ວອດນຽກກີ-ວອດຊີ ຕົກຮອບເຕັນິສ ເຟຣນ ໂອເພນ ໄປຢ່າງໜ້າເສຍດາຍ

ການແຂ່ງຂັນເຕັນນິສ ແກຣນສະແລມ “ເຟຣນ ໂອເພນ 2017” ທີ່ສະໜາມໂຣລ໊ອງ ກາ ມອສ ໃນນະຄອນຫຼວງປາຣິສ ປະເທດຝຣັ່ງ ໃນປະເພດຍິງດ່ຽວ ຮອບກ່ອນຮອງຊະນະເລີດ ຜົນ ປາກົດວ່າ ຄຣິສຕິນາ ມະລາເດ ໂນວິດ ມືວາງອັນດັບ 13 ຂອງ ລາຍການພາດທ່າປະລາໄຊໃຫ້ ທິເມຍ ບາກຊິນສະກີ ມືວາງອັນ ດັບ 30 ຂອງລາຍການຈາກ ສະ ວິດເຊີແລນ 2-0 ເຊັດ 4-6, 4-6. ຕົກຮອບໄປເປັນທີ່ຮຽບ ຮ້ອຍແລ້ວ ສ່ວນ ແຄໂຣໄລ ວອດ ນຽກກີ ມືວາງອັນດັບ 11 ຂອງ ລາຍການຈາກ ເດນມາກ ເສຍ ພິກລ໊ອກໃຫ້ ເຍເລນາ ອອສຕາ ເພນໂກ ຈາກ ລັດເວຍ 1-2 ເຊັດ 6-4, 3-6, 3-6.
ສຳລັບການແຂ່ງຂັນທັງ 2 ຄູ່ໃນຮອບ 8 ຄົນສຸດທ້າຍຍິງດ່ຽວ ມີປັນຫາຖືກຝົນຕົກລົບກວນ ເຮັດ ໃຫ້ຕ້ອງຢຸດພັກການແຂ່ງລໍຖ້າຝົນເຊົາ ຈຶ່ງສາມາດກັບມາແຂ່ງກັນ ໄດ້ອີກຄັ້ງ ແນວໃດກໍຕາມ ການ ທີ່ຝົນຕົກສົ່ງໃຫ້ການແຂ່ງຂັນລ່າ ຊ້າ ເຮັດໃຫ້ໂປຣແກຣມໃນປະ ເພດຊາຍດ່ຽວຮອບກ່ອນຮອງຊະນະເລີດ 2 ຄູ່ລະຫວ່າງ ຣາຟາ ເອລ ນາດາລ ພົບກັບ ພາໂບລ ກາເຣໂບ ບຸສຕາ ແລະ ໂນວັກ ຢໍໂຄວິດ ພົບກັບ ໂດມິນິກ ທຽມ ຕ້ອງເລື່ອນໄປແຂ່ງກັນໃນວັນຕໍ່ ໄປ.

