ໄຟອຳນາດ ໝົດອຳນາດ ບັນຫາພື້ນຖານຂອງການຈະລາຈອນໃນຕົວເມືອງ

ໄຟອຳນາດ ໝົດອຳນາດ ບັນຫາພື້ນຖານຂອງການຈະລາຈອນໃນຕົວເມືອງ

ໂດຍ: ຜາຕຸງ 18.10.25 ໄຟອຳນາດ ຫຼື ທີ່ຮູ້ຈັກກັນໃນນາມ “ໄຟແດງ” ຕາມທາງສາມແຍກສີ່ແຍກໃນຕົວເມືອງແມ່ນສັນຍາລັກແຫ່ງອຳນາດໃນການຮັກສາລະບຽບການສັນຈອນທາງບົກໃຫ້ມີຄວາມເປັນລະບຽບ ປອດໄພແກ່ຜູ້ໃຊ້ລົດໃຊ້ຖະໜົນ ແຕ່ໃນເມື່ອເວລາໃດກໍຕາມຫາກ ໄຟແດງ ອ່ອນລົງ ຫຼື ໝົດແສງສະຫວ່າງໃນຕົວແລ້ວກໍໝາຍເຖິງສັກສີແຫ່ງອຳນາດທີ່ສັ່ງໄດ້ເດັດຂາດນັ້ນກໍ ອ່ອນລົງ ແລະ ໃນທີ່ສຸດກໍຈະໝົດອຳນາດໄປໃນຕົວ ຜູ້ຄົນທີ່ສັນຈອນໄປມາຜ່ານ ສາມແຍກ ສີ່ແຍກນັ້ນກໍຈະບໍ່ເປັນລະບຽບ…

ເຊກອງ ເປີດບັ້ນການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

ເຊກອງ ເປີດບັ້ນການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດຄັ້ງທີ V

ວັນທີ 16 ຕຸລາ 2025 ແຂວງເຊກອງ ໄດ້ເປີດບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025ຂຶ້ນ ໂດຍພາຍໄຕ້ການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານອົງການປົກຄອງແຂວງ ຫົວໜ້າຄະນະຊີ້ນໍາການສໍາຫຼວດຂັ້ນແຂວງ, ມີທ່ານ ສີສະໝຸດ…

ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ເລືອກເອົາ ສະຫາຍ ເພັງນິລັນ ຄຳພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ

ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ເລືອກເອົາ ສະຫາຍ ເພັງນິລັນ ຄຳພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ

ວັນທີ 16 ຕຸລາ 2025 ຜ່ານມາແຂວງໄຊຍະບູລີ ສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ VIII  ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ…

ມອບເຂົ້າສານ 120 ໂຕນ ໃຫ້ເມືອງສິງ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ແລະ ໂຮງຮຽນຊົນເຜົ່າ

ມອບເຂົ້າສານ 120 ໂຕນ ໃຫ້ເມືອງສິງ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ແລະ ໂຮງຮຽນຊົນເຜົ່າ

ວັນທີ 14 ຕຸລາ 2025  ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫລວງນ້ຳທາ ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ  ມອບເຂົ້າສານໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ 120 ໂຕນ, ເຊິ່ງໄດ້ມາຈາກການປະກອບສ່ວນຂອງບໍລິສັດ ແລະ ຫ້າງຮ້ານຕ່າງໆຢູ່ພາຍໃນແຂວງ ແລະ ຕ່າງແຂວງ….

ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ພົບປະແລກປ່ຽນ ດ້ານທຸລະກິດ ລະຫວ່າງ ລາວ-ຈີນ ຫົວຂໍ້: “ເປີດປະຕູສູ່ໂລກພາຍນອກ ຄືໂອກາດແຫ່ງໄຊຊະນະ”

ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ພົບປະແລກປ່ຽນ ດ້ານທຸລະກິດ ລະຫວ່າງ ລາວ-ຈີນ ຫົວຂໍ້: “ເປີດປະຕູສູ່ໂລກພາຍນອກ ຄືໂອກາດແຫ່ງໄຊຊະນະ”

ວັນທີ 13 ຕຸລາ 2025 ຜ່ານມາ  ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມພົບປະແລກປ່ຽນທາງດ້ານທຸລະກິດ ລະຫວ່າງ ລາວ-ຈີນ ພາຍໃຕ້ຫົວຂໍ້: ເປີດປະຕູສູ່ໂລກພາຍນອກ ຄືໂອກາດແຫ່ງໄຊຊະນະ  ໂດຍການເຂົ້າຮ່ວມຂອງ ທ່ານ ທະນູສອນ ພົນອຳມາດ, ຮອງປະທານ…

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່າວເນື່ອງໃນໂອກາດສະເຫຼີມສະ ຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່າວເນື່ອງໃນໂອກາດສະເຫຼີມສະ ຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ

ວັນທີ 13 ມີນາ 2025 ແມ່ນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ, ຊຶ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການໄປສະນີ ແລະ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ຂອງ ສປປ ລາວ ແລະ ໃນປີ 2025 ນີ້…

ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ

ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ

ໂດຍ: ຜາຕຸງ 16.10.25 ວັນທີ 3 ຫາ 5 ຕຸລາ 2025 ຫຼວງພະບາງ ເມືອງມຸລະດົກໂລກໄດ້ເປັນເຈົ້າພາບຈັດງານບຸນກາເຟ ແລະ ຊາບ້ານເຮົາ ປີ 2025 ສະເຫຼີມສະຫຼອງກາເຟ ແລະ ຊາລາວ, ຄວາມຍືນຍົງ ແລະ…

ຄະນະໂຄສະນາອົບຮົມສູນກາງພັກ ປະກາດແຕ່ງຕັ້ງຫົວໜ້າກົມ ແລະ ທຽບເທົ່າກົມ 8 ສະຫາຍ

ຄະນະໂຄສະນາອົບຮົມສູນກາງພັກ ປະກາດແຕ່ງຕັ້ງຫົວໜ້າກົມ ແລະ ທຽບເທົ່າກົມ 8 ສະຫາຍ

ວັນທີ 14 ຕຸລາ 2025 ນີ້ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະກາດກົງຈັກການຈັດຕັ້ງຂັ້ນກົມທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໂອກາດຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອເລືອກເອົາຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,…

ຕົວເມືອງ ບໍ່ພຽງແຕ່ເປັນສະຖານທີ່ລົງຊີວິດເທົ່ານັ້ນ ແຕ່ຍັງເປັນກົນໄກຂອງການເຕີບໂຕ ແລະ ການສ້າງຄວາມທົນທານ

ຕົວເມືອງ ບໍ່ພຽງແຕ່ເປັນສະຖານທີ່ລົງຊີວິດເທົ່ານັ້ນ ແຕ່ຍັງເປັນກົນໄກຂອງການເຕີບໂຕ ແລະ ການສ້າງຄວາມທົນທານ

ໂດຍ: ຜາຕຸງ ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ເປັນເວທີໃຫ້ພາກສ່ວນຕ່າງໆໄດ້ມາປຶກສາຫາລື ແລະ ສະທ້ອນໃຫ້ເຫັນເຖິງສະພາບການພັດທະນາ ແລະ ຂະຫຍາຍຕົວຂອງຕົວເມືອງ ໃນ ສປປ ລາວ ທີ່ມີອັດຕາການຫັນເປັນຕົວເມືອງທີ່ສູງ ໂດຍສະເພາະແມ່ນເກີດຂຶ້ນຢູ່ໃນ ບັນດາຕົວເມືອງ ອັນດັບ 1 ແລະ ອັນດັບ…

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ

ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ” ຈຶ່ງກາຍເປັນຈຸດໝາຍສໍາຄັນທີ່ຄົນຂັບລົດ EV ຕ້ອງຮູ້ຈັກ! “BlueDot Charger” ແມ່ນສະຖານີສາກລົດໄຟຟ້າ ທີ່ເປັນອີກໜຶ່ງທຸລະກິດສໍາຄັນຢູ່ໃນເຄື່ອຂອງ “ບໍລິສັດລາວທານີ” ເຊິ່ງເປັນບໍລິສັດຂະໜາດໃຫຍ່ໃນປະເທດ ເປັນຕົວແທນຈໍາໜ່າຍ ລົດຍົນຍີ່ຫໍ້ TOYOTA ທີ່ທຸກຄົນຮູ້ຈັກກັນດີໃນຊື່…