ສະຫະລັດ-ຈີນ ເຫັນດີຂໍ້ຕົງລົງການຄ້າໃຫຍ່! ກ່ອນການພົບກັນຂອງ ທຣໍາ ກັບ ສີ ຈິນຜິງ ທີ່ມາເລເຊຍ

ຂ່າວຕ່າງປະເທດລາຍງານຈາກກົວລາລຳເປີ, ວັນທີ 27 ຕຸລາ 2025 – ສະຫະລັດອາເມຣິກາ ແລະ ຈີນ ໃກ້ຈະບັນລຸ “ຂໍ້ຕົກລົງການຄ້າ” (framework trade deal) ສະບັບໃໝ່ ທີ່ມີເປົ້າໝາຍຫລຸດຜ່ອນຄວາມເຄັ່ງຕຶງທາງເສດຖະກິດ ລະຫວ່າງສອງປະເທດມະຫາອຳນາດ. ໃນຂະນະທີ່ປະທານາທິບໍດີ ໂດນັລ ທຣຳ ກໍກຽມເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ທີ່ປະເທດມາເລເຊຍໃນອາທິດນີ້.

ລາຍງານຈາກ The Guardian ແລະ The Washington Post ລະບຸວ່າ: ເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ແລະ ຈີນ ໄດ້ຕົກລົງເບື້ອງຕົ້ນ ເພື່ອຫລີກເວັ້ນການ ຂຶ້ນພາສີສິນຄ້າຈີນ ໃນອັດຕາ 100% ເຊິ່ງລັດຖະບານວໍຊິງຕັນເຄີຍຂູ່ວ່າຈະໃຊ້ ຫາກປັກກິ່ງບໍ່ຍອມເປີດຕະຫລາດໃຫ້ຫລາຍຂຶ້ນ.

ທັງສອງຝ່າຍຍັງເຫັນດີຮ່ວມກັນໃນການ ເພີ່ມການນຳເຂົ້າສິນຄ້າການກະເສດ ຂອງສະຫະລັດ ເຊັ່ນ: ຖົ່ວເຫລືອງ ແລະ ສາລີ, ລວມທັງຮ່ວມມືດ້ານການ ຄວບຄຸມສານຕັ້ງຕົ້ນທີ່ໃຊ້ຜະລິດຢາເສບຕິດ “ເຟນທານິລ” (Fentanyl) ເຊິ່ງເປັນໜຶ່ງໃນບັນຫາຫລັກຂອງສະຫະລັດ.

ພ້ອມດຽວກັນ ສຳນັກຂ່າວ Reuters (ຣອຍເຕີ) ລາຍງານເພີ່ມເຕີມວ່າ: ຂໍ້ຕົກລົງດັ່ງກ່າວຈະຖືກຫາລືໃນລະຫວ່າງການພົບປະລະຫວ່າງປະທານາທິບໍດີ ທຣຳ ແລະ ປະທານາທິບໍດີ ສີ ຈິ້ນຜິງ ທີ່ຄາດວ່າຈະຈັດຂຶ້ນໃນລະຫວ່າງການປະຊຸມອາຊຽນ. ໂດຍທັງສອງຝ່າຍມີເປົ້າໝາຍປະກາດຄວາມຄືບໜ້າຂອງຂໍ້ຕົກລົງຮ່ວມກັນ ເພື່ອສະແດງທ່າທີຟື້ນຟູຄວາມສຳພັນທາງເສດຖະກິດໃນພາກພື້ນອາຊີ.

ນັກວິເຄາະເບິ່ງວ່າ ຂໍ້ຕົກລົງການຄ້າຄັ້ງນີ້ ອາດຊ່ວຍຫລຸດຜ່ອນແຮງກົດດັນໃນຕະຫລາດໂລກ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບນັກລົງທຶນ ຫລັງຈາກທີ່ຄວາມຂັດແຍ່ງທາງການຄ້າລະຫວ່າງສອງປະເທດຍືດເຍື້ອມາເປັນເວລາຫລາຍປີ.