ປິດຕຳນານກອງຫຼັງຈອມໂຫດ, ເປເປ ອຳລາ ຣິນ ມາດຣິດ ແລ້ວ

ອອສກາ ເດິລາ ໂຮຍາ ຜູ້ ຈັດການແຂ່ງຂັນເຜີຍວ່າໄດ້ເຈລະຈາກັບຫຼາຍສັງວຽນທີ່ຕ້ອງການຈັດມວຍຄູ່ນີ້ ລວມເຖິງສະໜາມ ດ໊ອດເຈີ ແລະ ເມດິສັນ ສະແຄ ກາເດນ ແຕ່ໃນທີ່ສຸດກໍມາໄດ້ທີ່ ລາສເວກັສ ຄວາມບັນຈຸ 20. 000 ບ່ອນນັ່ງ ຄາດວ່າຄຸ່ນີ້ຈະສາ ມາດເຮັດລາຍໄດ້ຈາກຄ່າລິດຂະສິດຖ່າຍທອດສົດສູງທີ່ສຸດນັບແຕ່ຄັ້ງລະຫວ່າງ ແມນນີ ປາກຽວ ກັບ ຟລອຍ ເມື່ອ 2 ປີຜ່ານມາ.
ເປເປ ກອງຫຼັງທີມຊາດ ໂປຣຕຸເກດ ຂອງ ຣິນ ມາດຣິດ ຢືນຢັນວ່າຈະຍ້າຍອອກຈາກຖິ່ນຊານຕິອາໂກ ເບນາເບວ ໃນໄລ ຍະລະດູການນີ້ ແຕ່ຍັງບໍ່ໄດ້ຕົກ ລົງຍ້າຍ ປາຣິສ ແຊັງແຊັກແມງ ຕາມທີ່ຕົກເປັນຂ່າວ ໂດຍ ເປເປ ອາຍຸ 34 ປີ ກຳລັງໝົດສັນຍາ ແລະ ຕ້ອງການສັນຍາ 2 ປີ ແນວ ໃດກໍຕາມ ຣິນ ມາດຣິດ ສະເໜີ ໃຫ້ພຽງປີດຽວເທົ່ານັ້ນ.
“ມັນຈະແຈ້ງວ່າຂ້ອຍຈະບໍ່ ຢູ່ກັບ ຣິນ ມາດຣິດ ຕໍ່ໄປ ມັນເປັນ ການສິ້ນສຸດຂອງອາຊີບບ່ອນນີ້ ແຕ່ຈະເປັນການເລີ່ມໃໝ່ໃນອີກ ບ່ອນໜຶ່ງ ມັນມີຂໍ້ສະເໜີເຂົ້າມາ ຈາກ ອັງກິດ ເຊັ່ນດຽວກັນ” ເປເປ ກ່າວພ້ອມສະແດງຄວາມ ບໍ່ພໍໃຈ ຊີເນີດີນ ຊີດານ ວ່າ “ຂ້ອຍ ບໍ່ຢາກໂທດໃຜ ແຕ່ມີຫຼາຍຢ່າງ ທີ່ຂ້ອຍບໍ່ເຂົ້າໃຈ ຂ້ອຍບໍ່ລາ ຊີ ດານ ເພາະລາວຮູ້ຢູ່ແລ້ວວ່າຂ້ອຍ ຈະໄປ”.

