
ຕາມຂໍ້ມູນຈາກທະນາຄານໂລກ ໃນປີ 2018 ໃນທົ່ວໂລກ ປະມານ 1 ຕື້ຄົນ ບໍ່ສາມາດພິສູດຕົວຕົນຂອງພວກເຂົາຢ່າງເປັນທາງການ ໃນນັ້ນ 40% ມີອາຍຸຕໍ່າກວ່າ 18 ປີ. ໃນ ສປປ ລາວ ມີພຽງ 43% ຂອງປະຊາກອນທັງໝົດ ທີ່ໄດ້ຈົດທະບຽນການເກີດ (ກະຊວງພາຍໃນ 2018) ເພື່ອນັບຈໍານວນຄົນ. ສະນັ້ນ, ການນຳໃຊ້ລະບົບຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ດຳເນີນການ ດ້ວຍການບັນທຶກລາຍລະອຽດ ຂອງເຫດການສໍາຄັນຕ່າງໆ ຕະລອດຊີວິດຂອງຄົນຜູ້ໜຶ່ງ ລວມທັງການເກີດ, ການແຕ່ງງານ, ການຢ່າຮ້າງ ແລະ ການເສຍຊີວິດ.
ເມື່ອບໍ່ດົນມານີ້, ກະຊວງພາຍໃນ ແລະ ສູນສະຖິຕິແຫ່ງຊາດລາວ (LSB) ໄດ້ລິເລີ່ມການຂຶ້ນທະ ບຽນພົນລະເມືອງເປັນດີຈີຕອນ, ເຊິ່ງເປັນສ່ວນໜຶ່ງຂອງການເສີມສ້າງຄວາມເຂັ້ມແຂງຂອງລະບົບ ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານໂລກ ແລະ ອົງການ UNFPA. ການຈົດທະບຽນການເກີດແມ່ນບາດກ້າວທໍາອິດ ໃນການຮັບປະກັນການມີຕົວຕົນຕາມກົດໝາຍ ແລະ ການເຂົ້າເຖິງສິດທິຂັ້ນພື້ນຖານເຊັ່ນ: ການສຶກສາ, ການຮັກສາສຸຂະພາບ, ການມີວຽກເຮັດງານທໍາ ແລະ ການປົກປ້ອງທາງສັງຄົມ. ໃນຖານະເປັນແຫລ່ງຂໍ້ມູນປະຊາກອນຢ່າງຕໍ່ເນື່ອງພຽງໜຶ່ງດຽວ, ການຈົດທະບຽນການເກີດເປັນພື້ນຖານ ໃຫ້ແກ່ສິດທິມະນຸດ. ສຳລັບການຈົດທະບຽນພົນລະເຮືອນ ຍັງແມ່ນຂໍ້ມູນລວມຂອງປະຊາກອນ ແລະ ເປັນການຜະລິດສະຖິຕິທີ່ຖືກຕ້ອງ, ທັນເວລາດ້ານປະຊາກອນ ແລະ ດ້ານສຸຂະພາບຂອງປະຊາກອນ. ສະຖິຕິສຳຄັນທີ່ສ້າງຂຶ້ນຈາກບັນທຶກການຈົດທະບຽນ ແມ່ນສິ່ງຈຳເປັນຕໍ່ການສ້າງນະໂຍບາຍ ດ້ານສາທາລະນະສຸກ, ການສຶກສາ, ການຈ້າງງານ, ການວາງແຜນເສດຖະກິດ, ການປົກປ້ອງທາງສັງຄົມ ແລະ ຂະແໜງ ການອື່ນໆ.
ທ່ານ ນາງ ທິລາຄາ ຈັນທະລານຸວົງ ຫົວໜ້າກົມສະຖິຕິສັງຄົມ, ສູນສະຖິຕິແຫ່ງຊາດລາວ, ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ໃນທ້າຍທົດສະວັດ CRVS (2015-2024), ລັດຖະບານຈະເສີມຂະຫຍາຍລະບົບການຂຶ້ນທະບຽນ, ໂດຍນຳໃຊ້ວິທີການປະສານງານຫລາຍຂະແໜງການ ແລະ ການປູກຈິດສໍານຶກໃຫ້ແກ່ປະຊາຊົນ ໂດຍສະເພາະໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ. ລະບົບ CRVS ສາມາດວັດແທກ 12 ເປົ້າໝາຍ ໃນທັງໝົດ 17 ເປົ້າໝາຍ SDGs ແລະ 67 ຕົວຊີ້ວັດໃນທັງໝົດ 230 ຕົວຊີ້ວັດຂອງ SDGD. ຕົວເລກຂໍ້ມູນ CRVS ຍັງຊ່ວຍພັດທະນາ SDG 5 (ບັນລຸເຖິງຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ).
ພ້ອມນີ້, CRVS ຍັງປະກອບສ່ວນເຂົ້າໃນການຕິດຕາມກວດກາ ບັນຫາການແຕ່ງງານອາຍຸຍັງນ້ອຍ, ການຖືພາໃນໄວໜຸ່ມ ແລະ ການຕາຍຂອງແມ່ທີ່ສາມາດປ້ອງກັນໄດ້, ເຊິ່ງເປັນການເພີ່ມທະວີການຕິດຕາມກວດກາ ຄວາມໝາຍໝັ້ນ ICPD25 ຂອງລັດຖະບານລາວ ທີ່ເປັນບາດກ້າວສໍາຄັນໃນການບັນລຸເປົ້າ ໝາຍ SDGs. ໄລຍະຜ່ານມາ, ກະຊວງພາຍໃນ ໄດ້ປັບປຸງການຂຶ້ນທະບຽນ ເຫດການສຳຄັນຕ່າງໆ
ເພື່ອຮັບ ປະກັນວ່າທຸກຄົນໄດ້ຮັບການຈົດທະບຽນ.