ອິນໂດເນເຊຍໄຟຂຽວໃຫ້ໂບອິ້ງ 737 MAX 9 ຂຶ້ນບິນອີກຫລັງກວດສອບສໍາເລັດ
ກະຊວງຄົມມະນາຄົມອິນໂດເນເຊຍໄດ້ອະນຸຍາດໃຫ້ເຮືອບິນໂບອິ້ງ ລຸ້ນ 737 MAX 9 ຈໍານວນ 3 ລໍາຂອງສາຍການບິນໄລອ້ອນແອຣຂຶ້ນບິນໄດ້ອີກ ຫລັງຈາກຖືກສັ່ງໂຈະຊົ່ວຄາວ ເນື່ອງຈາກເຫດການເຮືອບິນລຸ້ນດັ່ງກ່າວຂອງສາຍການບິນອາລາສະກາ ແອຣລາຍ ປະສົບອຸບັດເຫດຊິ້ນສ່ວນຂອງເຮືອບິນຫລຸດອອກກາງອາກາດໃນຕົ້ນເດືອນນີ້. ທ່ານ ນາງ ອາດິຕາ ອິຣະວາຕີ ໂຄສົກກະຊວງຄົມມະນາຄົມອິນໂດເນເຊຍ ເປີດເຜີຍວ່າ: ທາງການໄດ້ສໍາເລັດການກວດສອບເຮືອບິນ 737…










