ເກີດເຫດໂຈມຕີສະຖານີຕໍາຫລວດຢູ່ປາກິດສະຖານ ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ

ເກີດເຫດໂຈມຕີສະຖານີຕໍາຫລວດຢູ່ປາກິດສະຖານ ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ

ສໍານັກຂ່າວຮອຍເຕີລາຍງານໃນວັນທີ 5 ກຸມພາວ່າ: ກຸ່ມຕິດອາວຸດໄດ້ກໍ່ເຫດໂຈມຕີສະຖານີຕໍາຫລວດແຫ່ງໜຶ່ງທາງຕາເວັນຕົກສຽງເໜືອຂອງປາກິດສະຖານ ສົ່ງຜົນເຮັດໃຫ້ເຈົ້າໜ້າທີ່ຕໍາຫລວດຢ່າງໜ້ອຍ 10 ຄົນເສຍຊີວິດ ແລະ ອີກ 6 ຄົນໄດ້ຮັບບາດເຈັບ. ເຈົ້າໜ້າທີ່ຕໍາຫລວດເມືອງດຣາບັນ ແຄວ້ນແຄບາປັດຕູນຄວາ ເປີດເຜີຍວ່າ: ເມື່ອເວລາປະມານ 03:00 ໂມງ ຕາມເວລາທ້ອງຖິ່ນ ກຸ່ມຕິດອາວຸດໄດ້ໂຈມຕີສະຖານີຕໍາຫລວດດ້ວຍປືນສະໄນເປີ ກ່ອນບຸກເຂົ້າສູ່ອາຄານ…

ຈິເລປະກາດສະຖານະການສຸກເສີນ ຫລັງໄຟໄໝ້ປ່າຫລາຍຈຸດທົ່ວປະເທດ ມີຜູ້ເສຍຊີວິດແລ້ວນັບສິບຄົນ

ຈິເລປະກາດສະຖານະການສຸກເສີນ ຫລັງໄຟໄໝ້ປ່າຫລາຍຈຸດທົ່ວປະເທດ ມີຜູ້ເສຍຊີວິດແລ້ວນັບສິບຄົນ

ຈິເລປະກາດສະຖານະການສຸກເສີນ, ໃນຂະນະທີ່ປະເທດກໍາລັງຕໍ່ສູ້ບັນຫາໄຟໄໝ້ປ່າທີ່ລຸກໄໝ້ຫລາຍຈຸດທົ່ວປະເທດ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 51 ຄົນ ແລະ ມີທ່າອ່ຽງວ່າຈໍານວນຈະເພີ່ມສູງຂຶ້ນອີກ. ປະທານາທິບໍດີ ກາເບຣີ ບໍຣິກ ຂອງຈິເລ ກ່າວໃນຖະແຫລງການທາງໂທລະພາບວັນທີ 3 ກຸມພາວ່າ: ເມື່ອພິຈາລະນາຈາກສະຖານະການທີ່ພວມເກີດຂຶ້ນ ມີທ່າອ່ຽງວ່າຈໍານວນຜູ້ເສຍຊີວິດຈະເພີ່ມຂຶ້ນຢ່າງແນ່ນອນໃນໄລຍະຫລາຍຊົ່ວໂມງຕໍ່ໜ້າ. ທ່ານກ່າວອີກວ່າ: ກະຊວງປ້ອງກັນປະເທດຈະສົ່ງໜ່ວຍທະຫານລົງໄປພື້ນທີ່ທີ່ໄດ້ຮັບຜົນກະທົບ. Marga Marga…

ຈີນ ເຕືອນໄພພາຍຸຫິມະ ຫລາຍພື້ນທີ່ ກະທົບຕໍ່ການເດີນທາງ ແລະ ການທ່ອງທ່ຽວຂອງປະຊາຊົນໃນໄລຍະກຸດຈີນ

ຈີນ ເຕືອນໄພພາຍຸຫິມະ ຫລາຍພື້ນທີ່ ກະທົບຕໍ່ການເດີນທາງ ແລະ ການທ່ອງທ່ຽວຂອງປະຊາຊົນໃນໄລຍະກຸດຈີນ

ສຳນັກຂ່າວຊິນຮວາ ລາຍງານວັນທີ 4 ກຸມພາ 2024, ສູນອຸຕຸນິຍົມອິທະນາແຫ່ງຊາດຈີນ ປະກາດເຕືອນໄພສະພາບອາກາດຈາກພາຍຸຫິມະ ລະດັບສີສົ້ມ ໃນບາງຂອງພາກຂອງປະເທດ ໂດຍລາຍງານລະບຸວ່າ ຫລາຍພື້ນທີ່ຢູ່ທາງພາກກາງ ແລະ ພາກຕາເວັນອອກ ໂດຍສະເພາະ ມົນທົນເຫີໜານ, ອານຮຸຍ, ຈຽງຊູ ແລະ ຊານຕົງ ຈະປະເຊີນຫິມະຕົກໜັກ…

ຊາຍໜຸ່ມເສຍຊີວິດຢ່າງບໍ່ຄາດຄິດ ຫລັງຫລົກແຂ້ວ 2 ເຫລັ້ມພ້ອມກັນ ເນື່ອງຈາກມີພາວະເລືອດອອກໃນສະໝອງ

ຊາຍໜຸ່ມເສຍຊີວິດຢ່າງບໍ່ຄາດຄິດ ຫລັງຫລົກແຂ້ວ 2 ເຫລັ້ມພ້ອມກັນ ເນື່ອງຈາກມີພາວະເລືອດອອກໃນສະໝອງ

ສຳນັກຂ່າວຕ່າງປະເທດ ລາຍງານວັນທີ 4 ມັງກອນ 2024, ກໍລະນີມີຄົນເສຍຊີວິດໃນປະເທດຈີນ ກາຍເປັນອຸທາຫອນເຕືອນໃຈວ່າການຫລົກແຂ້ວ ເປັນເລື່ອງປົກກະຕິ ແຕ່ຍັງເປັນສາເຫດທີ່ເຮັດໃຫ້ເສຍຊີວິດໄດ້. ເຊິ່ງຜູ້ເສຍຊີວິດເປັນຊາຍໜຸ່ມ ຊື່ ຫວັງ ອາຍຸ 23 ປີ ຢູ່ມົນທົນຫູຫານ ປະເທດຈີນ ຫລັງຈາກທີ່ໄປຫລົກແຂ້ວຢູ່ໂຮງໝໍ ໃນເມືອງເຊິນເຈີ້ນ ເພາະມີອາການເຈັບແຂ້ວ….

ເກີດເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ຟີລິບປິນ ມີຜູ້ເສຍຊີວິດແລ້ວ 14 ຄົນ

ເກີດເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ຟີລິບປິນ ມີຜູ້ເສຍຊີວິດແລ້ວ 14 ຄົນ

  ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 3 ມັງກອນ 2024, ຈຳນວນຜູ້ເສຍຊີວິດຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ ຟີລິບປິນ ເພິ່ມຂຶ້ນເປັນ 14 ຄົນ, ຫລັງຝົນຕົກໜັກໃນຫລາຍພື້ນທີ່ຂອງເກາະມິນດາເນາະ ທາງຕອນໃຕ້ຂອງປະເທດ, ປະຊາຊົນຫລາຍໜື່ນຄົນຕ້ອງອົບພະຍົບໄປຢູ່ໃນພື້ນທີ່ຫລົບໄພສຸກເສີນ. ຂະນະດຽວກັນ ເກີດນ້ຳຖ້ວມເປັນບໍລິເວນກວ້າງໃນແຂວງອາກູຊານ ເດລ ຊູ…

ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%

ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%

ລັດຖະມົນຕີເສດຖະກິດກູບາຖືກໄລ່ອອກຈາກຕໍາແໜ່ງ ແລະ ລັດຖະບານຮາວານາເລື່ອນແຜນການຂຶ້ນລາຄາຂາຍຍ່ອຍເຊື້ອໄຟໃນປະເທດອອກໄປແບບບໍ່ມີກໍານົດ ທ່າມກາງຄວາມແຕກຕື່ນຂອງປະຊາຊົນ. ວັນທີ 3 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດກູບາອອກຖະແຫລງການເລື່ອນມາດຕະການຂຶ້ນລາຄາເຊື້ອໄຟອອກໄປກ່ອນແບບບໍ່ມີກໍານົດ ເນື່ອງຈາກກວດພົບການໂຈມຕີທາງໄຊເບີ ເຊິ່ງມີຕົ້ນທາງຈາກຕ່າງປະເທດ. ຂະນະທີ່ປະທານາທິບໍດີ ມິເກລ ດິແອຊ ກາເນລ ຜູ້ນໍາກູບາ ໄລ່ທ່ານ ອເລຮັນໂດຣ ກິລ ອອກຈາກຕໍາແໜ່ງລັດຖະມົນຕີເສດຖະກິດ…

ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ

ອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດ ຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ

ກອງທັບອາເມລິກາເລີ່ມປະຕິບັດການໂຈມຕີທາງອາກາດຕອບໂຕ້ກຸ່ມຕິດອາວຸດຢູ່ອີຣັກ ແລະ ຊີຣີ ທີ່ເຊື່ອວ່າໄດ້ຮັບການສະໜັບສະໜູນຈາກອີຣານ ແລະ ເປັນຜູ້ຢູ່ເບື້ອງຫລັງການກໍ່ເຫດໃຊ້ໂດຣນໂຈມຕີໃສ່ຖານທັບອາເມລິກາຢູ່ຈໍແດນໃກ້ຊາຍແດນຊິຣີ ຈົນເຮັດໃຫ້ມີທະຫານອາເມລິກາເສຍຊີວິດ 3 ຄົນ ໃນທ້າຍອາທິດຜ່ານມາ. ໂດຍກອງທັບອາເມລິກາໂຈມຕີໃສ່ຖານທີ່ໝັ້ນຂອງກອງກໍາລັງພິທັກການປະຕິວັດອີຣານ (IRGC) ແລະ ເຄືອຂ່າຍຢູ່ອີຣັກ ແລະ ຊິຣີ ເຊິ່ງມີເປົ້າໝາຍ 85 ກວ່າຈຸດໃນ 7…

ມາເລເຊຍ ປະກາດຫລຸດໂທດໃຫ້ ອະດີດນາຍົກລັດຖະມົນຕີ ທີ່ຖືກໂທດຂໍ້ຫາສໍ້ລາດບັງຫລວງ

ມາເລເຊຍ ປະກາດຫລຸດໂທດໃຫ້ ອະດີດນາຍົກລັດຖະມົນຕີ ທີ່ຖືກໂທດຂໍ້ຫາສໍ້ລາດບັງຫລວງ

ວັນທີ 2 ກຸມພາ 2024 ສຳນັກຂ່າວສານຕ່າງປະເທດລາຍງານວ່າ: ຄະນະກຳມະການອະໄພຍະໂທດຂອງມາເລເຊຍ ປະກາດຫລຸດໂທດໃຫ້ກັບທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີ ມາເລເຊຍ ອາຍຸ 70 ປີ ໃນຂໍ້ຫາສໍ້ລາດບັງຫລວງ ກ່ຽວຂ້ອງກັບໂຄງການລົງທຶນຂອງລັດ 1MDB ຫລຸດໂທດເຫລືອເຄິ່ງໜຶ່ງຈາກໂທດຈຳຄຸກ 12 ປີ…

ອາເມລິກາອະນຸມັດແຜນໂຈມຕີຖານກຸ່ມຕິດອາວຸດຢູ່ອີຣັກ ແລະ ຊິຣີ ຕອບໂຕ້ໂດຣນສັງຫານທະຫານອາເມລິກາເສຍຊີວິດ

ອາເມລິກາອະນຸມັດແຜນໂຈມຕີຖານກຸ່ມຕິດອາວຸດທີ່ໄດ້ຮັບການສະໜັບສະໜູນຈາກອີຣານຢູ່ອີຣັກ ແລະ ຊິຣີແລ້ວ ເພື່ອຕອບໂຕ້ກໍລະນີໂດຣນສັງຫານທະຫານອາເມລິກາເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບອີກຫລາຍສິບຄົນຢູ່ຖານທັບອາເມລິກາໃນຈໍເຈຍໃກ້ຊາຍແດນຊິຣີໃນທ້າຍອາທິດຜ່ານມາ. ໜ່ວຍງານຂ່າວອາເມລິກາເຊື່ອວ່າ: ໂດຣນທີ່ໃຊ້ໂຈມຕີຖານທັບອາເມລິກາໃນຄັ້ງນີ້ຜະລິດຂຶ້ນໂດຍອີຣານ ແລະ ເປັນໂດຣນຊະນິດດຽວກັນກັບອີຣານສົ່ງມອບໃຫ້ຣັດເຊຍເພື່ອນໍາໄປໃຊ້ສູ້ຮົບໃນສົງຄາມອູແກຣນ. ອີກທັງຍັງເປັນຝີມືຂອງກຸ່ມ Islamic Resistance ຢູ່ອີຣັກ ທີ່ເຊື່ອວ່າໄດ້ຮັບການຝຶກຝົນ ແລະ ສະໜັບສະໜູນໂດຍກອງກໍາລັງອີຣານ, ເຖິງວ່າອີຣານຈະອອກມາປະຕິເສດວ່າບໍ່ມີສ່ວນກ່ຽວຂ້ອງຕໍ່ການໂຈມຕີໃນຄັ້ງນີ້ກໍຕາມ….

IMF ຍົກລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດທົ່ວໂລກ

IMF ຍົກລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດທົ່ວໂລກ

  ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 31 ມັງກອນ 2024, ກອງທຶນເງິນຕາສາກົນ (IMF) ປະກາດບົດລາຍງານ ກ່ຽວກັບ ເສດຖະກິດໂລກ (WEO) ສະບັບຫລ້າສຸດ, ໃນນັ້ນ ໄດ້ຍົກລະດັບ ການຄາດຄະເນອັດຕາ ການເຕີບໂຕ ເສດຖະກິດທົ່ວໂລກ ປີ 2024…