ກອງທັບອິດສະລາແອນຖອນກໍາລັງອອກຈາກຕອນເໜືອຂອງເຂດກາຊາ ສົ່ງສັນຍານເຈລະຈາຄືບໜ້າ
ສໍານັກຂ່າວຊິນຮົວລາຍງານວ່າ: ວັນທີ 1 ກຸມພາ, ກອງທັບອິດສະລາແອນໄດ້ຖອນກໍາລັງອອກຈາກພື້ນທີ່ທາງຕອນເໜືອຢູ່ເຂດກາຊາເປັນຄັ້ງທໍາອິດນັບແຕ່ເລີ່ມປະຕິບັດການຮຸກຮານພາກພື້ນດິນ ໂດຍຍັງບໍ່ແນ່ນອນວ່າເປັນການຖອນກໍາລັງແບບຖາວອນ ຫລື ເປັນພຽງການປ່ຽນຕໍາແໜ່ງຂອງກອງກໍາລັງອິດສະລາແອນ ເນື່ອງຈາກຍັງບໍ່ມີຄວາມເຫັນຈາກກອງທັບອິດສະລາແອນກ່ຽວກັບການເຄື່ອນໄຫວດັ່ງກ່າວ. ແຫລ່ງຂ່າວເປີດເຜີຍວ່າ: ຫລັງກອງທັບອິດສະລາແອນຖອນກໍາລັງໄປແລ້ວ ພົນລະເມືອງຫລາຍສິບຄົນມຸ້ງໜ້າໄປພື້ນທີ່ເຫລົ່ານັ້ນເພື່ອກວດສອບເຮືອນຂອງຕົນ. ຂະນະທີ່ຄົນອື່ນໆເຂົ້າມາເກັບສົບຂອງຊາວປາແລັສຕິນທີ່ຖືກກອງທັບອິດສະລາແອນສັງຫານ. ການຖອນທັບດັ່ງກ່າວມີຂຶ້ນຫລັງຈາກມີລາຍງານຄວາມຄືບໜ້າໃນການເຈລະຈາລະຫວ່າງອິດສະລາແອນກັບກຸ່ມຮາມັດ ເຊິ່ງອາດນໍາໄປສູ່ການຢຸດຍິງ ແລະ ການປ່ອຍຕົວນັກໂທດຊາວອິດສະລາແອນ. ວັນທີ 30 ມັງກອນຜ່ານມາ,…








