ເປແອສເຊ ງານເຂົ້າ! ເນມາ ເຈັບ ຈາກເກມພົບ ລີວ ອາດບໍ່ທັນ ເກມພົບ ບາເຢີນ ມິວນິກ
ປາຣີ ແຊງ-ແຊກແມັງ ຍັກໃຫຍ່ຂອງລີກ 1 ມີເລື່ອງຕ້ອງປວດຫົວອີກແລ້ວ ຂະນະທີ່ ເນມາ ກອງໜ້າຕົວເກັ່ງໄດ້ຮັບບາດເຈັບໃນເກມທີ່ເປີດບ້ານເອົາຊະນະ ລີວ 4-3 ແລະ ຍັງບໍ່ຊັດເຈນວ່າຈະພັກດົນເທົ່າໃດ. ດາວເຕະຊາວແຊມບາຖືກປ່ຽນໂຕອອກໃນຕົ້ນເຄິ່ງເວລາຫລັງຈາກອາການຂໍ້ຕີນພິກ ເຊິ່ງສະໂມສອນເປີດເຜີຍວ່າບໍ່ຮຸນແຮງເຖິງຂັ້ນຫັກ ແຕ່ມີອາການໃຄ່ບວມ ແລະ ຍັງຕ້ອງກວດເບິ່ງວ່າເສັ້ນເອັນຖືກເສຍຫາຍຫລືບໍ່. ເນມາ ມີບັນຫາອາການບາດເຈັບຂໍ້ຕີນທີ່ຮ້າຍແຮງມາໂດຍຕະຫລອດອາຊີບຂອງລາວ. ໂດຍລາວເຄີຍເກືອບພັກຍາວໃນລະດູການ…










