ອິດສະລາແອນເລີ່ມໂຈມຕີເຢເມນ ເອົາຄືນກຸ່ມຮູຕີໂຈມຕີກ່ອນໜ້ານີ້

ກອງທັບອິດສະລາແອນໄດ້ມີການໂຈມຕີທາງອາກາດຕໍ່ເມືອງໂຮໄດດາ ເຊິ່ງເປັນເມືອງທ່າຂອງເຢເມນ ແລະ ສະຖານີນໍ້າມັນຊາລີບແຄມທະເລແດງໃນວັນທີ 17 ພຶດສະພານີ້ ເພື່ອຕອບໂຕ້ກຸ່ມຮູຕີຍິງລູກສອນໄຟໂຈມຕີອິດສະລາແອນກ່ອນໜ້ານີ້.
ການໂຈມຕີຂອງອິດສະລາແອນມີຂຶ້ນ ຂະນະທີ່ກໍາມະກອນກໍາລັງກະກຽມທ່າເຮືອເພື່ອຮອງຮັບເຮືອບັນທຸກນໍ້າມັນທີ່ຈະເຂົ້າຈອດທ່າ.
ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ກ່າວວ່າ: ການໂຈມຕີຂອງອິດສະລາແອນໃນຄັ້ງນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ເມືອງໂຮໄດດາ ແລະ ສະຖານີນໍ້າມັນຊາລີບ ໂດຍອິດສະລາແອນຈະມີການໂມຕີຕໍ່ໄປເພື່ອທໍາລາຍໂຄງລ່າງພື້ນຖານ ແລະ ບັນດາຜູ້ນໍາຂອງກຸ່ມຮູຕີ.
ກຸ່ມຮູຕີຍັງບໍ່ໄດ້ເປີດເຜີຍຈໍານວນຜູ້ທີ່ບາດເຈັບ ແລະ ເສຍຊີວິດຈາກການໂຈມຕີໃນຄັ້ງນີ້.

