ນັກທ່ອງທ່ຽວຕ່າງປະເທດ ຖືກໝີຄວາຍກັດຢູ່ປະເທດໄທໃນຂະນະທີ່ກຳລັງໃຫ້ອາຫານໝີ ຕ້ອງຕັດແຂນໂຕເອງເພື່ອເອົາຊີວິດລອດ

ນັກທ່ອງທ່ຽວຕ່າງປະເທດ ຖືກໝີຄວາຍກັດຢູ່ປະເທດໄທໃນຂະນະທີ່ກຳລັງໃຫ້ອາຫານໝີ ຕ້ອງຕັດແຂນໂຕເອງເພື່ອເອົາຊີວິດລອດ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 25 ມັງກອນ 2024 ເກີດເຫດນັກທ່ອງທ່ຽວຕ່າງປະເທດ ຖືກໝີຄວາຍກັດແຂນບໍ່ຍອມປ່ອຍ ໃນຂະນະທີ່ກຳລັງໃຫ້ອາຫານໝີ ຈົນເຮັດໃຫ້ອາການບາດເຈັບສາຫັດ ຢູ່ທີີ່ອຳເພີ ຊຽງດາວ ຈັງຫວັດຊຽງໃໝ່ ປະເທດໄທ   ຈາກການກວດສອບພົບເຫັນຜູ້ບາດເຈັບເປັນນັກທ່ອງທ່ຽວຊາຍ ສັນຊາດສະວິດເຊີແລນ ອາຍຸ 32 ປີ ເຊິ່ງເປັນອາສາສະໝັກຂອງມູນນິທິເອກະພາບສັດປ່າ…

ຕວກກີໃຫ້ສັດຕະຍາບັນຍອມຮັບສະວີເດັນເຂົ້າເປັນສະມາຊິກ NATO

ຕວກກີໃຫ້ສັດຕະຍາບັນຍອມຮັບສະວີເດັນເຂົ້າເປັນສະມາຊິກ NATO

ລັດຖະສະພາຕວກກີໃຫ້ສັດຕະຍາບັນຮັບຮອງການເຂົ້າເປັນສະມາຊິກ NATO ຂອງສະວີເດັນຮຽບຮ້ອຍແລ້ວໃນວັນທີ 23 ມັງກອນຜ່ານມາ ຫລັງຊັກຊ້າກວ່າ 20 ເດືອນ. ສະມັດຊາໃຫຍ່ຂອງຕວກກີລົງມະຕິດ້ວຍຄະແນນສຽງ 287 ຕໍ່ 55 ສຽງ ເພື່ອອະນຸມັດຄໍາຂໍຂອງສະວີເດັນທີ່ມີຂຶ້ນແຕ່ກາງປີ 2022 ຫລັງການຮຸກຮານອູແກຣນຂອງຣັດເຊຍ ເຮັດໃຫ້ປະເທດທີ່ເຄີຍມີສະຖານະເປັນກາງຄືສະວີເດັນຕ້ອງສະແຫວງຫາຄວາມໝັ້ນຄົງທາງທະຫານມາເປັນເກາະປ້ອງກັນດິນແດນກວ່າເກົ່າ. ຕາມຂະບວນການແລ້ວ ປະເທດສະມາຊິກ NATO…

ລອດແອນເຈລິສທາມ ຫລຸດຕໍ່າແໜ່ງວຽກໃນຫ້ອງຂ່າວຫລາຍກວ່າ 20%

ລອດແອນເຈລິສທາມ ຫລຸດຕໍ່າແໜ່ງວຽກໃນຫ້ອງຂ່າວຫລາຍກວ່າ 20%

ໜັງສືພິມລາຍວັນ ລອດແອນເຈລິສທາມ ປະກາດໄລ່ນັກຂ່າວຂອງບໍລິສັດຫລາຍກວ່າ 20% ອອກ ຖືເປັນອີກໜຶ່ງຕົວຢ່າງທີ່ສະແດງໃຫ້ເຫັນວ່າ: ສື່ໃນອາເມລິກາ ແລະ ທົ່ວໂລກ ກໍາລັງປະສົບສະຖານະການຢຸດສະງັກໃນຍຸກອິນເຕີເນັດ. ວັນທີ 24 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ລອດແອນເຈລິສທາມ ເຊິ່ງປະສົບບັນຫາຂາດທຶນຢ່າງຕໍ່ເນື່ອງ ລະບຸວ່າ: ຈະເລີກຈ້າງຕໍາແໜ່ງວຽກໃນຫ້ອງຂ່າວຢ່າງໜ້ອຍ 115 ຕໍາແໜ່ງ…

ລາຄານໍ້າມັນ WTI ເພີ່ມຂຶ້ນເກືອບ 2% ສູງເຖິງ 75 ໂດລາ ຫລັງສະຕັອກນໍ້າມັນດິບຫລຸດລົງ

ລາຄານໍ້າມັນ WTI ເພີ່ມຂຶ້ນເກືອບ 2% ສູງເຖິງ 75 ໂດລາ ຫລັງສະຕັອກນໍ້າມັນດິບຫລຸດລົງ

ວັນທີ 25 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ລາຄານໍ້ມັນ WTI ເພີ່ມຂຶ້ນເກືອບ 2% ສູງເຖິງລະດັບ 75 ໂດລາ ພາຍຫລັງອາເມລິກາເປີດເຜີຍສະຕັອກນໍ້າມັນດິບຫລຸດລົງຫລາຍກວ່າການຄາດຄະເນ ເຊິ່ງບົ່ງບອກເຖິງອຸປະສົງຈໍານວນຫລາຍໃນຕະຫລາດ. ເວລາ 00:07 ໂມງ ຕາມເວລາປະເທດລາວ ລາຄານໍ້າມັນດິບເວສເທັກຊັສ (WTI) ສົ່ງມອບເດືອນມີນາ…

ໜ່ວຍງານທ່ອງທ່ຽວສະຫະປະຊາຊາດປ່ຽນຊື່ໃໝ່ໃຫ້ຈື່ງ່າຍຂຶ້ນ

ໜ່ວຍງານທ່ອງທ່ຽວສະຫະປະຊາຊາດປ່ຽນຊື່ໃໝ່ໃຫ້ຈື່ງ່າຍຂຶ້ນ

ອົງການການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ ປ່ຽນຊື່ເປັນ ການທ່ອງທ່ຽວສະຫະປະຊາຊາດ ຫລືື UN Tourism ເພື່ອໃຫ້ສື່ເຖິງ UN ຢ່າງຊັດເຈນຂຶ້ນ. ວັນທີ 24 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO) ເຊິ່ງເປັນໜຶ່ງໃນໜ່ວຍງານພິເສດຂອງ UN ປ່ຽນຊື່ເປັນ ການທ່ອງທ່ຽວສະຫະປະຊາຊາດ ຫລື…

ຫວຽດນາມເລັ່ງສົ່ງດາວທຽມກວດສະພາບອາກາດ ຜະລິດເອງໜ່ວຍທໍາອິດໃນປີ 2025

ຫວຽດນາມເລັ່ງສົ່ງດາວທຽມກວດສະພາບອາກາດ ຜະລິດເອງໜ່ວຍທໍາອິດໃນປີ 2025

ຫວຽດນາມວາງແຜນສົ່ງດາວທຽມກວດສອບສະພາບອາກາດທີ່ຜະລິດຂຶ້ນເອງເປັນໜ່ວຍທໍາອິດຂອງປະເທດສູ່ວົງໂຄຈອນພາຍໃນປີ 2025 ເພື່ອສະໜັບສະໜູນການແຈ້ງເຕືອນໄພພິບັດທາງທໍາມະຊາດລ່ວງໜ້າ. ວັນທີ 24 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສູນອະວະກາດແຫ່ງຊາດຫວຽດນາມລາຍງານວ່າ: ດາວທຽມໂລຕູແຊດ-1 (LOTUSat-1) ໄດ້ຮັບການສ້າງຂຶ້ນດ້ວຍການຊ່ວຍເຫລືອຈາກທີມວິສະວະກອນຂອງຍີ່ປຸ່ນ ແລະ ຄາດວ່າຈະສໍາເລັດໃນເດືອນມີນາ 2025. ດາວທຽມໜ່ວຍດັ່ງກ່າວຈະໃຊ້ເຊັນເຊີຄື້ນວິທະຍຸເພື່ອສໍາຫລວດໂລກ ແລະ ເຮັດວຽກໂດຍບໍ່ຕ້ອງອາໄສແຫລ່ງກໍາເນີດແສງ ໂດຍດາວທຽມລະບົບເຣດາສາມາດບັນທຶກພາບໃນທຸກສະພາບອາກາດ ບໍ່ວ່າມີຂີ້ເຟື້ອຫລາຍ, ໝອກຫລາຍ…

ອິດສະລາແອນສະເໜີຢຸດຍິງ 2 ເດືອນ ແລກຕົວປະກັນ ແຕ່ບໍ່ຢຸດເຊົາສົງຄາມຢູ່ກາຊາ

ອິດສະລາແອນສະເໜີຢຸດຍິງ 2 ເດືອນ ແລກຕົວປະກັນ ແຕ່ບໍ່ຢຸດເຊົາສົງຄາມຢູ່ກາຊາ

ສື່ທ້ອງຖິ່ນຂອງອາເມລິກາ ແລະ ອິດສະລາແອນລາຍງານໃນຄືນວັນທີ 22 ມັງກອນຜ່ານມາວ່າ: ອິດສະລາແອນກຽມສະເໜີຂໍ້ຕົກລົງຢຸດຍິງຊົ່ວຄາວໄລຍະເວລາ 2 ເດືອນ ໂດຍມີຈຸດມຸ້ງໝາຍເພື່ອໃຫ້ມີການປົດປ່ອຍຕົວປະກັນທີ່ກຸ່ມຮາມັດ ແລະ ກຸ່ມຕິດອາວຸດປາແລັສຕິນອື່ນໆກັກຂັງໄວ້ຢູ່ເຂດກາຊາ, ແຕ່ຂໍ້ຕົກລົງດັ່ງກ່າວຈະປາສະຈາກການຢຸດເຊົາສົງຄາມ. ລາຍງານລະບຸວ່າ: ອິດສະລາແອນມີຄວາມຄາດຫວັງວ່າຈະສາມາດບັນລຸຂໍ້ຕົກລົງໂດຍໄດ້ຮັບການຊ່ວຍເຫລືອຈາກອາເມລິກາ ໂດຍແຜນສະເໜີຂໍ້ຕົກລົງຢຸດຍິງດັ່ງກ່າວມີຂຶ້ນທ່າມກາງການສູ້ຮົບທີ່ດຸເດືອດໃນພື້ນທີ່ຕອນໃຕ້ຂອງເຂດກາຊາ. ຂະນະທີ່ລັດຖະບານອິດສະລາແອນຜະເຊີນແຮງກົດດັນທີ່ເພີ່ມຂຶ້ນຈາກປະຊາຊົນທີ່ຮຽກຮ້ອງໃຫ້ເລັ່ງຊ່ວຍຕົວປະກັນ. ເວັບໄຊ Axios ຂອງອາເມລິກາ ອ້າງຄໍາເວົ້າຂອງເຈົ້າໜ້າທີ່ລັດຖະບານອິດສະລາແອນວ່າ:…

ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ

ຕິດເຊື້ອພະຍາດຫູດັບ  ຫລັງຈາກກິນຊີ້ນດາດ ໂດຍໃຊ້ໄມ້ຖູ່ຄີບຊີ້ນດິບ ແລະ ສຸກ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 23 ມັງກອນ 2024 ມີຜູ້ໃຊ້ຕິກຕ໋ອກທ່ານໜຶ່ງອອກມາໂພສເຕືອນ ຫລັງຈາກທີ່ເປັນຜູ້ພິການທາງການໄດ້ຍິນ ເມື່ອຕິດເຊື້ອຈາກການກິນຊີ້ນດາດ ເຊິ່ງເປັນການຕິດເຊື້ອຈາກຊີ້ນໝູດິບພຽງເລັກໜ້ອຍ ທີ່ຢູ່ປາຍໄມ້ຖູ່. ໂດຍຜູ້ໂພສໄດ້ເລົ່າວ່າ: ຈາກອາການທີ່ເປັນເຍື່ອຫຸ້ມສະໝອງອັກເສບບວກກັບເປັນພະຍາດຫູດັບ ຄືນທຳອິດ ຫລັງຕົນໄດ້ໄປກິນຊີ້ນດາດມາ ມີໄຂ້ຂຶ້ນສູງ, ຄືນທີສອງ ໄປຫາທ່ານໝໍ ຢູ່ໂຮງໝໍເອກະຊົນ ຫລັງຈາກນັ້ນກິນຢາແລ້ວເຊົາໄຂ້. ຄືນທີສາມ…