ຜູ້ຊ່ຽວຊານກ່າວ ທ່ານ ທຣໍາ ກຽມຖອນອາເມລິກາອອກຈາກອົງການອະນາໄມໂລກນັບແຕ່ມື້ທໍາອິດທີ່ຮັບຕໍາແໜ່ງ

ສໍານັກຂ່າວ Reuters ລາຍງານໂດຍອ້າງຂໍ້ມູນຈາກທ່ານ ລໍເຣນ ກອສຕິນ ສາສະດາຈານດ້ານສຸຂະພາບລະດັບໂລກຈາກມະຫາວິທະຍາໄລຈອດທາວ ແລະ ຜູ້ອໍານວຍການສູນການຮ່ວມມືດ້ານກົດໝາຍສຸຂະພາບລະດັບປະເທດ ແລະ ລະດັບໂລກຂອງອົງການອະນາໄມໂລກ (WHO) ທີ່ເປີດເຜີຍວ່າ: ທີມງານປ່ຽນຜ່ານປະທານາທິບໍດີຂອງທ່ານ ໂດນັລ ທຣໍາ ກໍາລັງກະກຽມແຜນຖອນອາເມລິກາອອກຈາກການເປັນສະມາຊິກອົງການອະນາໄມໂລກໃນມື້ທໍາອິດທີ່ສາບານຕົນເຂົ້າຮັບຕໍາແໜ່ງ ຄືວັນທີ 20 ມັງກອນ 2025.
ໂດຍທ່ານ ທຣໍາ ເຄີຍຖອນອາເມລິກາອອກຈາກການເປັນສະມາຊິກ WHO ມາແລ້ວໃນລະຫວ່າງດໍາລົງຕໍາແໜ່ງປະທານາທິບໍດີສະໄໝທໍາອິດໄລຍະປີ 2020 ກ່ອນທ່ານ ໂຈ ໄບເດນ ຈະປະກາດນໍາພາອາເມລິກາກັບເຂົ້າເປັນສະມາຊິກ WHO ອີກໃນມື້ທໍາອິດຂອງການເຂົ້າຮັບຕໍາແໜ່ງປະທານາທິບໍດີໃນວັນທີ 20 ມັງກອນ 2021.
ກ່ອນໜ້ານີ້, Financial Times ເປັນສໍານັກຂ່າວແຫ່ງທໍາອິດທີ່ລາຍງານກ່ຽວກັບແຜນດັ່ງກ່າວ ໂດຍອ້າງຂໍ້ມູນຈາກທ່ານ ກອສຕິນ ແລະ ທ່ານ ອາຊິ ຈາ ອະດີດຜູ້ປະສານງານການຮັບມືພະຍາດໂຄວິດຂອງທໍານຽບຂາວ.
ທ່ານ ຈາ ກ່າວວ່າ: ທີມງານປ່ຽນຜ່ານຕ້ອງການໃຫ້ທ່ານ ທຣໍາ ຖອນອາເມລິກາອອກຈາກ WHO ນັບແຕ່ມື້ທໍາອິດ ເພື່ອເປັນສັນຍາລັກການພິກປີ້ນຄໍາສັ່ງຂອງທ່ານ ໄບເດນ.
ຜົນກະທົບຕໍ່ລະບົບຮັບມືພະຍາດລະບາດທົ່ວໂລກ
ທັງນີ້, ທີມງານປ່ຽນຜ່ານຂອງທ່ານ ທຣໍາ ຍັງບໍ່ສະແດງທ່າທີໃດໆຕໍ່ການກ່າວອ້າງດັ່ງກ່າວ.
ຂະນະທີ່ແຜນຖອນອາເມລິກາອອກຈາກ WHO ສອດຄ່ອງກັບທ່າທີຂອງທ່ານ ທຣໍາ ທີ່ຜ່ານມາ ເຊິ່ງວິຈານການເຮັດວຽກຂອງ WHO ຢ່າງຮຸນແຮງ ໂດຍສະເພາະກໍລະນີ WHO ບໍ່ສາມາດເອົາຜິດຈີນໄດ້ເລື່ອງການແຜ່ລະບາດຂອງພະຍາດໂຄວິດໃນໄລຍະເລີ່ມຕົ້ນ ແລະ ກ່າວຫາວ່າ: WHO ເປັນຫຸ່ນເຊີດຂອງປັກກິ່ງ.
ຖ້າອາເມລິກາຖອນຕົວຈາກ WHO ອີກ ຈະຖືເປັນການປ່ຽນແປງຄັ້ງໃຫຍ່ໃນນະໂຍບາຍສຸຂະພາບລະດັບໂລກຂອງອາເມລິກາ ແລະ ເຮັດໃຫ້ອາເມລິກາຍິ່ງແຍກຕົວ ແລະ ຖອຍຫ່າງອອກຈາກຄວາມພະຍາຍາມລະຫວ່າງປະເທດໃນການຕໍ່ສູ້ພະຍາດລະບາດ.
ເຊິ່ງທ່ານ ກອສຕິນ ເຕືອນວ່າ: ການຖອນຕົວຂອງອາເມລິກາອາດສົ່ງຜົນກະທົບຕໍ່ລະບົບເຝົ້າລະວັງພະຍາດລະບາດ ແລະ ການຮັບມືສຸກເສີນທົ່ວໂລກ.
ອ້າງອີງ:

