດ້ເລີ່ມທົດລອງແລ່ນລົດເມໂດຍສານອັດຕະໂນມັດ, ຂະນະທີ່ຍີ່ປຸ່ນກຳລັງຮີບເລັ່ງພັດທະນາການຂົນສົ່ງແບບບໍ່ມີຄົນຂັບ ແລະ ການຂົນສົ່ງສາທາລະນະແບບອັດຕະໂນມັດ. ລົດເມຂັບເຄື່ອນອັດຕະໂນມັດ ຊຶ່ງສາມາດເດີນທາງດ້ວຍຄວາມໄວສູງສຸດ 50 ກິໂລແມັດຕໍ່ຊົ່ວໂມງ ໄດ້ເລີ່ມທົດລອງນຳໃຊ້ໃນຕົ້ນເດືອນຕຸລາຜ່ານມາ ທ່າມກາງຄວາມພະຍາຍາມແກ້ບັນຫາທີ່ແກ່ຍາວມາດົນນານໃນກໍລະນີການຂາດແຄນຄົນຂັບລົດເມໃນນະຄອນຫຼວງໂຕກຽວ. ລົດເມຂັບເຄື່ອນອັດຕະໂນມັດ ຊຶ່ງເປີດໃຫ້ບໍລິການຕາມເສັ້ນທາງປະຈຳທີ່ເຊື່ອມຕໍ່ລະຫວ່າງສະຖານີຊິນຈູກຸກທີ່ແອອັດໄປດ້ວຍຕຶກອາຄານທີ່ສຳຄັນສອງແຫ່ງຂອງນະຄອນຫຼວງໂຕກຽວ ສາມາດຮອງຮັບຜູ້ໂດຍສານ…

ຜ່າຕັດເກີດລູກກ່ອນກຳນົດຍ້ອນເປັນເນື້ອງອກໃນສະໝອງ ແລະ ຫລັງຈາກເສຍຊີວິດໄດ້ບໍລິຈາກອະໄວຍະວະໃຫ້ໂຮງໝໍ

ຜ່າຕັດເກີດລູກກ່ອນກຳນົດຍ້ອນເປັນເນື້ອງອກໃນສະໝອງ ແລະ ຫລັງຈາກເສຍຊີວິດໄດ້ບໍລິຈາກອະໄວຍະວະໃຫ້ໂຮງໝໍ

ວັນທີ 12 ຕຸລາ 2023 , ເພຈເຟສບຸກ World Forum ຂ່າວສານຕ່າງປະເທດ ໂພສຂໍ້ຄວາມວ່າ: ພາບນາທີສຸດທ້າຍຂອງແມ່ ອາຍຸ 28 ປີ ທັກທາຍລູກນ້ອຍໃນຕູ້ອົບ ກ່ອນທີ່ຈະເສຍຊີວິດ ແລະ ໄດ້ບໍລິຈາກອະໄວຍະວະເພື່ອຊ່ວຍເຫລືອອີກ 6 ຊີວິດ…

5 ອາຫານ ຫ້າມກິນຕອນທ້ອງວ່າງ

5 ອາຫານ ຫ້າມກິນຕອນທ້ອງວ່າງ

ໃນຂະນະທີ່ທ້ອງວ່າງມີຫລາຍຢ່າງທີ່ຫ້າມກິນເຊັ່ນ: ເບຍ, ນໍ້າອັດລົມ, ອາຫານລົດຈັດ (ສົ້ມ, ເຜັດ, ເຄັມ…) ແຕ່ນອກຈາກສິ່ງເຫລົ່ານັ້ນຍັງມີເມນູອື່ນໆອີກດັ່ງນີ້: ກ້ວຍຫອມ ເພາະໃນກ້ວຍຫອມ ມີແມັກນີຊຽມປະລິມານຫລາຍ ເຊິ່ງຈະເຮັດໃຫ້ຍື່ງທ້ອງ ແລະ ຍັງສົ່ງຜົນກະທົບຕໍ່ຜູ້ປ່ວຍພະຍາດຫົວໃຈອີກດ້ວຍ ອາຫານລົດຊາດເຜັດ ຄືກັນກັບກິນອາຫານສົ້ມ ເພາະມັນຈະໄປທໍາຮ້າຍກະເພາະ, ກະຕຸ້ນລະບົບຍ່ອຍອາຫານ, ທໍາລາຍເມືອກເຄືອບກະເພາະອາຫານ ເຊິ່ງຈະເຮັດໃຫ້ເຈັບທ້ອງ…

ອິດສະລາແອນຕັ້ງລັດຖະບານສຸກເສີນ-ຄະນະລັດຖະບານຊ່ວງສົງຄາມ ພ້ອມກວາດລ້າງຮາມັດໃຫ້ໝົດໄປ

ອິດສະລາແອນຕັ້ງລັດຖະບານສຸກເສີນ-ຄະນະລັດຖະບານຊ່ວງສົງຄາມ ພ້ອມກວາດລ້າງຮາມັດໃຫ້ໝົດໄປ

ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ປະກາດຕັ້ງລັດຖະບານສຸກເສີນໃນວັນທີ 11 ຕຸລາ ເພື່ອດໍາເນີນງານດ້ານການເຮັດສົງຄາມກັບກຸ່ມຮາມັດໂດຍກົງ. ຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດປະກາດກຽມກວາດລ້າງກຸ່ມຮາມັດຂອງປາແລັສຕິນ “ໃຫ້ໝົດໄປຈາກໂລກນີ້” ຫລັງຈາກຄວາມຂັດແຍ່ງລະຫວ່າງສອງດິນແດນເກີດຂຶ້ນຮອບໃໝ່ໃນທ້າຍອາທິດຜ່ານມາ. ໃນຖະແຫລງການຮ່ວມທີ່ຫາກໍມີການເປີດເຜີຍອອກມານັ້ນ, ທ່ານ ເນທັນຢາຮູ ແລະ ທ່ານ ເບນນີ ແກນ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຂອງອິດສະລາແອນ ແລະ…

ພາຍໃນອາທິດດຽວ ເກີດແຜ່ນໄຫວເຖິງສອງຄັ້ງ ຢູ່ອັບການິດສະຖານ

ພາຍໃນອາທິດດຽວ ເກີດແຜ່ນໄຫວເຖິງສອງຄັ້ງ ຢູ່ອັບການິດສະຖານ

ສຳນັກຂ່າວ bbc ລາຍງານ: ເກີດແຜ່ນດິນໄຫວ ລະດັບ 6.0 ຣິກເຕີ ໃນພື້ນທີ່ທາງພາກເໜືອ ຂອງເມືອງ ເຣຣັດ ປະເທດອັບການິດສະຖານ ເວລາປະມານ 5:10 ໂມງ ຂອງວັນພຸດ ວັນທີ 11 ຕຸລາ 2023 (ຕາມເວລາທ້ອງຖິ່ນ)…

IMF ຄາດຄະເນເສດຖະກິດໂລກ ອ່ອນກໍາລັງໃນປີ 2023

IMF ຄາດຄະເນເສດຖະກິດໂລກ ອ່ອນກໍາລັງໃນປີ 2023

ວັນທີ 10 ຕຸລາ, ລາຍງານທ່າອ່ຽງເສດຖະກິດໂລກສະບັບໃໝ່ຈາກກອງທຶນການເງິນສາກົນ (IMF) ຫົວຂໍ້ “ເນວິເກຕິງ ໂກລບອລ ໄດເວີເຈນ” (Navigating Global Divergences) ທີ່ເຜີຍແພ່ລະຫວ່າງກອງປະຊຸມທະນາຄານໂລກ-ກອງທຶນການເງິນສາກົນ ປະຈໍາປີ 2023 ຢູ່ເມືອງມາຣາເກ ຂອງໂມຣ໊ອກໂກ ຄາດຄະເນວ່າການເຕີບໃຫຍ່ທົ່ວໂລກຈະຊ້າລົງຈາກ 3,5% ໃນປີ…

IEA ຄາດຄະເນຄວາມຕ້ອງການແກັສທົ່ວໂລກຊ້າລົງ ໃນປີ 2022-2026

IEA ຄາດຄະເນຄວາມຕ້ອງການແກັສທົ່ວໂລກຊ້າລົງ ໃນປີ 2022-2026

ວັນທີ 10 ຕຸລາ, ອົງການພະລັງງານສາກົນ (IEA) ລາຍງານວ່າ: ຄວາມຕ້ອງການແກັສທົ່ວໂລກມີທ່າອ່ຽງເຕີບໃຫຍ່ຊ້າລົງໃນໄລຍະປີ 2022-2026 ຫລັງຈາກຂະຫຍາຍຕົວຢ່າງແຂງແຮງໃນທົດສະວັດຜ່ານມາ ແລະ ມີສ່ວນສົ່ງເສີມການເຕີບໃຫຍ່ຂອງອຸປະທານພະລັງງານທົ່ວໂລກປະມານ 40%. ລາຍງານແກັສໄລຍະກາງ ປີ 2023 ຈາກອົງການພະລັງງານສາກົນ ອະທິບາຍວ່າ: ອຸປະທານແກັສຍັງຂ້ອນຂ້າງເຄັ່ງຕຶງ ແລະ ລາຄາຍັງຜັນຜວນ….

ຊາວມຽນມາຫລາຍກວ່າ 14.000 ຄົນຢູ່ພະໂຄ ເດືອດຮ້ອນໜັກຈາກນໍ້າຖ້ວມ

ຊາວມຽນມາຫລາຍກວ່າ 14.000 ຄົນຢູ່ພະໂຄ ເດືອດຮ້ອນໜັກຈາກນໍ້າຖ້ວມ

ປະຊາຊົນຫລາຍກວ່າ 14.000 ຄົນ ຢູ່ພະໂຄຂອງມຽນມາ ກໍາລັງປະສົບຄວາມເດືອດຮ້ອນຢ່າງໜັກຈາກອຸທົກກະໄພນ້ຳຖ້ວມ. ວັນທີ 11 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານໂດຍອ້າງຂໍ້ມູນຈາກລາຍງານຂອງສະຖານີໂທລະພາບແຫ່ງຊາດມຽນມາ (MRTV) ວ່າ: ປະຊາຊົນຫລາຍກວ່າ 14.000 ຄົນ ຢູ່ພະໂຄ ທາງພາກກາງຂອງມຽນມາ ບໍ່ມີບ່ອນຢູ່ອາໄສ ເນື່ອງຈາກວິກິດອຸທົກກະໄພ ເຊິ່ງເປັນຜົນມາຈາກຝົນທີ່ຕົກຢ່າງໜັກໃນທ້າຍອາທິດຜ່ານມາ. ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງມຽນມາ…

ກໍາປູເຈຍຢືນຢັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ H5N1 ຄົນທີ 3 ແລ້ວໃນປີນີ້

ກໍາປູເຈຍຢືນຢັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກ H5N1 ຄົນທີ 3 ແລ້ວໃນປີນີ້

ກະຊວງສາທາລະນະສຸກຂອງກໍາປູເຈຍຢືນຢັນວ່າ: ເດັກຍິງອາຍຸ 2 ປີ ຈາກແຂວງໄພຣແວງ ທີ່ຢູ່ທາງຕາເວັນອອກສຽງໃຕ້ ເສຍຊີວິດຈາກພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຖືເປັນຜູ້ເສຍຊີວິດຈາກໄຂ້ຫວັດສັດປີກຄົນທີ 3 ຂອງປະເທດແລ້ວໃນປີນີ້. ວັນທີ 10 ຕຸລາ, ສໍານັກຂ່າວຊິນຮົວລາຍງານວ່າ: ເດັກຍິງຄົນດັ່ງກ່າວມີຜົນກວດໄຂ້ຫວັດສັດປີກສາຍພັນດັ່ງກ່າວເປັນບວກ ໃນວັນທີ 9 ຕຸລາຜ່ານມາ….

ຄັ້ງທໍາອິດໃນຮອບ 50 ປີ IMF-World Bank ປະຊຸມໃຫຍ່ຢູ່ອາຟຣິກາ

ຄັ້ງທໍາອິດໃນຮອບ 50 ປີ IMF-World Bank ປະຊຸມໃຫຍ່ຢູ່ອາຟຣິກາ

IMF ແລະ ທະນາຄານໂລກ ຈັດກອງປະຊຸມປະຈໍາປີຢູ່ທະວີບອາຟຣິກາ ເປັນຄັ້ງທໍາອິດໃນຮອບເຄິ່ງສະຕະວັດ ໂດຍໜຶ່ງໃນວາລະສໍາຄັນ ຄືການແກ້ໄຂພາລະໜີ້ສິນຂອງກຸ່ມປະເທດທຸກຍາກ. ວັນທີ 10 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາງ ຄຣິສຕາເລຍນາ ຈໍເຈຍວາ ຜູ້ອໍານວຍການໃຫຍ່ກອງທຶນການເງິນສາກົນ (IMF) ຖະແຫລງຕໍ່ກອງປະຊຸມປະຈໍາປີ ກັບທະນາຄານໂລກ (World…