ຫວຽດນາມເລັ່ງສົ່ງດາວທຽມກວດສະພາບອາກາດ ຜະລິດເອງໜ່ວຍທໍາອິດໃນປີ 2025

ຫວຽດນາມວາງແຜນສົ່ງດາວທຽມກວດສອບສະພາບອາກາດທີ່ຜະລິດຂຶ້ນເອງເປັນໜ່ວຍທໍາອິດຂອງປະເທດສູ່ວົງໂຄຈອນພາຍໃນປີ 2025 ເພື່ອສະໜັບສະໜູນການແຈ້ງເຕືອນໄພພິບັດທາງທໍາມະຊາດລ່ວງໜ້າ.

ວັນທີ 24 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສູນອະວະກາດແຫ່ງຊາດຫວຽດນາມລາຍງານວ່າ: ດາວທຽມໂລຕູແຊດ-1 (LOTUSat-1) ໄດ້ຮັບການສ້າງຂຶ້ນດ້ວຍການຊ່ວຍເຫລືອຈາກທີມວິສະວະກອນຂອງຍີ່ປຸ່ນ ແລະ ຄາດວ່າຈະສໍາເລັດໃນເດືອນມີນາ 2025.

ດາວທຽມໜ່ວຍດັ່ງກ່າວຈະໃຊ້ເຊັນເຊີຄື້ນວິທະຍຸເພື່ອສໍາຫລວດໂລກ ແລະ ເຮັດວຽກໂດຍບໍ່ຕ້ອງອາໄສແຫລ່ງກໍາເນີດແສງ ໂດຍດາວທຽມລະບົບເຣດາສາມາດບັນທຶກພາບໃນທຸກສະພາບອາກາດ ບໍ່ວ່າມີຂີ້ເຟື້ອຫລາຍ, ໝອກຫລາຍ ຫລື ແສງໜ້ອຍ.

ທັງນີ້, ດາວທຽມໂລຕູແຊດ-1 ຈະມີນໍ້າໜັກປະມານ 600 ກິໂລກຣາມ, ຄວາມລະອຽດພາບທີ່ບັນທຶກລະດັບ 1 ແມັດ ເຮັດໜ້າທີ່ລວບລວມຂໍ້ມູນກ່ຽວກັບພາຍຸ ແລະ ປາກົດການອື່ນໆ ອັນສົ່ງຜົນກະທົບຕໍ່ຫວຽດນາມໃນແຕ່ລະປີ ເຊິ່ງຈະຊ່ວຍຫລຸດຜ່ອນຄວາມເສຍຫາຍທີ່ເກີດຈາກໄພພິບັດທາງທໍາມະຊາດໄດ້.