ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

ວັນທີ 18 ຕຸລາ 2025 ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດແຕ່ງຕັ້ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ (His Majasty Sultan Haji Hassanal Bolkiah and Yang Di Pertuan of Brunei Darussalam) ແຫ່ງ ບຣູໄນ ດາຣູຊາລາມ ທີ່ ພະລາດຊະວັງ Istana Nurul Iman ບັນດາ ເສຣີ ເບກາວັນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ບຣູໄນ ດາຣູຊາລາມ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະລາດຊະວັງຂອງ ບຣູໄນ ແລະ ພະນັກງານການທູດ ຈາກສະຖານທູດ ແຫ່ງ ສປປ ລາວ ປະຈໍາ ບຣູໄນ ດາຣູຊາລາມ ຕິດຕາມເຂົ້າຮ່ວມ.

ພາຍຫຼັງພິທີຍື່ນສານຕາຕັ້ງໄດ້ສຳເລັດລົງ, ສົມເດັດ ຊຸນຕານ ໄດ້ພົບປະໂອ້ລົມກັບ ທ່ານ ເອກອັກຄະລັດຖະທູດລາວ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ໂດຍພະອົງໄດ້ສະແດງຄວາມຊົມ ເຊີຍຕໍ່ການມາດຳລົງຕຳແໜ່ງຂອງ ທ່ານ ເອກອັກຄະລັດຖະທູດລາວ ປະຈຳ ບຣູໄນ ດາຣູຊາລາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ນັບມື້ນັບຈະເລີນງອກງາມຍິ່ງຂຶ້ນ. ສົມເດັດ ຊຸນຕານ ຍັງໄດ້ສະແດງຄວາມຂອບໃຈ ແລະ ຝາກຄໍາຢື້ຢາມຖາມຂ່າວເຖິງ ພະນະ ທ່ານທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໂດຍໄດ້ກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈ ທີ່ບັນດາການນໍາ ແລະ ປະຊາຊົນລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນໂອກາດສົມເດັດ ໄດ້ໄປຢ້ຽມຢາມ ສປປ ລາວ ໃນປີ 2023 ແລະ 2024 ຜ່ານມາ.

ທ່ານ ເຮືອນແກ້ວ ສັງສົມສັກ ໄດ້ກ່າວສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມາປະຕິບັດໜ້າທີ່ອັນສໍາຄັນຢູ່ ປະເທດ ບຣູໄນ ດາຣູຊາລາມ ພ້ອມທັງໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນຈາກ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດມາຍັງ ສົມເດັດ ຊຸນຕານ ແລະ ສົມເດັດ ພະລາຊີນີ ໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ-ບຣູໄນ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດຮ່ວມກັນ ຄົບຮອບ 32 ປີ ໂດຍສະເພາະ ຄຳອວຍພອນອັນປະເສີດເນື່ອງໃນໂອກາດວັນເກີດ ຄົບຮອບ 79 ປີ ຂອງ ສົມເດັດ ຊຸນຕານ ແລະ ສົມເດັດ ພະລາຊິນີ ຫວ່າງບໍ່ດົນຜ່ານມານີ້ ກໍຄືການຢ້ຽມຢາມລັດຖະກິດ ສປປ ລາວ ຂອງສົມເດັດ ຊຸນຕານ ໃນເດືອນ ຕຸລາ 2023, ການຢ້ຽມຢາມສອງຝ່າຍໃນໄລຍະທີ່ພະອົງໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນເດືອນ ຕຸລາ 2024 ຊຶ່ງປະຊາຊົນລາວ ມີຄວາມປິຕິດີໃຈຫຼາຍຕໍ່ການຢ້ຽມຢາມດັ່ງກ່າວຂອງພະອົງ ແລະ ຫວັງຢ່າງຍິ່ງວ່າ ສປປ ລາວ ຈະມີໂອກາດໄດ້ຕ້ອນຮັບສົມເດັດ ຊຸນຕານ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ພະອົງມີຄວາມສະດວກ. ທ່ານ ເຮືອນແກ້ວ ສັງສົມສັກ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ ສົມເດັດ ຊຸນຕານ ຈະໄດ້ໃຫ້ການຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບໃນໂອກາດທີ່ທ່ານລັດຖະມົນຕີ ຈະເດີນທາງມາຢ້ຽມຢາມທາງການ ບຣູໄນ ໃນລະຫວ່າງວັນທີ 19-22 ຕຸລາ 2025 ນີ້.

ທ່ານ ເຮືອນແກ້ວ ສັງສົມສັກ ໃນນາມຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສົມເດັດ ຊຸນຕານ ກໍຄືປະຊາຊົນຊາວບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະພາະ ໃນໄລຍະທີ່ ສປປ ລາວ ປະສົບກັບໄພພິບັດທາງທໍາມະຊາດ ແລະ ໃນໄລຍະທີ່ ສປປ ລາວ ຮັບກຽດເປັນປະທານອາຊຽນ ໃນປີ 2024 ຜ່ານມາ ກໍຄືການຮ່ວມມືໃນຂອບຫຼາຍຝ່າຍອື່ນໆ. ທ່ານ ເຮືອນແກ້ວ ສັງສົມສັກ ໄດ້ໃຫ້ຄຳໝັ້ນສັນຍາ ຈະປະຕິບັດໜ້າທີ່ດ້ວຍຄວາມຕັ້ງໃຈ ແລະ ສຸດຄວາມສາມາດໃນການປະຕິບັດໜ້າທີ່ການທູດຂອງຕົນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາຍາວນານຕະຫຼອດໄລຍະ 3 ທົດສະວັດຜ່ານມາໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ທ່ານ ເຮືອນແກ້ວ ສັງສົມສັກ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ບຣູໄນ ດາຣູຊາລາມ ເປັນທ່ານທູດຜູ້ທີ 8 ພາຍຫຼັງຈາກ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໄດ້ສ້າງຕັ້ງສາຍພົວພັນການທູດກັບ ສປປ ລາວ ໃນວັນທີ 27 ກໍລະກົດ 1993.