ຢ່າລືມ ສ. ສະອາດ ໜຶ່ງໃນ 6 ສ. ຄຳຂວັນອັນສຳຄັນຂອງນະຄອນຫລວງວຽງຈັນ

ໂດຍ: ຜາຕຸງ

ຫຼາຍຄົນຫຼາຍທ່ານທີ່ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ຍັງຄົງຈື່ໄດ້ເຖິງຄຳຂວັນ 6 ສ ທີ່ທາງນະຄອນຫຼວງວຽງຈັນວາງອອກເປັນຢ່າງດີເປັນຕົ້ນ ສ.ສະອາດ ຊຶ່ງແມ່ນໜຶ່ງໃນ 6 ສ. ທີ່ນະຄອນຫຼວງວຽງຈັນກຳນົດອອກ ເປົ້າໝາຍ ແມ່ນເພື່ອສ້າງໃນຕົວເມືອງໃນນະຄອນຫຼວງວຽງຈັນເປັນເມືອງທີ່ສະອາດ ແລະ ໜ້າຢູ່ຫຼາຍຂຶ້ນ ແຕ່ຖ້າຫາກຍົກບັນຫານີ້ຂຶ້ນມາແລກປ່ຽນນຳກັນແລ້ວຍັງເຫັນວ່າການຈັດຕັ້ງປະຕິບັດນັ້ນບໍ່ທັນໄດ້ດີເທົ່ທີ່ຄວນ ເຮັດໃຫ້ຕົວເມືອງມີຄວາມເປື້ອນເປິ ຮົກເຮື້ອເຕັມດ້ວຍສິ່ງເສດເຫຼືອທີ່ກຸ່ມຄັນສ້າງຂຶ້ນ.

ນີ້ກໍຍ້ອນວ່າ ຜູ້ຄົນໄດ້ພາກັນຫຼັ່ງໄຫຼເຂົ້າສູ່ຕົວເມືອງນັບມື້ຫຼາຍຂຶ້ນ ແນ່ນອນວ່າແຕ່ລະວັນປະຊາຊົນເຮົາໄດ້ສ້າງຂີ້ເຫຍື້ອສິ່ງເສດເຫຼືອຈາກຄົວເຮືອນເປັນຈຳນວນມະຫາສານ ໂດຍທີ່ບໍ່ມີການກຳຈັດຢ່າງຖືກ ຕ້ອງ ເຖິງຈະມີລົດຈາກຫົວໜ່ວຍທີ່ໄດ້ຮັບສຳປະທານເກັບມ້ຽນຂີ້ເຫຍື້ອມາເກັບມ້ຽນແຕ່ຫຼາຍຄົນ ຫຼາຍຄອບຄົວຍັງຊອກຫາທາງອອກດ້ວຍການຖິ້ມຊະຊາຍ ຫຼື ໃຊ້ວິທີ ຈູດເຜົາ ສົ່ງກິ່ນເໝັນຂິວ ສ້າງມົນລະພິດໄປທົ່ວ, ແຕ່ມີຈຳນວນບໍ່ໜ້ອຍແມ່ນອາໃສໃຫ້ລົດເກັບມ້ຽນຂີ້ເຫຍື້ອມາເກັບເອົາໄປຖິ້ມ, ແຕ່ວ່າກ່ອນລົດຈະມາເກັບກໍຕ້ອງໃຊ້ເວລາຫຼາຍວັນຈຶ່ງຕົກໃສ່ຮອບ ແລະມີບາງຄັ້ງເມື່ອຮອບຮອບວຽນແລ້ວລົດກໍບໍ່ມາເອົາຈຳເປັນຕ້ອງຖ້າໄປອີກຫຼາຍວັນ ພາໃຫ້ເສດຂີ້ເຫຍື້ອຈຳນວນໜຶ່ງເນົ່າເປື່ອຍສົ່ງກິ່ນເໝັນຄັບທີບ.

ເວລາລົດມາເກັບຂີ້ເຫຍື້ອກໍອ່າວໃຊ້ເວລາດົນແດ່ ຈອດບ່ອນໃດ ນ້ຳເປື້ອນກໍຍ້ອຍລົງໃສ່ບ່ອນນັ້ນ ນອກນັ້ນ ເວລາລົດແລ່ນອອກໄປນ້ຳເປື້ອນກໍຍ້ອຍເປັນສາຍໄປຕາມການເດີນລົດ ເຮັດໃຫ້ນ້ຳເປື້ອນກະຈາຍເປັນວົງກ້ວາງ ສົ່ງກິ່ນເໝັນສ້າງຄວາມລຳຄານຕໍ່ມວນຊົນທີ່ຢູ່ໃກ້ຄຽງ ຫຼື ຜູ້ສັນຈອນໄປມາຈັນຫາຍໃຈຝືດ ໃຊ້ຫຼາຍມື້ຈຶ່ງເຫືອດແຫ້ງຈືດຈາງໄປ ເມື່ອເຫັນແລ້ວມັນເປັນພາບທີ່ບໍ່ຄັກປານໃດ ບໍ່ສົມກັບຄຳວ່າ ພັດທະນາ, ນີ້ມັນເຫັນຍ້ອນຫຍັງແທ້?

ການທີ່ເປັນເຊັ່ນນີ້ອາດເນື່ອງມາຈາກການເກັບມ້ຽນຂີ້ເຫຍື້ອຈາກຄອບຄົວປະຊາຊົນເຮົາສ່ວນຫຼວງຫຼາຍ ຍັງສັບປົນກັນຢູ່ ຂາດການແຍກປະເພດ ຂີ້ເຫຍື້ອແຫ້ງ, ຂີ້ເຫຍື້ອປຽກ, ພືດຜັກທີ່ຍ່ອຍສະຫຼາຍງ່າຍ, ຂີ້ເຫຍື້ອທີ່ສາມາດນຳມາໃຊ້ຄືນໃໝ່ໄດ້ ແລະ ອື່ນໆຢ່າງລະອຽດ, ອີກດ້ານໜຶ່ງ ພາຫານະທີ່ຫົວໜ່ວຍທຸລະກິດທີ່ນຳມາໃຊ້ນັ້ນສ່ວນຫຼາຍເປັນພາຫານະທີເກົ່າແກ່ໃຊ້ງານມາດົນແລ້ວ ຖັງເກັບມ້ຽນຂີ້ເຫຍື້ອໂດກ, ຂາດ ເຮັດໃຫ້ມີນ້ຳເປື້ອນຍ້ອຍຍາດລົງຕາມທາງເປັນສາຍໄປສ້າງຄວາມເປື້ອນເປິໃສ່ຖະໜົນຫົນທາງຫຼືຊຸມຊົນສ້າງມົນລະພິດກະທົບຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນຢ່າງກວ້າງຂວາງກໍອາດເປັນໄດ້ ແມ່ນບໍ?.

ແນວໃດກໍຕາມ, ການທີ່ຈະເຮັດໃຫ້ຕົວເມືອງມີຄວາມສະອາດ ເປັນລະບຽບຮຽບຮ້ອຍ ມັນແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມຊ່ວຍກັນເຮັດບໍ່ຄວນຈະຖິ້ມໃສ່ວ່າເປັນຄວາມຮັບຜິດຊອບຂອງພາກສ່ວນໃດພາກສ່ວນໜຶ່ງ ເພາະມັນເປັນໜ້າທີ່ລວມຂອງທົ່ວປວງຊົນ  ຄວນເລີ່ມຈາກຫົວໜ່ວຍຄອບຄົວຜູ້ທີ່ຜະລິດເສດຂີ້ເຫຍື້ອຂຶ້ນມາ ຕ້ອງຮູ້ຈັກແຍກປະເພດຂີ້ເຫຍື້ອໃຫ້ລະອຽດວ່າ ອັນໃດຂີ້ເຫຍື້ອແຫ້ງ, ອັນໃດຂີ້ເຫຍື້ອປຽກ, ພືດຜັກທີ່ຍ່ອຍສະຫຼາຍງ່າຍ, ຂີ້ເຫຍື້ອທີ່ສາມາດນຳມາໃຊ້ຄືນໃໝ່ໄດ້ ແຍກໄວ້ໃຫ້ຖືກຈຸດຖືກບ່ອນ ເພື່ອຄວາມສະດວກເວລາເກັບມ້ຽນ.

ທາງຫົວໜ່ວຍທຸລະກິດຜູ້ເກັບມ້ຽນກໍຄວນຊອກຫາທາງອອກໃຫ້ເໝາະສົມ ອາດຈະລົງທຶນຊື້ພາຫານະໃໝ່ມາບໍລິການ ຫຼື ອາດຈະປັບປຸງສ້ອມແປງຄືນລົດທີ່ນຳໃຊ້ປະຈຸບັນໃຫ້ຮັບປະກັນດີຂຶ້ນກວ່າເກົ່າ ລວມທັງພະນັກງານຜູ້ເຮັດໜ້າທີ່ບໍລິການເກັບມ້ຽນຄວນເພີ່ມທະວີຄວາມຮັບຜິດຊອບຂຶ້ນຕື່ມອີກຢ່າເຫັນແຕ່ຄວາມມັກງ່າຍ ຈົ່ງເຮັດໜ້າທີ່ຂອງເຮົາໃຫ້ດີທີ່ສຸດ ເຮັດໃຫ້ບ້ານເມືອງເຮົາມີຄວາມສະອາດງາມຕາເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນມີສຸຂະພາບດີ ປາສະຈາກມົນລະພິດທາງອາກາດ ແລະ ກາຍເປັນທີ່ເອກອ້າງຕໍ່ສາຍຕາຂອງນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວລາວໃນປີທ່ອງທ່ຽວລາວ ມີຄວາມປະທັບໃຈ ຫຼົງໄຫຼໃນມົນສະເໜ່ຂອງເມືອງລາວຕະຫຼອດໄປ.