ຜູ້ອາຍຸສູງ ແລະ ມີພະຍາດປະຈຳຕົວ ແມ່ນກຸ່ມສ່ຽງທີ່ຈະເສຍຊີວິດຖ້າຕິດເຊື້ອໂຄວິດ-19
ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃນວັນທີ 19 ກຸມພາ 2022 ນີ້ວ່າ: ຜົນການສຶກສາຄົ້ນຄວ້າຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (CDC) ເປີດເຜີຍວ່າ: ຜູ້ອາຍຸສູງ ຖ້າຕິດເຊື້ອພະຍາດໂຄວິດ-19 ມີຄວາມສ່ຽງທີ່ຈະເສຍຊີວິດຫລາຍກວ່າກຸ່ມອາຍຸໜ້ອຍ. ສະນັ້ນ, ຍິ່ງອາຍຸຫລາຍຂຶ້ນຄວາມສ່ຽງກໍຈະຍິ່ງສູງຂຶ້ນ…










