ຜູ້ຕິດເຊື້ອໂຄວິດ-19 ຫລຸດລົງ ຍ້ອນການຮ່ວມມືຈາກສັງຄົມ ແລະ ປະເທດເພື່ອນມິດ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 21 ກຸມພາ 2022 ວ່າ: ມື້ນີ້ເປັນອີກມື້ໜຶ່ງທີ່ການລະບາດມີທ່າອ່ຽງຫລຸດລົງ ໂດຍສະເພາະໃນນະຄອນຫລວງວຽງຈັນ ແລະ ຫລາຍແຂວງ ເຊິ່ງການຫລຸດລົງດັ່ງກ່າວເປັນຜົນມາຈາກການຮ່ວມແຮງຮ່ວມໃຈຢ່າງຫ້າວຫັນຂອງ ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ລວມທັງການສະໜັບສະໜູນຊ່ວຍເຫລືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ. ຈາກຄວາມເປັນເອກະພາບສູງ ແລະ ການວາງມາດຕະການຢ່າງເຂັ້ມງວດແຕ່ຫົວທີຂອງລັດຖະບານ ຈຶ່ງເຮັດໃຫ້ປະເທດເຮົາ ສາມາດຈຳກັດການລະບາດຂອງພະຍາດ ໂຄວິດ-19. ແນວໃດກໍດີເພື່ອເຮັດໃຫ້ຕົວເລກຜູ້ຕິດເຊື້ອໃນປະເທດເຮົາຫລຸດລົງຢ່າງຕໍ່ເນື່ອງ, ມາດຕະການທີ່ພວກເຮົາທຸກຄົນ ຄວນເອົາໃຈໃສ່ກໍຍັງແມ່ນການໄປສັກວັກຊີນຄົບທຸກເຂັມທີ່ແນະນຳ ຫລື ສັກເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນ, ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆ, ການຮັກສາໄລຍະຫ່າງ, ຫລີກເວັ້ນການໄປສະ ຖານທີ່ແອອັດ ຫລື ເຂົ້າຮ່ວມກິດຈະກຳ ທີ່ມີຄົນຈຳນວນຫລາຍ.

ສະຖານະການໜ້າກັງວົນຂຶ້ນທຸກມື້ ວັນນີ້ຕິດເຊື້ອໃນຊຸມຊົນໃນ 8 ແຂວງ ມີ98 ຄົນ -  Lanxang Media SOLE CO.,LTD

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ເຖິງວ່າຈຳນວນຜູ້ຕິດເຊື້ອໃໝ່ແຕ່ລະວັນ ຢູ ສປປ ລາວເຮົາ ຈະຄ່ອຍໆຫລຸດລົງກໍຕາມ, ແຕ່ພວກເຮົາທຸກຄົນ ທຸກພາກສ່ວນໃນສັງຄົມ ກໍບໍ່ຄວນປະໝາດ ຈຳເປັນທີ່ສຸດຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຍົກສະຕິຄວາມຮັບຜິດຊອບເຝົ້າລະວັງ ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ກໍຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງໃຫ້ຫລາຍຂຶ້ນ ເພື່ອສະກັດກັ້ນ ການລະບາດຂອງໂຄວິດ-19 ສາຍພັນທີ່ກາຍພັນນີ້ ບໍ່ໃຫ້ມີການນຳເຊື້ອເຂົ້າມາແພ່ລະບາດໃນປະເທດຂອງພວກເຮົາ;

ປັດຈຸບັນ, ສປປ ລາວ ໄດ້ເລັ່ງສັກວັກຊີນໃນຂອບເຂດທົ່ວປະເທດ ຂໍໃຫ້ທຸກຄົນຈົ່ງເອົາໃຈໃສ່ນຳພາລູກຫລານ ແລະ ຄົນໃນຄອບຄົວໄປສັກວັກຊີນຄົບເພື່ອເຮັດໃຫ້ການສັກວັກຊີນປົກຄຸມທຸກກຸ່ມຄົນໃຫ້ໄດ້ຫລາຍທີ່ສຸດ ເພື່ອຫລຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່, ຫລຸດຜ່ອນຜູ້ເຈັບທີ່ອາການໜັກບໍ່ໃຫ້ເຖິງຂັ້ນເສຍຊີວິດໄດ້.