ໂດຍ: ທິດກໍ່າ ບຸນອອກພັນສາປະວໍລະນາໄດ້ຜ່ານພົ້ນໄປຕາມຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະການ. ບຸນອອກພັນສາຍັງສະແດງໃຫ້ເຫັນເຖິງສັນຍາລັກຂອງລະດູການ ຄືຈາກລະດູຝົນກ້າວສູ່ລະດູແລ້ງ ນັບແຕ່ເດືອນຕຸລາໄປຮອດເດືອນພຶດສະພາຂອງທຸກໆປີ. ນອກຈາກນັ້ນ ຫລັງອອກພັນສາໄປແລ້ວ ປະຊາຊົນລາວບັນດາເຜົ່າກໍເລີ່ມຫັນໜ້າສຸມໃສ່ເກັບກູ້ຜົນຜະລິດເຊັ່ນ: ເກັບກ່ຽວເຂົ້າໄຮ່ເກັບກູ້ເຜືອກມັນ, ຕໍ່ໃສ່ເຂົ້ານາປີ ແລະ ຜົນຜະລິດອື່ນໆ. ປີນີ້ຕ້ອງຍອມຮັບວ່າຟ້າຝົນຕົກດີໃນທົ່ວປະເທດ, ສະເພາະຢູ່ນະຄອນຫລວງວຽງຈັນ ນັບແຕ່ເດືອນພຶດສະພາຈົນຮອດເດືອນຕຸລາ ຝົນຍັງຕົກເປັນປົກກະຕິ ອັນເປັນເງື່ອນໄຂໃຫ້ຊາວກະສິກອນໄດ້ທໍາການຜະລິດເຂົ້ານາປີ ແລະ ປູກພືດພັນທັນຍາຫານຢ່າງເຕັມສ່ວນ….