ມິເກລ ອາເຕຕາ ເຊື່ອແຟນບານເອົາໃຈຊ່ວຍອາເຊນອລ ຫລາຍກວ່າ ແມນເຊສເຕີ ຊິຕີ

ມິເກລ ອາເຕຕາ ເຊື່ອແຟນບານສ່ວນຫລາຍເຫັນໃຈອາເຊນອລ ແລະ ເອົາໃຈຊ່ວຍຫລາຍກວ່າ ແມນເຊສເຕີ ຊິຕີ ໃນເສັ້ນທາງຫວັງແຊ໊ມພຣີເມຍລີກລະດູການນີ້ ຫລັງທີມພວກຕົນແຊງຂຶ້ນນຳຕາຕະລາງອີກເທື່ອຫນຶ່ງ.
ໃນເກມຫລ້າສຸດເມື່ອວັນທີ 18 ກຸມພາ ອາເຊນອລ ໄປຢາມແລ້ວຊະນະ ແອສຕັນ ວິລລາ 4-2 ເຮັດໃຫ້ອາເຊນອລ ລົງເຕະ 23 ນັດ ເກັບເພີ່ມເປັນ 54 ຄະແນນ ກັບຂຶ້ນມານຳເປັນຜູ້ນຳອີກເທື່ອຫນຶ່ງ ຫລັງແມນເຊສເຕີ ຊິຕີ ເຮັດໄດ້ພຽງສະເຫມີ ນ໊ອດຕິງແຮມ ຟໍເຣສ 1-1 ໂດຍ ແມນ ຊິຕີ ລົງແຂ່ງ 24 ນັດ ມີຢູ່ 52 ຄະແນນ.
ອາເຕຕາ ກ່າວວ່າ : “ ຜູ້ຄົນຈຳນວນຫລາຍມີຄວາມເຫັນໃຈທີມເຮົາ ແລະ ເຫັນໃຈກັບສິ່ງຕ່າງໆທີ່ເຮົາສະແດງອອກມາ ຂ້ອຍບໍ່ຄິດວ່າເຮົາເຄີຍຖືກຍົກໃຫ້ເປັນທີມທີ່ມີໂອກາດຫວັງແຊ໊ມ ແມນ ຊິຕີ ຍັງຄົງເປັນ 1 ເພາະພວກເຂົາຢູ່ໃນຈຸດນີ້ມາດົນຫລາຍປີ ຂ້ອຍຄິດວ່າໄລຍະເປີດລະດູການຜ່ານມາ ຫລາຍຄົນຕ້ອງວາງເດີມພັນ ພວກເຂົາຄົງບໍ່ເລືອກເຮົາ ”.

