ການຕິດເຊື້ອໂຄວິດເພີ່ມຮອບໃໝ່ໃນປະເທດ ສາເຫດສ່ວນໃຫຍ່ມາຈາກສາຍພັນໂອມິຄຣອນ
ທ່ານດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫລງຂ່າວໃນວັນທີ 18 ມີນາ 2022 ໂດຍບອກວ່າ: ຕົວເລກການລາຍງານປະຈຳວັນ ພົບການຕິດເຊື້ອໃໝ່ໃນປະເທດມີທ່າອຽງເພີ່ມຂຶ້ນ. ຂະນະທີ່ແຕ່ຕົ້ນເດືອນມີນາຮອດມື້ນີ້ ມີຜູ້ຕິດເຊື້ອ 7.672 ຄົນ ແລະ ໃນຈຳນວນນີ້ສະເພາະວັນທີ 17 ມື້ດຽວມີເຖີງ…










