ແຂວງອັດຕະປື ຈະສູ້ຊົນໃຫ້ລວມຍອດຜະລິຕະພັນພາຍໃນເພີ່ມຂຶ້ນສະເລ່ຍ 7,5-8% ຕໍ່ປີ

ແຫລ່ງຂ່າວແຂວງອັດຕະປືລາຍງານວ່າ:ວັນທີ 19 ມັງກອນນີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປື ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ II ຂອງສະພາປະຊາຊົນແຂວງຊຸດທີ II ວ່າ: ແຕ່ປີ 2021-2025 ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື GDP ເພີ່ມຂຶ້ນສະເລ່ຍ 7,5-8% ຕໍ່ປີໂດຍການສ້າງມູນຄ່າເພີ່ມໃຫ້ໄດ້ 4.201 ຕື້ກວ່າກີບ, ຄາດຄະເນພົນລະເມືອງ 177.819 ຄົນ ຈະສາມາດສະເລ່ຍລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໄດ້ 23,62 ລ້ານກີບ ຫລື 2.698 ໂດລາສະຫະລັດ/ຄົນ ທຽບໃສ່ປີ 2020 ເພີ່ມຂຶ້ນ 687 ໂດລາ.
ທ່ານ ເລັດ ກ່າວຕື່ມວ່າ: ເພື່ອບັນລຸຄາດໝາຍດັ່ງກ່າວໄດ້ແບ່ງຕົວເລກການຂະຫຍາຍຕົວໃນ 3 ຂະແໜງ ການໃຫຍ່ຄື ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 7,87% ກວມກວ່າ 23,8% ຂອງ GDP ໂດຍສູ້ຊົນຜະ ລິດເຂົ້າລວມ 5 ປີ ໃຫ້ໄດ້ 414.791 ໂຕນ, ສຳລັບປີ 2025 ຜະລິດເຂົ້າໃຫ້ໄດ້ 110.684 ໂຕນ, ໃນນີ້ເພື່ອບໍລິໂພກ 49.213 ໂຕນ ແລະ ແຮໄວ້ 61.471 ໂຕນ. ຂະແໜງ ອຸດສາຫະກຳ ເພີ່ມຂຶ້ນ 10,58% ກວມກວ່າ 39,7% ຂອງ GDP ໂດຍສູ້ຊົນເຮັດໃຫ້ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ຂະຫຍາຍຕົວສະເລ່ຍ 15% ຕໍ່ປີລວມ 5 ປີໃຫ້ໄດ້ 2.473 ຕື້ກວ່າກີບ, ໃນນີ້ຜະລິດຕະພັນໄມ້ໃຫ້ໄດ້ 641 ຕື້ກີບ ກວມ 26%; ນໍ້າຕານ 660,43 ຕື້ກີບ ກວມ 27%; ຢາງພາລາ 868,96 ຕື້ກີບ ກວມ 35% ແລະຮອດທ້າຍປີ 2025 ສູ້ຊົນກໍ່ສ້າງເຂື່ອນໄຟຟ້ານໍ້າຕົກໃຫ້ສຳເລັດຕື່ມອີກ 7 ໂຄງການ(ປັດຈຸບັນສຳເລັດແລ້ວ 7ໂຄງການ) ລວມເປັນ 14 ໂຄງການ ມີກຳລັງຕິດຕັ້ງ 1.632,36 ເມກາວັດ, ກຳລັງການຜະລິດ 5.995,36 ກິກະວັດໂມງຕໍ່ປີ. ຂະແໜງບໍລິການ ເພີ່ມຂຶ້ນ 10,27% ກວມ 36,33% ຂອງ GDP ໂດຍສູ້ຊົນເຮັດໃຫ້ມູນຄ່າຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ ຂະຫຍາຍຕົວສະເລ່ຍ 15% ຕໍ່ປີລວມ 5 ປີ 38.750 ຕື້ກວ່າກີບ; ສູ້ຊົນເຮັດໃຫ້ບໍລິມາດຂົນສົ່ງສິນຄ້າເພີ່ມຂຶ້ນສະເລ່ຍ 25% ຕໍ່ປີ, ບໍລິມາດຂົນສົ່ງໂດຍສານເພີ່ມຂຶ້ນສະເລ່ຍ 18% ຕໍ່ປີ; ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃນ 5 ປີໃຫ້ໄດ້ 973.327 ເທື່ອຄົນ, ກະຈາຍລາຍໄດ້ຈາກການທ່ອງທ່ຽວ 350 ຕື້ກີບ.

