ຕິໂອເຕ ອະດີດດາວເຕະ ນິວຄາສເຊິນ ເສຍຊີວິດແລ້ວ ດ້ວຍອາຍຸ 30 ປີ

ຊິກ ຕິໂອເຕ ອະດີດກອງ ກາງຄົນດັງຂອງສະໂມສອນ ນິວ ຄາສເຊິນ ຢູໄນເຕັດ ນ້ອງໃໝ່ ແຫ່ງການແຂ່ງຂັນພຣີເມຍລີກ ອັງກິດ ເສຍຊີວິດລົງແລ້ວ ດ້ວຍ ອາຍຸພຽງ 30 ປີ ຫຼັງເປັນລົມໝົດ ສະຕິລະຫວ່າງລົງຊ້ອມກັບ ປັກ ກິ່ງ ເອັນເຕີໄພ ຕົ້ນສັ່ງກັດໃນ ດິວິ ຊັ່ນ 2 ຂອງ ສປ.ຈີນ ໃນວັນຈັນ ຜ່ານມາ.
ຕິໂອເຕ ລົງຫຼິ້ນຢູ່ກັບ ນິວ ຄາສເຊິນ ຢູໄນເຕັດ ດົນເຖິງ 7 ປີ ແລະ ລົງສະໜາມໃນລີກໄປ 138 ນັດ ກ່ອນຈະຍ້າຍໄປຫຼິ້ນໃນ ສປ. ຈີນ ເມື່ອເດືອນກຸມພາຜ່ານມາ ນອກຈາກນີ້ລາວຍັງເປັນສະມາ ຊິກຂອງ ທີມຊາດໄອວໍຣີໂຄສ ຊຸດຄວ້າແຊ໊ມ ແອຟຣິກາ ຄັບ ອອຟ ເນຊັນ ປີ 2015 ນຳອີກ.
ທັງນີ້ ຕິໂອເຕ ເລີ່ມອາຊີບ ນັກເຕະກັບ ອັນເດີເລດ ທີມດັງ ຂອງ ເບລຢຽມ ໃນປີ 2005 ກ່ອນຍ້າຍໄປຫຼິ້ນໃນ ຮອລແລນ ກັບ ເອຟຊີ ທະເວນເຕ ແລະ ຄວ້າ ແຊ໊ມ ເອເຣ ດິວິ ລະດູການ 2009 /10 ພາຍ ໃຕ້ການຄຸມທີມຂອງ ສະຕີຟ ແມັກ ຄລາເຣນ.

