ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.

ວິທີຕົ້ມໝາກມະລະບໍ່ໃຫ້ຂົມ.

  ບັນດາທ່ານອາດເຄີຍໄດ້ຍິນຄຳວ່າ ຫວານເປັນລົມຂົມເປັນຢາ ໜຶ່ງໃນພືດສະໝຸນໄພທີ່ມີລົດຊາດຂົມນັ້ນກໍແມ່ນໝາກມະລະ ຫລາຍທ່ານອາດບໍ່ມັກລາຍການອາຫານທີ່ມີໝາກມະລະເປັນສ່ວນປະກອບ ຍ້ອນບໍ່ມັກລົດຊາດຄວາມຂົມ, ແຕ່ມື້ນີ້ພວກເຮົາມີເຄັດລັບເລັກໆນ້ອຍໆທີ່ສາມາດຈັດການກັບຄວາມຂົມໃນໝາກມະລະໄດ້. ປົກກະຕິໝາກມະລະມີລົດຊາດຂົມຫລາຍ ທ່ານສາມາດຫລຸດຄວາມຂົມຂອງໝາກມະລະລົງໄດ້ໂດຍກ່ອນທີ່ຈະເອົາໝາກມະລະໄປປຸງແຕ່ງເປັນອາຫານ ໃຫ້ເອົາໝາກມະລະມາແຊ່ໃນນຳ້ເກືອກ່ອນ ໃນອັດຕາສ່ວນເກືອ 1 ບ່ວງຊາຕໍ່ນຳ້ 1 ລິດ ແລະ ແຊ່ປະໄວ້ປະມານ 20 ນາທີ ແລ້ວເທນຳ້ຖິ້ມ…

ໄຟອຳນາດເປ່ເພ ຂາດການສ້ອມແປງ ແລະ ແກ້ໄຂ ບໍ່ແມ່ນການປິດເພື່ອທົດລອງຈະລາຈອນແອອັດ

ໄຟອຳນາດເປ່ເພ ຂາດການສ້ອມແປງ ແລະ ແກ້ໄຂ ບໍ່ແມ່ນການປິດເພື່ອທົດລອງຈະລາຈອນແອອັດ

ໂດຍ: ລູກເມືອງພວນ ຫລາຍເດືອນຜ່ານມານີ້ ປາກົດເຫັນໄຟສັນຍານຈະລາຈອນຢູ່ຕາມ 3 ແຍກ, 4 ແຍກ ທົ່ວນະຄອນຫລວງ ວຽງຈັນ ປິດໝົດ ຫຼື ເປ່ເພໝົດກໍບໍ່ຮູ້, ຍັງເຫລືອພຽງແຕ່ໄຟສັນຍານສີເຫລືອງທີ່ຍັງກະພິບກະພິບຢູ່, ແຕ່ບາງບ່ອນກໍບໍ່ມີເລີຍ ເຊິ່ງໜັງສືພິມລາວພັດທະນາໄດ້ນຳສະເໜີໃຫ້ສັງຄົມມີສະຕິລະມັດລະວັງໃນການໃຊ້ລົດໃຊ້ຖະໜົນ ແລະ ສ່ອງແສງເຖິງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເລື້ອຍມາ. ເຮັດໃຫ້ຫລາຍຄົນເວົ້າບໍ່ເປັນທາງການວ່າ “ບໍ່ແມ່ນມັນເປ່ເພ…

ຫາກທ່ານດື່ມນຳ້ໜ້ອຍ ຈະເກີດຫຍັງຂຶ້ນກັບຮ່າງກາຍ ?

ຫາກທ່ານດື່ມນຳ້ໜ້ອຍ ຈະເກີດຫຍັງຂຶ້ນກັບຮ່າງກາຍ ?

  ຫົວໃຈຈະເຮັດວຽກໜັກຂຶ້ນໃນການຟອກເລືອດ ຍ້ອນເລືອດຂຸ້ນໜຽວເກີນໄປ. ຮີມສົບຈະແຫ້ງ ແຕກ ແລະ ເລືອກເປັນເກັດ ໄປຈົນເຖິງຮ້ອນໃນ (ປາກເປື່ອຍ, ເປັນຕຸ່ມໃນຜົ້ງປາກ). ການຍ່ຽວຕິດຂັດ, ນຳ້ຍ່ຽວເປັນສີເຫລືອງເຂັ້ມ ເຊິ່ງເປັນສາເຫດເຮັດໃຫ້ໝາກໄຂ່ຫລັງພິການ. ຖ່າຍຍາກ ອາຈົມແຂງ ຕ້ອງເບັ່ງແຮງໆ ສ່ຽງເປັນລິດສີດວງທະວານ. ອິດເມື່ອຍອ່ອນເພຍງ່າຍ ແລະ ໜ້າມືດ…

5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.

5 ຫລັກການເພີ່ມຄວາມແຂງແຮງໃຫ້ກະດູກ.

  ຕື່ມອາຫານໃຫ້ກະດູກ : ກິນອາຫານທີ່ມີທາດການຊຽມ ເຊັ່ນ : ໝາກງາ, ປາໂຕນ້ອຍໆ. ກິນຄໍລາເຈັນເສີມຄວາມແຂງແຮງ. ຫລຸດການດື່ມຊາ ແລະ ກາເຟ. ກິນອາຫານເສີມທີ່ມີວິຕາມິນ D ເພາະເຮັດໃຫ້ລະບົບດູດຊຶມອາຫານເຮັດວຽກດີ. ກິນວິຕາມິນ K2 (MK7) ນຳເອົາທາດການຊຽມໃນຫລອດເລືອດໄປສູ່ກະດູກ ເຮັດໃຫ້ກະດູກແຂງແຮງ….

ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ

ຫລວງພະບາງຈະເຂັ້ມງວດຕໍ່ຜູ້ລະເມີດ ກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ

ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວັນທີ 1 ສິງຫາ 2022 ນີ້ວ່າ: ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກສືບທອດກັນມາຫຼາຍເຊັ່ນຄົນ ແລະພາຍຫຼັງ ຫຼວງພະບາງ ໄດ້ຮັບການຮັບຮອງໃຫ້ເປັນເມືອງມໍລະດົກຂອງໂລກ ກິດຈະກຳການໃສ່ບາດຍາມເຊົ້າ ໄດ້ກາຍເປັນສີ່ງດືງດູດເອົານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແລະຮ່ວມກິດຈະກຳການໃສ່ບາດ…

ຄິດສໂຕເຟີ ໂຄລຳບັດ ອອກເດີນເຮືອຖ້ຽວທຳອິດເພື່ອຄົ້ນຫາ ອິນເດຍ ແລະ ຈີນ

ຄິດສໂຕເຟີ ໂຄລຳບັດ ອອກເດີນເຮືອຖ້ຽວທຳອິດເພື່ອຄົ້ນຫາ ອິນເດຍ ແລະ ຈີນ

ວັນທີ 3 ສິງຫາ 1493 ຄິດສໂຕເຟີ ໂຄລຳບັດ(Christopher Columbus)ນັກສຳຫລວດຊາວເຈນົວ (ອິຕາລີ) ເລີ່ມອອກເດີນເຮືອຖ້ຽວທຳອິດເພື່ອຄົ້ນຫາອິນເດຍ ແລະ ຈີນ ໂດຍມີລູກເຮືອ 90 ຄົນກັບເຮືອ 3 ລຳໄດ້ແກ່ “ຊານຕາ ມາເລຍ” (Santa Maria),…

ປະໂຫຍດຂອງຮອຍຍິ້ມທີ່ໃຫ້ຫລາຍກວ່າຄວາມສຸກ

ປະໂຫຍດຂອງຮອຍຍິ້ມທີ່ໃຫ້ຫລາຍກວ່າຄວາມສຸກ

  ໂດຍປົກຕິແລ້ວ ຄົນເຮົາມັກຈະຍິ້ມເມື່ອມີຄວາມສຸກ ແລະ ຮູ້ຫລືບໍ່ວ່າ ຮອຍຍິ້ມຂອງເຈົ້ານັ້ນສາມາດເຮັດໃຫ້ຄົນອື່ນຍິ້ມໄດ້ ແລະ ຮູ້ສຶກດີໄປນຳ ນອກຈາກນັ້ນແລ້ວຮອຍຍິ້ມຍັງເປັນສິ່ງທີ່ດຶງດູດສຳລັບຄົນອ້ອມຂ້າງ ແຕາຄວາມຈິງແລ້ວປະໂຫຍດຂອງຮອຍຍິ້ມບໍ່ໄດ້ມີແຕ່ການສ້າງຄວາມສຸກໃຫ້ກັບຕົນເອງ ແລະ ຄົນອື່ນ ມັນຍັງມີປະໂຫຍດຕໍ່ສຸຂະພາບອີກດ້ວຍ ຮອຍຍິ້ມເໝືອນດັ່ງກາວທີ່ຊ່ວຍຍືຶດຄວາມສຳພັນເອົາໄວ້ ຮອຍຍິ້ມເຮັດໃຫ້ເຈົ້າໜ້າສົນໃຈ ຮອຍຍິ້ມສາມາດເຮັດໃຫ້ໜ້າອ່ອນກວ່າໄວ ຮອຍຍິ້ມເຮັດໃຫ້ຫົວໃຈມີຄວາມສຸກ ຮອຍຍິ້ມຊ່ວຍຫລຸດຜ່ອນຄວາມຄຽດ ຮອຍຍິ້ມຊ່ວຍໃຫ້ອາຍຸຍືນ ຮອຍຍິ້ມຊ່ວຍລະງັບອາລົມ…

ທາວເວີ ຊັບເວ (Tower Subway) ລົດໄຟໃຕ້ດິນສາຍທຳອິດຂອງໂລກເປີດໃຫ້ບໍລິການ

ທາວເວີ ຊັບເວ (Tower Subway) ລົດໄຟໃຕ້ດິນສາຍທຳອິດຂອງໂລກເປີດໃຫ້ບໍລິການ

ວັນທີ 2 ສິງຫາ 1870 ທາວເວີ ຊັບເວ (Tower Subway) ລົດໄຟໃຕ້ດິນ(Underground Tube Railway)ສາຍທຳອິດຂອງໂລກເປີດໃຫ້ບໍລິການຢູ່ທີ່ ກຸງລອນດອນ ປະເທດອັງກິດ ໂດຍມີຮູບຮ່າງຄ້າຍຄືອຸໂມງລອດພາຍໃຕ້ແມ່ນ້ຳເທມສ (Thames)ມີສອງສະຖານີຄື ທາວເວີ ຮິວ (Tower hill) ແລະ…

ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້

ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້

ບົວລະພານອກຈາກຈະມີກິ່ນຫອມແລ້ວຍັງມີຄຸນປະໂຫຍດຕໍ່ສຸຂະພາບຊ່ວຍໃຫ້ຂັບລົມ ແລະ ຊ່ວຍໃຫ້ຈະເລີນອາຫານ ແລະ ຍັງມີສັບພະຄຸນອື່ນໆອີກ ຄຸນປະໂຫຍດທາງຢາຂອງບົວລະພາທີ່ໜ້າສົນໃຈ ນອກຈາກບົວລະພາຈະມີກິ່ນຫອມ ຊ່ວຍໃຫ້ອາຫານເປັນຕາກິນແລ້ວ ຍັງມີຄຸນປະໂຫຍດທາງຢາດັ່ງລຸ່ມນີ້ ແກ້ອາການເຈັບແຂ້ວ ນ້ຳມັນຫອມລະເຫີຍຈາກໃບບົວລະພາມີສ່ວນຊ່ວຍຫລຸດອາການແກ້ປວດ ແລະ ແກ້ອັກເສບ ໂດຍໃຫ້ຄັ້ນນ້ຳຈາກໃບແລ້ວເອົາສຳລີກ້ອນນ້ອຍໆຈຸ່ມນ້ຳຄັ້ນຈາກໃບແລ້ວອັດໃສ່ໂພ້ງແຂ້ວທີ່ປວດ ຊ່ວຍໃຫ້ຈະເລີນອາຫານ ກິ່ນຫອມຈາກນ້ຳມັນຫອມລະເຫີຍໃນໃບບົວລະພາມີສັບພະຄຸນຊ່ວຍຂັບລົມເຮັດໃຫ້ຈະເລີນອາຫານ ແກ້ປວດຫົວ ແກ້ຫວັດ ນ້ຳມັນຫອມລະເຫີຍໃນໃບບົວລະພາຍັງແກ້ອາການປວດຫົວ ແລະ…

10 ພະຍາດອັນຕະລາຍຕໍ່ລັດຖະກອນ

10 ພະຍາດອັນຕະລາຍຕໍ່ລັດຖະກອນ

1 ພະຍາດສໍ້ລາດບັງຫຼວງ: ແມ່ນພະຍາດສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ຂອງ ຕົນ ເພື່ອຍັກຍອກເອົາຊັບສົມບັດຂອງລັດ ແລະ ປະຊາຊົນ, ສໍ້ໂກງຮັບສິນບົນ ແລະ ພຶດຕິກໍາອື່ນໆ ຖືວ່າເປັນກະທໍາຜິດທີ່ຕໍາ່ຕ້ອຍໃນສັງຄົມ. 2 ພະຍາດຟູມເຟືອຍ: ພະຍາດນີ້ມັນຕິດພັນກັບການຂຶ້ນແຜນງົບປະມານເກີນຄວາມເປັນຈິງ, ການຈັດຊື້ວັດຖຸທີ່ມີຄຸນນະພາບຕໍ່າກວ່າງົບປະມານ, ນໍາໃຊ້ວັດຖຸຂອງລັດຢ່າງຊະຊາຍຂາດການຄຸ້ມ ຄອງ ແລະ…