ແມນຢູ ໂດດຮ່ວມວົງ ລີເວີພູລ ລ່າຕົວດາວດັງເຊລຊີ ລະດູການນີ້

ການໄລ່ລ່າຕົວ ເມສັນ ເມົ້າ ກອງກາງຕົວເກັ່ງ ເຊລຊີ ໄປເສີມທີມສຳລັບ ລີເວີພູລ ນັ້ນ ບໍ່ແມ່ນເລື່ອງງ່າຍແລ້ວ ຫລັງຈາກ ແມນເຊສເຕີ ຢູໄນເຕັດ ທີມຄູ່ປັບຕະຫລອດການຕົກເປັນຂ່າວ ເປັນຫນຶ່ງໃນສະໂມສອນທີ່ຈັບຕາ ເບິ່ງສະຖານະການຂອງນັກເຕະ ຢ່າງໃກ້ຊິດເຊັ່ນດຽວກັນ.
ຕາມລາຍງານຂອງ ESPN ສື່ກິລາຊື່ດັງລະບຸວ່າ ການເຈລະຈາສັນຍາສະບັບໃຫມ່ລະຫວ່າງ ເມົ້າ ແລະ ເຊລຊີ ໄດ້ຢຸດສະງັກລົງຮຽບ ຮ້ອຍແລ້ວ ໂດຍນັກເຕະທີມຊາດອັງກິດຕ້ອງການຄ່າເມື່ອຍທີ່ເພີ່ມຂຶ້ນ ຈາກເກ່ົາທີ່ຮັບຢູ່ 80,000 ປອນ/ອາທິດ.
ສັນຍາຂອງ ເມົ້າ ພວມຈະຫມົດລົງເມື່ອທ້າຍລະດູການນີ້ ເຊິ່ງຫມາຍຄວາມວ່າ ເຊລຊີ ອາດຕ້ອງຕັດສິນໃຈຂາຍລາວອອກ ໄປໃນໄລຍະຕະຫລາດຊື້-ຂາຍ ນັກເຕະລະດູການນີ້ ເພື່ອເປັນການຫລີກລ່ຽງບໍ່ໃຫ້ ດາວເຕະອາຍຸ 24 ປີ ຍ້າຍອອກຈາກສະໂມສອນໄປ ແບບລ້າໆ.

