ອິນເດຍສັ່ງການາດາຖອນນັກການທູດ 41 ຄົນກັບປະເທດ
ອິນເດຍແຈ້ງໃຫ້ການາດາຖອນນັກການທູດ 41 ຄົນອອກຈາກສະຖານທູດປະຈໍານະຄອນຫລວງນິວເດລີ ທ່າມກາງການພົວພັນທີ່ເຄັ່ງຕຶງລະຫວ່າງສອງປະເທດ ເນື່ອງຈາກກໍລະນີທີ່ການາດາກ່າວຫາອິນເດຍວ່າອາດກ່ຽວຂ້ອງນໍາການລັກລອບສັງຫານນັກເຄື່ອນໄຫວຊາວຊິກຢູ່ດິນແດນການາດາ. Financial Times ລາຍງານວ່າ: ກະຊວງການຕ່າງປະເທດຂອງອິນເດຍໃຫ້ເວລາການາດາ 1 ອາທິດ ໃນການສົ່ງນັກການທູດສອງໃນສາມທີ່ປະຈໍາຢູ່ອິນເດຍກັບປະເທດ ໂດຍຫລຸດຈໍານວນລົງເຫລືອ 21 ຄົນ ຈາກປັດຈຸບັນມີຢູ່ 62 ຄົນ. ຂະນະທີ່ແຫລ່ງຂ່າວໃກ້ຊິດຢືນຢັນລາຍງານຂ່າວດັ່ງກ່າວຕໍ່ສໍານັກຂ່າວ Associated…









