ລະເບີດໂຈມຕີໂຮງໝໍຢູ່ກາຊາ ເສຍຊີວິດ 500 ກວ່າຄົນ ຮາມັດ-ອິດສະລາແອນ ກ່າວໂທດອີກຝ່າຍເປັນຜູ້ກໍ່ເຫດ

ລະເບີດໂຈມຕີໂຮງໝໍຢູ່ກາຊາ ເສຍຊີວິດ 500 ກວ່າຄົນ ຮາມັດ-ອິດສະລາແອນ ກ່າວໂທດອີກຝ່າຍເປັນຜູ້ກໍ່ເຫດ

ໂຄສົກກະຊວງສາທາລະນະສຸກປາແລັສຕິນ ເປີດເຜີຍວ່າ: ເກີດເຫດລະເບີດຢູ່ໂຮງໝໍ Al Ahli ໃນເມືອງກາຊາຊິຕີ້ ໃນຕອນເຊົ້າວັນທີ 18 ຕຸລາ ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 500 ຄົນ ໂດຍມີຜູ້ຍິງ ແລະ ເດັກນ້ອຍລວມຢູ່ນໍາ. ເບື້ອງຕົ້ນ ກະຊວງສາທາລະນະສຸກປາແລັສຕິນ ແລະ ກຸ່ມຮາມັດລະບຸວ່າ:…

ເປີດກອງປະຊຸມ ປຶກກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢ່າງເປັນທາງການ

ເປີດກອງປະຊຸມ ປຶກກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢ່າງເປັນທາງການ

ວັນທີ 18 ຕຸລາ 2023 ນີ້ ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ ສປ ຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ ແລະ ກ່າວຄຳປາໄສ ວ່າ:…

ແມ່ນ້ຳອາເມຊອນ ປະເທດບຣາຊິວ ມີລະດັບນ້ຳຫລຸດລົງປະລິມານຫລາຍ ເຮືອບໍ່ສາມາດສັນຈອນໄປມາໄດ້

ແມ່ນ້ຳອາເມຊອນ ປະເທດບຣາຊິວ ມີລະດັບນ້ຳຫລຸດລົງຫລາຍ ເຮືອບໍ່ສາມາດສັນຈອນໄປມາໄດ້ ວັນທີ 17 ຕຸລາ 2023, ແມ່ນ້ຳອາເມຊອນ ເມືອງມາເນົາ ລັດອາມາໂຊນັດ ປະເທດ ບຣາຊິວ ມີລະດັບນ້ຳຫລຸດລົງ ຫລາຍໃນຮອບ 100 ປີ ເຮັດໃຫ້ເຮືອບໍ່ສາມາດສັນຈອນໄປມາໄດ້ ສົ່ງຜົນກະທົບຕໍ່ການຂົນສົ່ງທາງອາຫານໄປຍັງພື້ນທີ່ຫ່າງໄກສອກຫລີກ. ທາງການລະບຸວ່າ…

ສະຫະປະຊາຊາດປະກາດເຕືອນ ໄຟສໍາຮອງໂຮງໝໍຢູ່ກາຊາໃກ້ໝົດ ເຫລືອໃຊ້ບໍ່ຮອດ 24 ຊົ່ວໂມງ

ສະຫະປະຊາຊາດປະກາດເຕືອນ ໄຟສໍາຮອງໂຮງໝໍຢູ່ກາຊາໃກ້ໝົດ ເຫລືອໃຊ້ບໍ່ຮອດ 24 ຊົ່ວໂມງ

ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງສະຫະປະຊາຊາດ (OCHA) ປະກາດເຕືອນໃນວັນທີ 16 ຕຸລາວ່າ: ໄຟສໍາຮອງຂອງໂຮງໝໍຫລາຍແຫ່ງໃນເຂດກາຊາທີ່ຖືກປິດລ້ອມຢ່າງສົມບູນໂດຍກອງທັບອິດສະລາແອນໃກ້ຈະໝົດແລ້ວ ແລະ ເຫລືອໃຊ້ບໍ່ຮອດ 24 ຊົ່ວໂມງ ຢ້ານຄົນເຈັບຈໍານວນຫລາຍຢູ່ໂຮງໝໍຜະເຊີນຄວາມສ່ຽງຈາກວິກິດຂາດເຂີນພະລັງງານ ຈົນກາຍເປັນວິກິດດ້ານມະນຸດສະທໍາຄັ້ງໃຫຍ່. ທ່ານ ອັຊຣາຟ ອັລ-ກີດຣາ ເຈົ້າໜ້າທີ່ກະຊວງສາທາລະນະສຸກປາແລັສຕິນ ລະບຸວ່າ: ຊາວເມືອງຢູ່ເຂດກາຊາຍັງໄດ້ຮັບຜົນກະທົບຈາກການສູ້ຮົບກັນລະຫວ່າງກອງທັບອິດສະລາແອນ ແລະ ກອງກໍາລັງຕິດອາວຸດຮາມັດຕໍ່ເນື່ອງຍາວນານກວ່າ…

ກຸ່ມຮາມັດເປີດເຜີຍວ່າ: ໄດ້ຈັບຕົວປະກັນໄວ້ 250 ຄົນ ຕົວປະກັນຄົນຕ່າງປະເທດເປັນແຂກໃນການຕ້ອນຮັບ ພ້ອມປ່ອຍເມື່ອສະຖານະການເອື້ອອໍານວຍ

ກຸ່ມຮາມັດເປີດເຜີຍວ່າ: ໄດ້ຈັບຕົວປະກັນໄວ້ 250 ຄົນ ຕົວປະກັນຄົນຕ່າງປະເທດເປັນແຂກໃນການຕ້ອນຮັບ ພ້ອມປ່ອຍເມື່ອສະຖານະການເອື້ອອໍານວຍ

ອາບູ ໂອເບດາ ໂຄສົກກອງພົນນ້ອຍອັລກັສຊໍາຂອງກຸ່ມຮາມັດ ເປີດເຜີຍວ່າ: ໄດ້ຄວບຄຸມຕົວປະກັນຊາວອິດສະລາແອນໄວ້ປະມານ 250 ຄົນ ເຊິ່ງປະມານ 200 ຄົນຢູ່ພາຍໃຕ້ການຄວບຄຸມໂດຍກອງພົນຂອງລາວ, ສ່ວນກອງກໍາລັງຕິດອາວຸດປາແລັສຕິນອື່ນໆ ຄວບຄຸມຕົວປະກັນອິດສະລາແອນໄວ້ປະມານ 50 ຄົນ. ນອກຈາກຂໍ້ມູນດັ່ງກ່າວ, ກຸ່ມຮາມັດຍັງໄດ້ເຜີຍແພ່ວິດີໂອຜູ້ຍິງຊາວອິດສະລາແອນຄົນໜຶ່ງທີ່ຖືກຈັບໄວ້ ໂດຍຖືກກັກຂັງແຕ່ໄດ້ຮັບການປິ່ນປົວ ເຊິ່ງນາງຂໍໃຫ້ຮາມັດປ່ອຍນາງກັບບ້ານ. ທັງນີ້, ໂອເບດາ…

ຕຳຫລວດໄທ ບຸກກວາດລ້າງຜະລິດຕະພັນນ້ຳຫວານ ປະສົມສານໂຄເດອິນ ເມື່ອດື່ມເກີນຂະໜາດອັນຕະລາຍຕໍ່ຊີວິດ

ຕຳຫລວດໄທ ບຸກກວາດລ້າງຜະລິດຕະພັນນ້ຳຫວານ ປະສົມສານໂຄເດອິນ ເມື່ອດື່ມເກີນຂະໜາດອັນຕະລາຍຕໍ່ຊີວິດ

ສຳນັກຂ່າວຊ່ອງ7 ໄທ ລາຍງານ: ວັນທີ 17 ຕຸລາ 2023, ກອງບັນຊາການຕຳຫລວດສອບສວນ ຮ່ວມກັບຄະນະກົມອາຫານ ແລະ ຢາ ລົງກວາດລ້າງຜູ້ຈຳໜ່າຍຜະລິດຕະພັນນ້ຳຫວານ ທີ່ສົງໄສວ່າປະສົມກັບສານ ໂຄເດອິນ,ໄດ້ກວດຄົ້ນ 6 ຈຸດ ໃນພື້ນທີ່ກຸງເທບ, ນົນທະບູລີ, ແລະ ຈັງຫວັດອ່າງທອງແລະ…

ສ.ເກົາຫລີ ສະເໜີໃຫ້ສົ່ງນັກສຶກສາໄປຮຽນຕໍ່ ແລະ ສາມາດເຮັດວຽກພ້ອມ ໃນອານາຄົດທີ່ໃກ້ນີ້”

ສ.ເກົາຫລີ ສະເໜີໃຫ້ສົ່ງນັກສຶກສາໄປຮຽນຕໍ່ ແລະ ສາມາດເຮັດວຽກພ້ອມ ໃນອານາຄົດທີ່ໃກ້ນີ້”

ວັນທີ 7-14 ຕຸລາ 2023, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກຢູ່ປະເທດ ສ.ເກົາຫຼີ, ຈຸດປະສົງ ເພື່ອປືກສາຫາລື ຮ່ວມກັບ ແຂວງ…

ຮອງນາຍົກ ເນັ້ນໜັກໃຫ້ເອົາໃຈໃສ່ແກ້ໄຂບັນຫາພະນັກງານ ທີ່ເວົ້າແລ້ວບໍ່ເຮັດ ແລະ ສົ່ງເສີມຜູ້ເຮັດແທ້ທໍາຈິງ

ໃນໂອກາດ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ເຂົ້າຮ່ວມກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ທີ່ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 13 ຕຸລາ 2023 ເຊິ່ງທ່ານ…

ກຳປູເຈຍ ສົ່ງອອກລົດຖີບບັນລຸ 424 ລ້ານໂດລາສະຫະລັດ

ກຳປູເຈຍ ສົ່ງອອກລົດຖີບບັນລຸ 424 ລ້ານໂດລາສະຫະລັດ

ສຳນັກຂ່າວ ຊິນຮວາ ລາຍງານ ວັນທີ 12 ຕຸລາ 2023, ກະຊວງການຄ້າຂອງກຳປູເຈຍ ເປີດເຜີຍວ່າ: ມູນຄ່າ ການສົ່ງອອກ ລົດຖີບຂອງກຳປູເຈຍ ໃນ 9 ເດືອນ ຜ່ານມາ ບັນລຸ 424 ລ້ານໂດລາ ສະຫະລັດ…

WHO ຮຽກຮ້ອງໃຫ້ກຸ່ມທີ່ມີຄວາມສ່ຽງສູງເຂົ້າຮັບວັກຊິນປ້ອງກັນໄຂ້ຫວັດໃຫຍ່ ແລະ ໂຄວິດ-19

ຂ່າວຕ່າງປະເທດລາຍງານວັນທີ 10 ຕຸລາ 2023, ອົງການອະນາໄມໂລກ (WHO) ຄະນະກຳມາທິການເອີຣົບ ແລະ ສູນຄວບຄຸມ – ປ້ອງກັນພະຍາດແຫ່ງສະຫະພາບເອີຣົບ (ECDC) ໄດ້ຮຽກຮ້ອງໃຫ້ຜູ້ທີ່ມີຄວາມສ່ຽງສູງທົ່ວພາກພື້ນເບິ່ງແຍງສຸຂະພາບຕົນເອງດ້ວຍການສັກວັກຊິນ ທ່າມກາງຄວາມພະຍາຍາມເພື່ອບັນເທົາໄພຂົ່ມຂູ່ທີ່ອາດຈະເກີດຂຶ້ນຈາກພະຍາດໂຄວິດ-19 ແລະ ໄຂ້ຫວັດໃຫຍ່ຕາມລະດູການ. ທ່ານ ຮັນ ຄູເກີ ຜູ້ອຳນວຍການສຳນັກງານປະຈຳພາກພື້ນເອີຣົບຂອງອົງການອະນາໄມໂລກເປີດເຜີຍວ່າ:…