ພາກທຸລະກິດທ່ອງທ່ຽວເມືອງໂຂງ ສະເໜີພາກລັດ ແກ້ໄຂຫລາຍບັນຫາກຽມຮັບນັກທ່ອງທຽວ
ແຫລ່ງຂ່າວຈາກເມືອງໂຂງແຂວງຈຳປາສັກລາຍງານວ່າ: ໃນການຫາລືເມື່ອອາທິດຜ່ານມາ, ພາກສ່ວນທຸລະກິດ ໄດ້ສະເໜີໃຫ້ພາກລັດຄົ້ນຄວ້າຊຸກຍູ້ສົ່ງເສີມການບໍລິການທີ່ມີລະບຽບຖືກຕ້ອງຂອງບໍລິສັດນໍາທ່ຽວຢູ່ເຂດເມືອງໂຂງ, ການອອກນິຕິກຳຂໍ້ຕົກລົງ, ຄຳສັ່ງ, ແຈ້ງການການແລ່ນລົດປະຈຳທາງ ແລະ ບໍ່ປະຈຳທາງ ໃຫ້ຈະແຈ້ງໂດຍບໍ່ມີລັກສະນະຊັບຊ້ອນ, ອົງການປົກຄອງເມືອງຄວນສຶກສາມາດຕະການຂອງສະມາ ຄົມລົດດອນເດດ-ສະມາຄົມເຮືອນາກະສັງເພື່ອເຮັດໃຫ້ນັກທ່ອງທ່ຽວປະທັບໃຈ, ການກຳນົດລາຄາບໍລິການ ເຮືອນາກະສັງ-ດອນເດດ ຫຼັງ 4 ໂມງແລງ ໃຫ້ເໝາະສົມ, ເປີດກວ້າງຫຼາຍເສັ້ນທາງບໍລິການເພື່ອສົ່ງນັກທ່ອງທ່ຽວຈາກ ຫາງສະດຳ,…









