ຫວຽດນາມ ສັ່ງຢຸດການອັບເດດໂຄວິດ-19 ປະຈຳວັນເພື່ອບໍ່ໃຫ້ປະຊາຊົນມີຄວາມກັງວົນໂດຍບໍ່ຈຳເປັນ

ອີງຕາມການລາຍງານເວັບໄຊ VnExpress International ຂອງສສ ຫວຽດນາມ ວັນທີ 7 ມີນາ 2022 ຜ່ານມານີ້ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກໄດ້ສະເໜີໃຫ້ຢຸດການປະກາດການອັບເດດ Covid-19 ປະຈໍາວັນເນື່ອງຈາກ “ບໍ່ໄດ້ສະແດງໃຫ້ເຫັນລັກສະນະທີ່ແທ້ຈິງຂອງສະຖານະການການແຜ່ລະບາດໄດ້.” ກະຊວງສາທາລະນະສຸກໄດ້ກ່າວວ່າ, ການປະກາດດັ່ງກ່າວສາມາດເຮັດໃຫ້ເກີດຄວາມກັງວົນທີ່ບໍ່ຈໍາເປັນໃຫ້ແກ່ບັນດາປະຊາຊົນ.
ໃນຂໍ້ສະເໜີທີ່ຍື່ນຕໍ່ນາຍົກລັດຖະມົນຕີ Pham Minh Chinh ໃນວັນທີ 6 ມີນາ 2022 ທີ່ຜ່ານມາ ກະຊວງໄດ້ກ່າວວ່າ: ເຖິງວ່າຈະມີການເພີ່ມຂຶ້ນຂອງການຕິດເຊື້ອຊຸມຊົນປະຈໍາວັນ ແຕ່ອັດຕາການຕາຍໄດ້ຫລຸດລົງຢ່າງຫລວງຫລາຍຍ້ອນການຄວບຄຸມການສັກວັກຊີນປ້ອງກັນທີ່ກວ້າງຂວາງໃນເດືອນຜ່ານມາ, ຈຳນວນຜູ້ຕິດເຊື້ອໃໝ່ໄດ້ເພີ່ມຂຶ້ນຫລາຍແຂວງ ແລະ ເມືອງຕ່າງໆ ໂດຍສະເພາະແມ່ນນະຄອນຫຼວງຮ່າໂນ່ຍ ໂດຍສະເລ່ຍໃນໄລຍະແຕ່ວັນທີ 1-6 ມີນາ ມີຜູ້ຕິດເຊືອລາຍວັນ 100.000-125.000 ຄົນ.
ກະຊວງສາທາລະນະສຸກໃຫ້ຮູ້ຕື່ມອີກວ່າ: ເມື່ອທຽບໃສ່ເດືອນກ່ອນ ຈຳນວນກໍລະນີທີ່ຕິດເຊື້ອໃນທົ່ວປະເທດເພີ່ມຂຶ້ນ 198%, ແຕ່ຈໍານວນຜູ້ເສຍຊີວິດໄດ້ຫຼຸດລົງ 47%, ການປິ່ນປົວໃນໂຮງໝໍຫຼຸດລົງ 24% ແລະ ຈຳນວນຜູ້ປ່ວຍກໍລະນີຮ້າຍແຮງ ແລະ ສາຫັດຫຼຸດລົງ 43%.
ສຳລັບຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນຕິດຕາມສຸຂະພາບດ້ວຍຕົນເອງເປັນເວລາ 10 ວັນ ຖ້າຫາກປະຕິບັດຕາມຂໍ້ໃດຂໍ້ໜຶ່ງໃນເງື່ອນໄຂເຫຼົ່ານີ້ຄື: ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຢ່າງຄົບຖ້ວນ; ໄດ້ຟື້ນຕົວຈາກໂຄວິດ-19 ພາຍໃນສາມເດືອນ ຫລື ຜົນກວດ PCR ເປັນລົບ ຫລື ຜົນກວດຢ່າງໄວວາໃນມື້ທີ 5 ຫລັງຈາກມື້ທີ່ສຳຜັດກັບຜູ້ປ່ວຍຕິດໂຄວິດ-19.
ຂໍ້ສະເໜີໃໝ່ຍັງໄດ້ລະບຸວ່າຜູ້ປ່ວຍໂຄວິດທີ່ບໍ່ມີອາການສາມາດເຮັດວຽກທາງອິນເຕີເນັດໄດ້ໃນໄລຍະການກັກໂຕ ຫລື ເບິ່ງແຍງຜູ້ປ່ວຍໂຄວິດອື່ນໆທີ່ຢູ່ເຮືອນ ຫລື ຢູ່ໂຮງໝໍ. ນັບຕັ້ງແຕ່ຄື້ນໄວຣັສໂຄໂຣນາຄັ້ງທີ 4 ໄດ້ພັດເຂົ້າປະເທດໃນເດືອນເມສາຂອງປີກາຍນີ້, ຫວຽດນາມມີຜູ້ຕິດເຊື້ອຫຼາຍກວ່າ 4,15 ລ້ານກໍລະນີ.

