ຫາກທ່ານດື່ມນຳ້ໜ້ອຍ ຈະເກີດຫຍັງຂຶ້ນກັບຮ່າງກາຍ ?

 

  1. ຫົວໃຈຈະເຮັດວຽກໜັກຂຶ້ນໃນການຟອກເລືອດ ຍ້ອນເລືອດຂຸ້ນໜຽວເກີນໄປ.
  2. ຮີມສົບຈະແຫ້ງ ແຕກ ແລະ ເລືອກເປັນເກັດ ໄປຈົນເຖິງຮ້ອນໃນ (ປາກເປື່ອຍ, ເປັນຕຸ່ມໃນຜົ້ງປາກ).
  3. ການຍ່ຽວຕິດຂັດ, ນຳ້ຍ່ຽວເປັນສີເຫລືອງເຂັ້ມ ເຊິ່ງເປັນສາເຫດເຮັດໃຫ້ໝາກໄຂ່ຫລັງພິການ.
  4. ຖ່າຍຍາກ ອາຈົມແຂງ ຕ້ອງເບັ່ງແຮງໆ ສ່ຽງເປັນລິດສີດວງທະວານ.
  5. ອິດເມື່ອຍອ່ອນເພຍງ່າຍ ແລະ ໜ້າມືດ ເປັນວິນ ຍ້ອນຟອກເລືອດໄປລ້ຽງສະໝອງບໍ່ພຽງພໍ.

+ ເຄັດລັບການດື່ມນຳ້ໃຫ້ເກີດປະໂຫຍດສູງສຸດ :

  1. ດື່ມນຳ້ຫລັງຕື່ນນອນ ຊ່ວຍໄລ່ພິດອອກຈາກຮ່າງກາຍ ເຮັດໃຫ້ຂັບຖ່າຍສະດວກ.
  2. ດື່ມນຳ້ກ່ອນກິນເຂົ້າເຊົ້າ 1 ຊົ່ວໂມງ ຊ່ວຍເຮັດໃຫ້ຍ່ອຍງ່າຍ.
  3. ດື່ມນຳ້ໃນເວລາ 9:00 – 10:00 ໂມງເຊົ້າຊ່ວຍຊຳລະລ້າງສິ່ງເສດເຫລືອໃນຮ່າງກາຍ ແລະ ຊ່ວຍເຮັດໃຫ້ສະໝອງປອດໂປ່ງ.
  4. ດື່ມນຳ້ໃນເວລາ 11:00 ໂມງເຊົ້າ ຊ່ວຍເຮັດໃຫ້ກະເພາະອາຫານຍ່ອຍເປັນລະບົບ ບໍ່ເປັນກົດໄຫລຍ້ອນ.
  5. ດື່ມນຳ້ໃນເວລາ 13:00 – 14:00 ໂມງ ຊ່ວຍຫລຸດຄວາມຮ້ອນໃນຮ່າງກາຍ.
  6. ດື່ມນຳ້ກ່ອນກິນເຂົ້າແລງ 1 ຊົ່ວໂມງ.
  7. ດື່ມນຳ້ໃນເວລາ 19:00 – 20:00 ໂມງ ຊ່ວຍເຮັດໃຫ້ເລືອດໄຫລວຽນສະດວກ ແລະ ສຸຂະພາບຜິວດີ.
  8. ດື່ມນຳ້ກ່ອນອາບນຳ້ ຊ່ວຍຫລຸດຄວາມດັນເລືອດ, ລ້າງສິ່ງຕົກຄ້າງໃນລຳໄສ້ ແລະ ກະເພາະອາຫານ.