ມີແຕ່ລິຟເທົ່ານັ້ນທີ່ຈະເອົາເຂົາລົງ ແຣສຟອດ ຍິງ 2 ປະຕູພາ ແມນຢູ ເປີດບ້ານຖະຫລົ່ມ ເລສເຕີ 3-0

ມາຄັສ ແຣສຟອດ ຕ້ອງຮີບຟ້າວໄປຫາໝໍຫລັງຈົບເກມເພາະຍິງໄດ້ເລື້ອຍໆຈົນຕີນບວມ ແຖມເກມນີ້ຍັງເໝົາອີກ 2 ປະຕູ ຊ່ວຍໃຫ້ “ຜີສາດແດງ” ເອົາຊະນະ ເລສເຕີ ຊິຕີ້ 3-0 ແລະ ຍັງເປັນການເພີ່ມສະຖິຕິປະຕູໄດ້ອີກ ຢູ່ທີ່ Old Trafford 7 ເກມຕິດຕໍ່ກັນແລະ ປະຕູທີ 23 ຂອງລາວໃນລະດູການນີ້.
ໂດຍປະຕູທຳອິດມາໃນນາທີ 25 ແຣສຟອດ ຫລຸດດ່ຽວເຂົ້າໄປຍິງປະຕູທຳອິດໃຫ້ທີມຂຶ້ນນຳ 1-0 ກ່ອນທີ່ຈະເພີ່ມເປັນ 2-0 ໃນນາທີ 56 ລາກບານໄປດ້ວຍຄວາມໄວເຂົ້າໄປຍິງຢ່າງສວຍງາມ, ຕໍ່ມາເປັນຈັງຫວະຂອງ ຈາດອນ ຊານໂຊ້ ຍິງໃຫ້ ແມນເຊັສເຕີ ຢູໄນເຕັດ ໜີໄປເປັນ 3-0 ໃນນາທີ 61 ຈາກການຊິ້ງກັນກັບ ບຣູໂນ ເຟີນານເດສ ກ່ອນທີ່ຈະເຕະອັດເຂົ້າປະຕູເຕັມແຮງ.
ຈາກຜົນການແຂ່ງຂັນນັດນີ້ສົ່ງໃຫ້ “ຜີສາດແດງ” ຢູ່ອັນດັບ 3 ຂອງລີກມີ 49 ຄະແນນຈາກ 24 ນັດ ຂະນະທີ່ ເລສເຕີ ຢູ່ອັນດັບ 14 ຂອງຕາຕະລາງ ມີ 24 ຄະແນນຈາກ 23 ນັດ.

