ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍພ້ອມຂອງກາງ ຢາບ້າ 5.572 ເມັດ

ປກສ ເມືອງຫາດຊາຍຟອງ ລາຍງານວ່າ: ວັນທີ 19 ມັງກອນນີ້, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ສາມາດຈັບຕົວຜູ້ຄ້າຂາຍຢາເສບຕິດຊື່ທ້າວ ອານຸສັກ ຫຼື ລີ້ ອາຍຸ 24 ປີ ຢູ່ບ້ານ ພ້າວ ເມືອງດັ່ງກ່າວພ້ອມຂອງກາງຢາບ້າ 1.753 ເມັດ ແລະ ຜ່ານການສອບສວນ, ຜູ້ກ່ຽວຮັບ ສາລະພາບວ່າ: ຢາບ້າຈຳ ນວນນີ້ໄດ້ຊື້ມາຈາກຜູ້ຄ້າຂາຍຢາເສບຕິດຢູ່ບ້ານຮ່ອງແກເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ເວລາຕໍ່ມາໃນວັນດຽວກັນ, ເຈົ້າໜ້າທີ່ສາມາດເຂົ້າຈັບເປົ້າໝາຍຊັດທອດຊື່ທ້າວ ສຸກຂີ ອາຍຸ 30 ປີພ້ອມຢາບ້າ 3.819 ເມັດ, ໂທລະສັບ 1 ໜ່ວຍ, ເງິນ 1.753.000 ກີບ ແລະ 1.000 ບາດ ໄປດຳເນີນຄະດີຕາມລະບຽບກົດຫມາຍ.