ກິນຢາບ້າໄດ້ 6 ເມັດ ແຕ່ຄິດຢ້ານຈຶ່ງເອົາໄປມອບໃຫ້ເຈົ້າໜ້າທີ່ທັງໝົດ 5.993 ເມັດ

ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ລາຍງານໂດຍອ້າງຕາມການເປີດເຜີຍຂອງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງອານຸວົງ ໃນວັນທີ 19 ມັງກອນນີ້ວ່າ: ທ້າວ ຈີວື່ ອາຍຸ 27 ປີ ປະຊາຊົນບ້ານໂພນໄຊ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມອບຢາບ້າ 5.993 ເມັດ ໃຫ້ເຈົ້າໜ້າທີ່ ປກສ ກຸ່ມບ້ານໂພນພະເມືອງອານຸວົງ. ຂະນະທີ່ເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວສອບສວນ.
ທ້າວ ຈີວື ໃຫ້ການເບື້ອງຕົ້ນວ່າ: ກ່ອນໜ້ານີ້ໄດ້ມາເຮັດວຽກຢູ່ສວນຢາງພາລາແຫ່ງໜຶ່ງຢູ່ເມືອງລ້ອງຊານ ແຂວງໄຊສົມບູນ ແລະ ອອກຈາກວຽກກາງເດືອນທັນວາ 2021 ແລ້ວຍ່າງໄປແຂວງຊຽງຂວາງ. ພໍຮອດເມືອງກາສີແຂວງວຽງຈັນ ໄດ້ຖືກເຈົ້າໜ້າທີ່ແຂວງວຽງຈັນ ກັກໄວ້ຕາມມາດຕະການປ້ອງກັນໂຄວິດ. ວັນທີ 24 ທັນວາ 2021, ທ້າວ ເອວື ແລະ ທ້າວ ຈືມາວື ທັງສອງເປັນອ້າຍນ້ອງຜູ້ກ່ຽວ ໄດ້ມາປະກັນຕົວອອກຈາກສູນຈຳກັດບໍລິເວນ ແລະ ໄດ້ເອົາຢາບ້າໃຫ້ຜູ້ກ່ຽວ 2 ມັດ ແລ້ວບອກໃຫ້ຍ່າງກັບໄປສວນຢາງພາລາບ່ອນທີ່ເຄີຍເຮັດວຽກໂດຍຫ້າມຂີ່ລົດໂດຍສານໄປ; ພໍຍ່າງມາໄດ້ໄລຍະໜຶ່ງໄດ້ເອົາຢາບ້າອອກມາເສບ 6 ເມັດ ແຕ່ຮູ້ສຶກຢ້ານກົວ ທັງຫວັງຢາກໃຫ້ທ້າວ ເອວື ແລະ ທ້າວ ຈືມາວື ເຊົາເສບແລະເຊົາຂາຍຢາບ້າ, ພໍຍ່າງຮອດເຂດບ້ານພ້າວ ຈຶ່ງໄດ້ນຳເອົາຢາບ້ານ 5.993 ເມັດ ໄປມອບໃຫ້ເຈົ້າໜ້າທີ່ ປກສ ກຸ່ມບ້ານໂພນພະ ເມືອງອານຸວົງ.
ປັດຈຸບັນ, ເຈົ້າໜ້າທີ່ພວມສືບສວນຂະຫຍາຍຜົນເລັ່ງຈັບພວກກ່ຽວມາດຳເນີນຄະດີ.

